ໃນຕອນເຊົ້າຂອງວັນທີ 12 ມິຖຸນາ ປີ 2018 ທີ່ສະໂມສອນຊັ້ນ II ແຂວງສາລະວັນ ໄດ້ມີການຈັດຝຶກອົບຮົມເຜີຍ ແຜ່, ແນະນໍາກ່ຽວກັບການຂຶ້ນແຜນຂໍງົບປະມານໂຄງການລົງທຶນຂອງລັດ ໂດຍເປັນປະທານຂອງ ທ່ານ ສີລິສໍາພັນ ວໍຣະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ອຄ ແລະ ປະທານຮ່ວມຂອງທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຄ ແຂວງສາລະວັນ, ການຝຶກອົບຮົມຄັ້ງນີ້ໃຊ້ເວລາ 2 ວັນ(ວັນທີ 12-13 ມິຖຸນາ) ມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ ຍິງ … Continue reading →
ໃນຕອນເຊົ້າ ຂອງວັນທີ 15 ມິຖຸນາ 2018 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດສຳມະນາເຜີຍເເຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ເຜີຍແຜ່ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ຢູ່ທີ່ ສະໂມສອນໃຫ່ຍມະຫາວິທະຍາໄລສຸພານຸວົງ, ນະຄອນຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ສີອານຸວົງ ສະຫວັດວົງ, ຮອງອະທິການບໍດີ, ມະຫາວິທະຍາໄລສຸພານຸວົງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໃນຂອບອົງການການຄ້າໂລກ, ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ … Continue reading →
ໃນວັນທີ 7 ມິຖຸນາ 2018 ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ຮ່ວມ ກັບກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກສິ່ງແວດລ້ອມ ແລະ ເຄມີ ໄດ້ຈັດກອງປະຊຸມເຜີຍແຜ່ກົດ ໝາຍວ່າດ້ວຍການຄຸ້ມຄອງເຄມີເລກທີ 07/ສພຊ ລົງວັນທີ 10 ພະຈິກ 2016. ໃຫ້ແກ່ບັນດາພະນັກງານວິຊາການຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍບັນດາພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຜູ້ປະກອບການດຳເນີນທຸລະກິດເຄມີຈາກບັນດາໂຮງງານຕ່າງໆ ໃນແຂວງຄຳມ່ວນ. ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ. … Continue reading →
ໃນລະຫວ່າງວັນທີ 31 ພຶດສະພາ 02 ມີຖຸນາ 2018 ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນໄດ້ໄຂກອງປະຊຸມຄະນະຈັດຕັ້ງປະສານງານການຄ້າດ້ານສິນຄ້າອາຊຽນ ຄັ້ງທີ 27 (27th Coordinating Committee on Implementation of the ATIGA-CCA), ໂດຍມີຜູ້ເຂົ້າຮ່ວມທັງໝົດຈໍານວນ 70 ທ່ານ ຈາກປະເທດສະມາຊິກອາຊຽນດ້ວຍກັນ. ກອງປະຊຸມໃນຄັ້ງນີ້ ຈຸດປະສົງຫຼັກກໍໍ່ເພື່ອສືບຕໍ່ປຶກສາຫາລືຜົນຂອງກອງປະຊຸມຄັ້ງທີ່ຜ່ານມາ ໂດຍແນໃສ່ສົ່ງເສີມການຂະຫຍາຍການເປີດຕະຫຼາດໃນແກ່ກັນ ແລະ ກັນລະຫວ່າງປະເທດສະມາຊິກອາຊຽນ. ເຮັດໃຫ້ການໄຫຼວຽນຂອງສິນຄ້າຢູ່ພາຍໃນອາຊຽນໄດ້ມີການຊື້້ຂາຍຮ່ວມກັນເພີ່ມສູງຂຶ້ນ, ຫຼຸດຜ່ອນບັນດາຂອດຂັ້້ນຕ່າງຯທີ່ບໍ່ຈຳເປັນ ຊຶ່ງຈະເປັນອຸປະສັກຕໍ່ການຄ້າ. ປະເດັນທີ່ພົ້ນເດັ່ນທີ່ຈະປຶກສາຫາລື ແລະ ສະຫຼຸບຮ່ວມກັນ ລວມມີ: ວຽກງານການໂອນຖ່າຍສາລະບານອັດຕາພາສີສະບັບ … Continue reading →
ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນຈັດເຜີຍແຜ່ຜ່ານຮ່າງປຶ້ມຄູມືແນະນຳການສົ່ງອອກເຂົ້າໄປຈຳໜ່າຍຢູ່ຕ່າງປະເທດ ໂດຍສະເພາະກໍລະນີສົ່ງອອກເຂົ້າ ໄປຈຳໜ່າຍຢູ່ ສປ ຈີນ, ສສ ຫວຽນາມ ແລະ ສະຫະພາບເອີຣົບ. ພິທີໄດ້ຈັດຢູ່ທີ່ຫ້ອງປະຊຸມສູນຝຶກວິຊາຊີບແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໄຊສົມເພັດ ນໍລະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ມີທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ຕະຫລອດເຖິງຜູ້ປະກອບການກຸ່ມໂຮງສີເຂົ້າ ແລະ ກຸ່ມຊາວນາທີ່ກ່ຽວຂ້ອງເຂົ້າຮ່ວມ. … Continue reading →
