ໃນຄວາມພະຍາຍາມຂອງລັດຖະບານ ທີ່ຈະອັດສີດງົບປະມານຂອງລັດເຂົ້າໃນການສົ່ງເສີມ SME ໃຫ້ເຂົ້າຫາແຫຼ່ງທຶນ ໄດ້ສະດວກ ແລະ ຫຼາຍຂຶ້ນກວ່າເກົ່າ ກໍ່ຄືກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໄດ້ຖືກມອບໝາຍໃຫ້ຈັດຕັ້ງປະຕິບັດຕາມລະບົດບາດໃນການສົ່ງເສີມ SME. ວຽກງານ SME ແມ່ນໜຶ່ງໃນພາລະບົດບາດຂອງກະຊວງ ອຄ ໂດຍອີງຕາມກົດໝາຍວ່າດ້ວຍ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ ລົງວັນທີ 21 ທັນວາ 2011 ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິຄໍາສັ່ງຂອງລັດຖະບານ ໃນແຕ່ລະໄລຍະ ເຂົ້າໃນວຽກງານສົ່ງເສີມ SME ໃຫ້ເປັນຮູບປະທຳ. ກອງທຶນ SME, ຂຶ້ນກັບ … Continue reading →
ຕອນບ່າຍເວລາ 13:00 ໂມງ ຂອງວັນທີ 2 ສິງຫາ 2019 ຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດພິທີຕ້ອນຮັບຄະນະທີມງານທີ່ມາຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງນໍ້າທາ ນໍາພາຄະນະໂດຍ ທ່ານ ປອ ຄໍາແກ້ວ ຈັນທະວົງ ຮອງຫົວໜ້າພະແນກ ອຄ ຫຼວງນໍ້າທາ ; ເຊິ່ງໃຫ້ກຽດຕ້ອນຮັບ ໂດຍທ່ານ ຄໍາເພົ້າ ສີລິສຸກ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ມີຄະນະພະແນກ, ຫົວໜ້າຂະແໜງ, … Continue reading →
ໂດຍປະຕິບັດເນື້ອໃນຈິດໃຈຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະບານ, ຂອງແຂວງ ແລະ ຂອງເມືອງ ເຂົ້າສູ່ຂົງເຂດວຽກງານຂອງຕົນຢ່າງເປັນຂະບວນຟົດຟື້ນ ກ້ວາງຂວາງເວົ້າລວມ, ເວົ້າສະເພາະ ກໍ່ຄືການຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ ເພື່ອນໍາໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງທີ່ມີມູນເຊື້ອ ແລະ ເປັນມໍລະດົກຕົກທອດກັນມາ ແລະ ຊັບພະຍາກອນພາຍໃນທ້ອງຖິ່ນ ຕິດພັນກັບການຈັດສັນໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ ເຮັດໃຫ້ລາຍຮັບ GDP ຕໍ່ຄົນຕໍ່ຄອບຄົວເພີ່ມຂຶ້ນ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆນັ້ນ; ໃນຕອນບ່າຍຂອງວັນທີ 11 ກໍລະກົດ 2019 ນີ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຮ່ວມກັບຜູ້ປະກອບການ ໄດ້ຈັດພິທີເປີດຮ້ານຂາຍຜະລິດຕະພັນ ແຂວງຜົ້ງສາລີ ຂຶ້ນຢ່າງເປັນທາງການ … Continue reading →
ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 12/7/2019 ໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 03 ສະຫາຍ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທຳ ວັນນະພອນ ຮອງເລຂາໜ່ວຍພັກ ເຂົ້າຮ່ວມໃນພິທີມີຄະນະໜ່ວຍພັກ, ສະມາຊິກພັກສົມບຸນ ແລະ ສຳຮອງ ຈຳນວນ 24 ສະຫາຍ ຍິງ 02 ສະຫາຍ. ໃນພິທີດັ່ງກ່າວມະຫາຊົນຜູ້ກ້າວໜ້າທັງ … Continue reading →
ໃນຕອນເຊົ້າວັນທີ 11 ກໍລະກົດ 2019 ໜ່ວຍກຳມະບານຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ອຸດົມໄຊ ໄດ້ນຳພາສະມາຊິກເຂົ້າຮ່ວມຂະບວນການອອກແຮງງານລວມຂອງແຂວງ ໂດຍການອະນາໄມຖາງຫຍ້າ ເຮັດຄວາມສະອາດ ບໍລິເວນຕົ້ນໄມ້ທີ່ປູກໃນຄວາມຮັບຜິດ ຊອບຂອງຕົນ ພາຍໃນສະໜາມກິລາແຂວງອຸດົມໄຊ ພາຍໃຕ້ການນຳພາຂອງທ່ານ ອຸ່ນຄຳ ອ່ອນພະຈັນ ປະທານໜ່ວຍກຳມະບານຮາກຖານພະ ແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ. ຈຸດປະສົງອອກແຮງງານລວມຄັ້ງນີ້ ເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກໍາເນີດກິລາລາວ ຄົບຮອບ 53 ປີ ແລະ ວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ ຄົບຮອບ … Continue reading →
