ຂ່າວພາຍໃນ

ໂດຍ: admin ວັນທີ 29 Mar, 2018 ເວລາ 04:41 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

ໃນວັນທີ 15 ມີນາ(03) 2018 ທີ່ຜ່ານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງໄດ້ຈັດກອງປະຊຸມພົບປະທຸລະກິດລະຫວ່າງ ນັກທຸລະກິດ ແຂວງຫຼວງພະບາງ ແລະ ບັນດານັກທຸລະກິດຈາກແຂວງຕອນລ່າງ1 ຂອງປະເທດໄທຂຶ້ນຢູ່ທີ່ ຫ້ອງປະຊຸມ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທ່ຽງ ສຸລິວັນ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ແລະ ທ່ານ ສິງ ພົງ​ສຸດ ປະ​ທານ​ສະພາ​ອຸດສາຫະກໍາ​ກຸ່ມ​ແຂວງ​ຕອນ​ລ່າງ1, ຝ່າຍ​ລາວມີ​ຜູ້ຕາງໜ້າ​ຈາກ​ ພະ​ແນ​ກ ການ​ເສດຖະກິດ ​ແລະ ນັກທຸລະ​ກິດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ, ສ່ວນ​ຝ່າຍ​ໄທ ​ແມ່ນ​ປະກອບ​ມີ​ບັນດາ​ນັກທຸລະກິດ​, … Continue reading

ໂດຍ: admin ວັນທີ 7 Mar, 2018 ເວລາ 03:38 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_6627

     ໃນວັນທີ 02 ມີນາ 2018 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາການເຊື່ອມໂຍງເສດຖະກິດກັບສາກົນ: ການເຜີຍແຜ່ສັນຍາວ່າດ້ວຍການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຢູ່ທີ່ ສະໂມສອນຫ້ອງວ່າການປົກຄອງ ແຂວງຫຼວງນໍ້າທາ ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ແລະ ທ່ານ ວັນທາ ພົມວິໄລ, ຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງນໍ້າທາ.        ກອງປະຊຸມໄດ້ແນໃສ່ການເຜີຍແຜ່ ກ່ຽວກັບວຽກງານການເຊື່ອມໂຍງເສດຖະກິດສາກົນ … Continue reading

ໂດຍ: admin ວັນທີ 7 Mar, 2018 ເວລາ 10:03 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_4510

     ໃນ​ວັນ​ທີ 6 ມີນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມເຮືອນພັກ 01 ຂອງແຂວງຄໍາມ່ວນ ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຕໍ່ພະນັກງານການນຳຫລັກແຫລ່ງແຂວງຄຳມ່ວນ. ໃນການພົບປະຄັ້ງນີ້ມີບັນດາທ່ານເລຂາ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາຄະນະປະຈຳ, ກຳມະການພັກແຂວງ,​ ຕະຫລອດຮອດພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.      ໃນການພົບປະຄັ້ງນີ້ທ່ານພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານວຽກງານຮອບດ້ານຂອງແຂວງໃນໄລຍະ 1 ປີ ຜ່ານມາຈາກ ທ່ານ ​ໂອ​​ໄດ ສຸດາພອນ ​ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ​ແຂວງໆ​ຄໍາ​ມ່ວນ, ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ຫລາຍ​ດ້ານ ​ໂດຍ​ສະ​ເພາະ​ແມ່ນ​ອັດຕາ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ​ຂອງ​ແຂວງ, ພ້ອມນັ້ນຍັງໄດ້ຮັບຟັງການ​ລາຍ​ງານແຜນການ​ພັດທະນາເສດຖະກິດ – ສັງຄົມຂອງແຂວງ, ຈາກພະແນກການ ແລະ … Continue reading

ໂດຍ: admin ວັນທີ 5 Mar, 2018 ເວລາ 03:51 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_4467