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2018 ຢູ່ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆ ຄຳມ່ວນ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສາ ຫະກຳ ແລະ ຫັດຖະກຳ, ບັນດາທ່ານຕາງໜ້າການນຳຂອງເມືອງຈາກ 10 ເມືອງໃນທົ່ວແຂວງພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອສະຫລຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກກວດກາ ແລະ ດັດສົມໂຮງງານປຸງແຕ່ງໄມ້ເຟີນີເຈີໄມ້ໃນທົ່ວແຂວງໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ. … Continue reading →
ການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2018 ນີ້ຢູ່ທີ່ຫ້ອງປະຊຸມພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໂດຍມີບັນດາຫົວໜ້າຂະແໜງການ, ສະມາຊິກພັກ – ພະນັກງານລັດຖະກອນທົ່ວພະແນກເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຜ່ານເອກະສານກ່ຽວກັບຄວາມເປັນຈິງຈຸດຄົງຄ້າງເສັ້ນຊາຍແດນ ລາວ – ກໍາປູເຈຍ ເຊິ່ງໃນຄວາມເປັນຈິງແລ້ວປະເທດລາວ ແລະ ກຳປູ ເຈຍເປັນປະເທດບ້ານໃກ້ເຮືອນຄຽງທີ່ເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ບູຮານນະການ ທັງສອງຊາດລ້ວນແຕ່ມີພາສາປາກເວົ້າ, ມີຕົວໜັງສືຂຽນ, ມີຮີດຄອງປະເພນີ, ມີປະຫວັດສາດ … Continue reading →
ສປປ ລາວ ໄດ້ສຸມໃສ່ ວຽກງານການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ເພື່ອສົ່ງເສີມການຄ້າ ແລະ ເຮັດໃຫ້ການຜະລິດຂອງລາວ ກາຍເປັນສ່ວນໜຶ່ງຂອງຕ່ອງໂສ້ຕາໜ່າງການຜະລິດຂອງໂລກ ຊຶ່ງຈະປະກອບສ່ວນ ເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ພັດທະນາປະເທດໃຫ້ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020. ໃນຂະນະດຽວກັນ, ກໍໄດ້ໃຫ້ຄວາມສໍາຄັນ ກັບການຈັດຕັ້ງປະຕິບັດວຽກງານການອໍານວຍ ຄວາມສະດວກທາງການຄ້າ ແນໃສ່ຫຼຸດຜ່ອນສິ່ງກີດຂວາງຕ່າງໆທີ່ບໍ່ຈໍາເປັນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳ ນວຍຄວາມສະດວກໃຫ້ແກ່ການຄ້າ. ເມື່ອມີການໄຫຼວຽນສິນຄ້າທີ່ສະດວກ ອັນເປັນຜົນມາຈາກການເປີດເສລີທາງ ການຄ້າ ປະກອບກັບລະດັບການແຂ່ງຂັນທີ່ເພີ່ມຂຶ້ນ ເຮັດໃຫ້ປາສະຈາກບໍ່ໄດ້ ທີ່ອາດຈະກໍໃຫ້ເກີດຜົນກະທົບ ທີ່ສ້າງຄວາມເສຍຫາຍ ຕໍ່ອຸດສະຫະກໍາພາຍໃນ ເປັນຕົ້ນແມ່ນຜົນກະທົບຈາກການນຳເຂົ້າສິນຄ້າ. ໃນສະພາບດັ່ງກ່າວ, ສປປ ລາວ ຈຶ່ງໄດ້ສ້າງ … Continue reading →
ລະຫວ່າງວັນທີ 15-16 ມີນາ 2018 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມເຜີຍເເຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ: ແລະ ເຜີຍແຜ່ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ຢູ່ທີ່ ໂຮງເເຮມຈຳປາສັກເເກຣນ, ເເຂວງຈຳປາສັກໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຊະນະ ໄຊຍະກອນ, ຮັກສາການຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ແລະ ທ່ານ ຄຳເເພງ ສີອາລຸນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ. ວຽກງານການເຊື່ອມໂຍງເສດຖະກິດສາກົນ ເປັນໜຶ່ງໃນ 03 ແຜນງານຫຼັກໃນປີ 2018 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຄື: ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ເເລະ ສາກົນ, ການສ້າງສະພາບແວດລ້ອມທາງດ້ານເສດຖະກິດເອື້ອອຳນວຍໃຫ້ກັບພາກທຸລະກິດແລະການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ … Continue reading →