ຕອນເຊົ້າເວລາ 8: 30 ໂມງ ຂອງວັນທີ 24 ມັງກອນ 2020 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ກົມແຜນການ ແລະ ການຮ່ວມມືຂຶ້ນ ໂດຍການເປັນປະທານ ຂອງທ່ານ ພູວຽງ ພົງສາ ເລຂາໜ່ວຍພັກກົມແຜນການ ແລະ ການຮ່ວມມື, ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ການປະທານຮ່ວມ ຂອງ ທ່ານນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ … Continue reading →
ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກຳ ແລະ ການຄ້າ ໃນຖານະທີ່ໄດ້ຮັບມອບໝາຍຈາກລັດຖະບານ ໃຫ້ເປັນຈຸດປະສານງານກັບອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື APO) ແລະ ເປັນອົງການຜະລິດຕະພາບ ຂອງ ສປປ ລາວ ໄດ້ເປັນເຈົ້າພາບຮ່ວມກັບອົງການ APO ຈັດກອງປະຊຸມວິຊາການໃນຫົວຂໍ້: “ລະບຽບການດ້ານອາຫານປອດໄພ ແລະ ບັນຫາທີ່ກ່ຽວຂ້ອງ” (Workshop on Food Safety Regulations and Related Issues ) ໃນວັນທີ 16-20 ທັນວາ 2019 ຢູ່ທີ່ໂຮງແຮມ … Continue reading →
ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 05 ທັນວາ 2019 ທີ່ໂຮງແຮມ ເສດຖາພາເລສ ນະຄອນຫລວງວຽງຈັນ ພະແນກ NIU, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ທົບທວນຄືນການຈັດຕັ້ງປະຕິບັດຂອງ ໂຄງການເຊື່ອມໂຍງເສດຖະກິດ ອາຊຽນ ຂອງ ສປປ ລາວ ເພື່ອພັດທະນາດ້ານທຸລະກິດ ແລະ ການຄ້າ ແລະ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ພາຍໃຕ້ຂອບລິເລີ່ມການເຊື່ອມໂຍງອາຊຽນ(COMPETE ) ຄັ້ງທີ 9 … Continue reading →
ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 28 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດຫະກໍາ ແລະ ການຄ້າ; ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນຂໍ້ມູນກ່ຽວກັບເງື່ອນໄຂ ແລະ ມາດຕະຖານການຊື້-ຂາຍ ຂອງບັນດາຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ບັນດາຜູ້ຜະລິດຢູ່ນະຄອນຫລວງວຽງຈັນ ຈັດໂດຍກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີບັນດາກົມທີ່ກ່ຽວຂ້ອງ ແລະ ຕົວແທນຫ້າງຮ້ານປະມານ 45 ກວ່າທ່ານເຂົ້າຮ່ວມ. ໃຫ້ກຽດເປັນປະທານ ໂດຍ … Continue reading →
ຕອນເຊົ້າ ຂອງວັນທີ 25 ຕຸລາ 2019, ຢູ່ສະຖານທີ່ໂຮງງານຕົ້ມກັ່ນນໍ້າມັນດໍາ ໃຈຍະຫວາດ, ບ້ານບໍ່ເຫຼັກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າປອມແປງ, ຮຽນແບບ ເຄື່ອງໝາຍການຄ້າຍີ່ຫໍ້ ຮອນດ້າ ປະເພດນໍ້າມັນເຄື່ອງ ທີ່ນໍາເຂົ້າມາ ແລະ ຈໍາໜ່າຍບໍ່ຖືກຕ້ອງສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ ສປປ ລາວວາງອອກ, ໂດຍໃຫ້ກຽດເຂົ້າຮ່ວມພິທີທໍາລາຍໃນຄັ້ງນີ້ມີ: ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຕາງໜ້າຈາກກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເທັກໂນໂລຊີ, … Continue reading →
ຕອນເຊົ້າ ເວລາ 8: 30 ໂມງ ຂອງວັນທີ 26 ກັນຍາ 2019 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ເປັນເຈົ້າພາບຈັດກອງປະຊຸມແຜນການຮ່ວມມືດ້ານການຄ້າ ການຄ້າຊາຍແດນ ລາວ-ຫວຽດນາມ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ (ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ໄຊຍະບູລີ, ບໍ່ແກ້ວ, ຜົ້ງສາລີ) ແຫ່ງ ສປປ ລາວ ກັບ ພະແນກອຸດສາຫະກຳ ແລະ … Continue reading →
ເພື່ອເປັນການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015. ໃນໄລຍະຜ່ານມາ ກົມການຄ້າພາຍໃນ ໄດ້ຄົ້ນຄວ້າຜັນຂະຫຍາຍໂຄງປະກອບການຈັດຕັ້ງຂອງວຽກງານແຂ່ງຂັນທາງທຸລະກິດ ຊຶ່ງປະກອບມີ ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ) ແລະ ກອງເລຂາ ຄຂທ (ຫ້ອງການກອງເລຂາ ຄຂທ), ແຕ່ໃນຄັ້ງນີ້ແມ່ນຜັນຂະຫຍາຍ ມາດຕາ 52 ເຈົ້າໜ້າທີ່ກວດກາການແຂ່ງຂັນທາງທຸລະກິດ ຊຶ່ງຢູ່ພາຍໃຕ້ຫ້ອງການກອງເລຂາ ຄຂທ ໂດຍໄດ້ຮັບທິດຊີ້ນຳຈາກຄະນະນຳກະຊວງ ອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງນິຕິກຳໃຕ້ກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ໂດຍຜັນຂະຫຍາຍມາດຕາ 52 ຂອງກົດໝາຍດັ່ງກ່າວ ແລະ ຄະນະດັ່ງກ່າວ ໄດ້ເລີ່ມຄົ້ນຄວ້າບັນດານິຕິກຳທີ່ກ່ຽວຂ້ອງ … Continue reading →
ວັນທີ 24 ກັນຍາ 2019 ທີ່ຜ່ານມາ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ການນຳແຂວງ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ແລະ ສົ່ງເສີມຄວາມຍືນຍົງໃນການປະສານງານລະຫວ່າງພາກລັດ-ທຸລະກິດ ຢູ່ 3 ແຂວງພາກເໜືອຂອງ ສປປ ລາວ (ECL) ໄດ້ຈັດກອງປະຊຸມເຜີຍແຜ່ ການເລີ່ມຕົ້ນທຸລະກິດ ແລະ ການປະກອບທຸລະກິດ ຕາມຄຳສັ່ງ ນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, … Continue reading →
ໃນຕອນເຊົ້າ ເວລາ 8:30 ມ ຂອງວັນທີ 02 ກັນຍາ 2019, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໄຂກອງປະຊຸມຄັ້ງທີ 6 ກ່ຽວກັບ ບົດສຶກສາດ້ານຍຸດທະສາດພັດທະນາອຸດສາຫະກໍາ 5 ຂະແໜງການຍ່ອຍ “The 6 th Workshop on the Follow Up of the Lao PDR at the Cross Roads: Development Strategy of Five … Continue reading →
0493,ສສອຄ