     ທ່າ​ນ ນາງ ພະນົມ​ພອນ ລ່ຽມພະ​ບູ ປະທານ​ບໍລິສັດ​ພະນົມ​ພອນ​ການ​ຄ້າຂາ​ອອກ – ຂາ​​ເຂົ້າຈຳກັດ​ຜູ້ດຽວ, ທັງ​ເປັນ​ຮອງປະທານນັກທຸລະກິດໜຸ່ມ, ນັກທຸລະ​ກິດຍິງ​ ຂອງ​ແຂວງຄຳ​ມ່ວນ ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ທ້ອງ​ຖິ່ນເນື່ອງ​ໃນ​ໂອກາດ​ວັນ​ທີ 8 ມີນາ ວັນ​ແມ່ຍິງ​ສາກົນ​ທີ່​ຈະ​ມາ​ເຖິງ​​ໃນໝໍ່ໆ ນີ້ວ່າ : ​ໃນ​ນາມ​ທີ່​ເປັນ​ຜູ້​ປະກອບ​ການດ້ານ​ການ​ຄ້າ ​ແລະ​ ປະສົບ​ຜົນສຳ​ເລັດ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ​ແຖວ​ໜ້າຂອງ​ແຂວງ​, ທາງຄອບຄົວກໍ່​​ເຮັດ​ໄດ້​ດີ. ກ່ຽວກັບ​ການ​ດຳ​ເນີນ​ທຸລະ​ກິດ ຂອງ​ຕົນນອກຈາກ​ບໍລິສັດ​ພະນົມ​ພອນ​ການ​ຄ້າ​ຂາ​ອອກ – ຂາ​ເຂົ້າ​ແລ້ວ ​ໃນ 1 ປີຜ່ານມາ​ເຫັນ​ໄດ້​ວ່າ​ມີ​ທ່າ​ກ້າວ​ຂະຫຍາຍ​ຂຶ້ນ​ເລື້ອຍໆ ​ເຊັ່ນ​ : ໂຄງການ​ສ້າງ​ຕະຫລາ​ດພະນົມ​ພອນ ​ບ້ານ​ເລົ່າ​ໂພ​ໄຊ ​ແມ່ນ​ສຳ​ເລັດ​ເປັນ​ທີ່​ຮຽບຮ້ອຍ​ລໍຖ້າ​ແຕ່​ມື້​ເປີດ​ຢ່າງ​ເປັນ​ທາງ​ການ, ​ອີກ​ທຸລະ​ກິດໜຶ່ງ​ແມ່ນ​ພວມ​ດຳ​ເນີນ​ເຮັດ​ທຸລະ​ກິດ​ສູນ​ການ​ຄ້າ​ຂະໜາດ​ໃຫຍ່​ພະນົມ​ພອນ NPZ ​ ​ຢູ່​ເຂດ​ເສດຖະກິດ​ສະ​ເພາະ ສົ້ນຂວາ​ມິດຕະພາບ ( … Continue reading

ໂດຍ: admin ວັນທີ 19 Feb, 2018 ເວລາ 11:03 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_6077

         ໃນ​ວັນ​ທີ 8 ກຸມພາ 2018 ນີ້ຢູ່​ທີ່​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ໄດ້​ຈັດພິທີ​ປະກາດບົ່ງ​ຕົວ​ແຕ່ງຕັ້ງ ຄະນະ​ພັກພາຍ​ໃນຂົງເຂດຕົນ​. ​ໂດຍ​ການ​ເປັນກຽດ​ເຂົ້າຮ່ວມຂອງ​ ສະຫາຍ ຄໍາຜົງ ວົງ​ພະຈັນ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ກວດກາ​ພັກ – ລັດ​ແຂວງ, ສະຫາຍ ທອງ​ໄຊ ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ບັນດາ​ຫົວໜ້າ, ຮອງ​ຫົວພະ​ແນ​ກການອ້ອມ​ຂ້າງ ຕະຫລອດ​ຮອດສະມາຊິກ​ພັກ – ພະນັກງານ ພາຍ​ໃນ​ຂົງ​ເຂດ​ດັ່ງກ່າວ​ເຂົ້າຮ່ວມ. ​          ໃນພິທີ ສະຫາຍ ​ນິກອນ ພົມ​ວົງສາ ຫົວໜ້າຂະ​ແໜງກໍ່ສ້າງ​ພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານ​​​​​ເຈົ້າ​ແຂວງໆ ຄຳ​ມ່ວນ … Continue reading

