ໃນຕອນບ່າຍຂອງວັນທີ 6 ກຸມພາ 2019 ເຈົ້າໜ້າທີ່ກວດກາສິນຄ້າຂະແໜງການຄ້າພາຍໃນ ພະແນກອຸດ ສາຫະກຳ ແລະ ການຄ້າແຂວງຄຳມ່ວນນຳໂດຍ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ສົມທົບກັບພາກສ່ວນຮັບຜິດຊອບຈັດສັນຕະຫລາດ ຫລັກ 02 ແລະ ຕະຫລາດນາໂບ ລົງເຄື່ອນໄຫວກວດກາຕິດຕາມລາຄາສິນຄ້າປະເພດຊີ້ນ, ເຂົ້າ, ປາ ແລະ ອາຫານແຫ້ງຕາມບັນດາຫ້າງຮ້ານໃນທ້ອງຕະຫລາດດັ່ງກ່າວ ເນື່ອງໃນໂອກາດບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ ລວມເຖິງບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2019 ທີ່ຈະໄດ້ຈັດຂຶ້ນໃນມໍ່ໆ ນີ້. … Continue reading →
“ກອງປະຊຸມ ສຳມະນາກ່ຽວກັບວຽກງານປະເມີນບຸກຄະລາກອນ ຕາມຕົວຊີ້ວັດຜົນການປະຕິບັດວຽກ (KPI), ຂອງກົມແຜນການ ແລະ ການຮ່ວມມື ແລະ ການຍົກລະດັບຄວາມຮູ້ດ້ານວຽກງານຂ່າວສານ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ” ວັນທີ 29 ມັງກອນ ຫາ 1 ກຸມພາ 2019 ນີ້, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານປະເມີນບຸກຄະລາກອນ ຕາມຕົວຊີ້ວັດຜົນການປະຕິບັດວຽກ (KPI), ຂອງກົມແຜນການ ແລະ ການຮ່ວມມື ແລະ ການຍົກລະດັບຄວາມຮູ້ດ້ານວຽກງານຂ່າວສານ ຂອງຂະແໜງອຸດສາຫະກຳ ແລະ … Continue reading →
ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 25 ມັງກອນ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຝຶກອົບຮົມ ກ່ຽວກັບຂໍ້ຕົກລົງວ່າດ້ວຍກໍານົດໝາຍການໃຊ້ຈ່າຍງົບປະມານບໍລິຫານຂອງລັດ ສະບັບເລກທີ 4000/ກງ, ລົງວັນທີ 12 ທັນວາ 2018, ໂດຍອີງຕາມເນື້ອໃນດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 78/ນຍ, ລົງວັນທີ 10 ມີນາ 2015 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ມາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ; ກອງປະຊຸມດັ່ງກ່າວ … Continue reading →
1791-ອຄ.ກຄພນ
ການຝຶກອົບຮົມໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ທັນວາ 2018 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມ SME ໂດຍມີ ນັກສໍາມະນາກອນ ຈາກບັນດາແຂວງ ແລະ ນະຄອນຫລວງວຽງຈັນ ພາກສ່ວນລະ 2 ທ່ານ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວັງວຽງ 2 ທ່ານ, ກົມສົ່ງເສີມ SME 3 ທ່ານ, ກົມສົ່ງເສີມການຄ້າ 2 ທ່ານ, ກົມແຜນການ ແລະ ການຮ່ວມມື 1 ທ່ານ (ລວມ 44 ທ່ານ). ນັກວິທະຍາກອນ ແລະ … Continue reading →
ໃນຕອນເຊົ້າຂອງວັນທີ 17 ທັນວາ 2018 ທີ່ໂຮງແຮມແລນມາກແມ່ຂອງລີເວີຊາຍ, ນະຄອນ ຫລວງວຽງຈັນ. ໄດ້ໄຂກອງປະຊຸມສໍາມະນາວຽກງານແຂ່ງຂັນທາງທຸລະກິດ ຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະ ກິດ ຫຼື ຄຂທ ຂອງ ສປປ ລາວ ໂດຍການເປັນປະທານ ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ແລະ ປະທານຮ່ວມ Mr. Jane Chandler Deputy Head of Mission, ພ້ອມທັງບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ທີ່ຖຶກແຕ່ງຕັ້ງເປັນ ສະມາຊິກຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດຂອງ ສປປ ລາວ ຈຳນວນ 11 … Continue reading →
ຕອນເຊົ້າຂອງວັນທີ 18 ທັນວາ 2018 ທີ່ຫ້ອງປະຊຸມຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຕິດຕາມຜັນຂະຫຍາຍບົດຄົ້ນຄວ້າ (ເສັ້ນທາງຕ້ອງເລືອກຂອງ ສປປ ລາວ) ເພື່ອຫັນເປັນໂຄງການຊ່ອຍເຫຼືອຈາກຍີ່ປຸ່ນໃນຕໍ່ໜ້າຄັ້ງທີ 5 ຂຶ້້ນ, ໂດຍການເປັນປະທານ ຮ່ວມ ທ່ານ ສີລິສໍາພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Dr Masahito Ambashi, ນັກເສດຖະສາດຂອງ ERIA ແລະ ມີຜູ້ຕາງຫນ້າຈາກສະຖານທູດຍີ່ປຸ່ນ, … Continue reading →
ກອງປະຊຸມຄັດເລືອກຄະນະບໍລິຫານງານຊຸດໃໝ່ຂອງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2018 ຢູ່ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍການເປັນປະທານຂອງ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຕາງໜ້າສະພາອຸດສາ ຫະກຳ ແລະ ການຄ້າ ຕະຫລອດຮອດວິສາຫະກິດທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວົງສອນ ພິມມະວົງສາ ຫົວໜ້າລັດວິສາຫະກິດນໍ້າມັນເຊຶ້ອໄຟລາວສາຂາແຂວງຄຳມ່ວນໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ ໃນໄລຍະຜ່ານມາ ໂດຍສະເພາະແມ່ນສະພາບລວມທົ່ວໄປ, ດ້ານການຈັດຕັ້ງ ແລະ ການຄຸ້ມຄອງບໍລິຫານ, … Continue reading →
ວັນທີ 10 ທັນວາ 2018 ທີ່ໂຮງແຮມ ຄຣາວພ່າຊ້າ, ນະຄອນຫຼວງວຽງຈັນ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະກຳມະການທົບທວນການຈັດຕັ້ງປະຕິບັດ ໂຄງການ “ຫຼຸດຜ່ອນທາດອາຍເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີ ອັດເມັດສິ່ງເສດເຫຼືອຊີວະມວນ ສປປ ລາວ” ຫຼື Project on Reducing Greenhouse Gas Emission in Industrial Sector through Pelletization Technology Lao PDR ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ … Continue reading →
ໃນວັນທີ 11 ທັນວາ 2018 ເວລາ 9:00 ໂມງ, ທີ່ ໂຮງແຮມ ຊາລານາ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບຮັບ – ປຶ້ມຄູ່ມືການຍ້ອມສີທໍາມະຊາດ, ໂດຍໃຫ້ກຽດເປັນປະທານທ່ານ ນາງ ບານສະຕິ ເທບພະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ອາເລັກຊານເດຍ ຮູເອຕາ (Alexandria Huerta) ຜູ້ອຳນວຍ ການ ອົງການ USAID ປະຈຳ ສປປ ລາວ, … Continue reading →