ໃນວັນທີ 9 ກໍລະກົດ 2019 ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາໝໍ້ ໄດ້ເປີດກອງປະຊຸມພົບປະລະຫວ່າງອົງການປົກຄອງເມືອງ ແລະ ພາກທຸລະກິດ, ຜູ້ປະກອບການ ຄັ້ງທີ I ທົ່ວເມືອງຂຶ້ນ ໂດຍການເປັນປະທານຂອງທ່ານ ໃຈເພັດ ຄຳມະລີ ເລຂາພັກເມືອງ, ເຈົ້າເມືອງນາໝໍ້ເປັນກຽດເປັນປະທານຮ່ວມໂດຍທ່ານ ຄຳເພົ້າ ສິລິສຸກ ກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ມີຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ຜູ້ປະກອບການທຸລະກິດພາຍໃນເມືອງເຂົ້າຮ່ວມ. … Continue reading →
ບົດຄວາມດັ່ງກ່າວນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ທຸກພາກສ່ວນໃນສັງຄົມ ເປັນຕົ້ນແມ່ນ: ຜູ້ຊົມໃຊ້, ຜູ້ປະກອບການທຸລະກິດ ແລະ ພາກລັດທຸກຂະແໜງການທີ່ກ່ຽວຂ້ອງ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ, ໃຫ້ມີສ່ວນຮ່ວມໃນການປະຕິບັດໜ້າທີ່ການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ກໍຄືການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກໃນແຕ່ລະໄລຍະ ໃຫ້ໄດ້ຮັບປະສິດທິຜົນດີ ທັງເປັນການຊຸກຍູ້ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຢູ່ປະເທດເຮົາໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ແລະ ປະເທດຊາດສູງຂຶ້ນ ແລະ ທັງເປັນການສ້າງພາບພົດທາງດ້ານການບໍລິການທີ່ດີ ໃຫ້ແກ່ປະເທດຊາດ. ຄືດັ່ງທີ່ພວກເຮົາໄດ້ຮັບຮູ້ແລ້ວວ່າ, ສະພາບອາຫານ ແລະ ເຄື່ອງດື່ມ ທີ່ມີລາຄາແພງ ຢູ່ບ້ານເຮົາໃນປັດຈຸບັນແມ່ນ … Continue reading →
ຫຼວງພະບາງ ແມ່ນແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ເຂັ້ມງວດ ຕິດຕາມກວດກາຄຸນນະພາບສິນຄ້າຕາມທ້ອງຕະຫຼາດ. ທັ້ງນີ້, ກໍ່ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ. ໂດຍບໍ່ດົນມານີ້, ທາງເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມຕົວແທນຂອງບໍລິສັດສະຫວັນໄຊ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໄດ້ລົງຕິດຕາມກວດກາຢູ່ຕາມຮ້ານຄ້າຂາຍຍົກ-ຂາຍຍ່ອຍ ໃນເທດສະບານນະຄອນ-ຫຼວງພະບາງ ແລະ ຕາມທ້ອງຕະຫຼາດຄື: ຕະຫຼາດໂພສີ, ຕະຫຼາດນາວຽງຄຳ, ບ້ານສັງຄະໂລກ, ບ້ານພູໝອກ, ບ້ານຜາສຸກ, ບ້ານໜອງຊາຍ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍຕາມເສັ້ນທາງ 13 ເໜືອ ພົບເຫັນສິນຄ້າລອກຮຽນແບບປະເພດ ແຟັບແອັກແທັກ … Continue reading →
ວັນທີ 28 ມິຖຸນາ 2019 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ ໄດ້ຈັດກອງປະຊຸມສົ່ງເສີມໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ນໍາໃຊ້ເວັບໄຊ໌ສູນບໍລິການ ວນກ ອາຊຽນ ເປັນເວລາເຄິ່ງມື້ ທີ່ໂຮງແຮມຈໍາປາສັກແກຼນ, ນະຄອນປາກເຊ ແຂວງ ຈໍາປາສັກ; ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົມບັດ ແສນພັນຊ່ອງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຈໍາປາສັກ, … Continue reading →
ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 14 ມິຖຸນາ 2019 ທີ່ຫ້ອງປະຊຸມຊັ້ນ 4 ກະຊວງອຸດຫະກໍາ ແລະ ການຄ້າ; ທ່ານ ສີລິສຳພັນ ວໍຣະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ອຄ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ຂອງທ່ານ ປາແວນ ໂອສະໂຕຣເວຣໂຮບ, ປະທານສະມາຄົມ ຊີບີຮີ ພ້ອມດ້ວຍຄະນະ ຊຶ່ງທ່ານໄດ້ນຳພານັກທຸລະກິດລັດເຊຍ ເຂົ້າ ພົບປະແລກປ່ຽນບົດຮຽນ ລະຫວ່າງ ຕາງໜ້າລັດຖະບານລາວ … Continue reading →