ໂດຍ: admin ວັນທີ 24 Jan, 2018 ເວລາ 01:38 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9864

     ກອງ​ປະຊຸມດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມັງກອນ 2018 ຢູ່​ທີ່​ພະ​ແນ​ກອຸດສາຫະກຳ ​ແລະ​ ການຄ້າ​ແຂວງ​ຄຳ​ມ່ວນ ​ໂດຍ​ການ​ເປັນກຽດ​ເຂົ້າຮ່ວມ​ເປັນ​ປະທານ​ຂອງ ​ທ່ານ ທອງ​ໄຊ ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ​ການ​ຄ້າ​ແຂວງ​ຄຳ​ມ່ວນ, ​ທ່ານ ສຸລິຍົນ ພິລາ​ວົງ ຫົວໜ້າກົມ​ການ​ນຳ​ເຂົ້າ ​ແລະ​ ສົ່ງ​ອອກ, ບັນດາ​ທ່ານຄະນະ​ກົມ, ຫົວໜ້າ, ຮອງ​ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ ​ຕະຫລອດ​ຮອດຕາງໜ້າຈາກ​ພາກ​ລັດ ​ແລະ​ ທຸລະ​ກິດທີ່​ກ່ຽວຂ້ອງ​ຈາກ​ແຂວງ​ພາກ​ກາງ ​ແລະ​ ພາກ​ໃຕ້​ເຂົ້າຮ່ວມ.         ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງນີ້ ​​ແມ່ນແນ​ໃສ່​ໃຫ້​ບັນດາຜູ້​ທີ່​ເຂົ້າຮ່ວມ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ​ເພື່ອ​ຄວາມ​ເປັນ​ເອກະ​ພາບກັນ​ໃນ​ການຈັດຕັ້ງປະຕິບັດ​ແຜນ​ດຳ​ເນີນ​ວຽກງານ​ດັ່ງກ່າວ ​ໂດຍ​ສະ​ເພາະ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຮັບຮອງ … Continue reading

ໂດຍ: admin ວັນທີ 23 Jan, 2018 ເວລາ 10:09 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9832

     ໃນ​ວັນ​ທີ 18 ມັງກອນ 2018 ນີ້ ພະ​ແນ​ກອຸດສາຫະກຳ ​ແລະ​ ການ​ຄ້າ​ແຂວງ​ໄດ້​ຮ່ວມ​ກັບ​ພະ​ແນ​ກການ​ກ່ຽວຂ້ອງ​ຈັດ​ພິທີ​ທຳລາຍ​ສິນຄ້າ​ທີ່​ລະ​ເມີດ​ຕໍ່ລະບຽບການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ ຢູ່​ທີ່​ສະຖານ​ທີ່​ຖິ້ມ​ຂີ້​ເຫຍື້ອ​ແຂວງ​ຄຳ​ມ່ວນ ເຊິ່ງປະກອບ​ມີ​ເຄື່ອງ​ໃນໝູປະ​ເພດ​ຕັບຈຳນວນ 107 ກິ​ໂລ, ​ໂຄງ​ໄກ່, ​ໄກ່​ພັນ​ປອກ, ສິ້ນສ່ວນ​ໄກ່ລວມທັງໝົດ 568 ກິ​ໂລ, ​ເຫງືອກ​ງົວ 30 ກິ​ໂລ, ລີ້ນໝູ 20 ກິ​ໂລ, ຕີນ​ໄກ່ 60  ກິ​ໂລ ດ້ວຍ​ການ​ຂຸດ​ຂຸມ​ຝັງ.  ສິນຄ້າ​ດັ່ງກ່າວ​ແມ່ນ​ໄດ້​ລະ​ເມີດ​ລະບຽບການ​ຄຸ້ມ​ຄອງ​ນຳເຂົ້າ​​ໂດຍບໍ່​ໄດ້​ຜ່ານ​ການກວດ​ສອບ ຫລື ຢັ້ງຢືນ​ມາດຕະຖານ​ດ້ານ​ສຸຂະ​ອະນາ​ໄມຈາກ​ຂະ​ແໜງ ການ​ທີ່​ກ່ຽວຂ້ອງ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ໃນ​ໄລຍະ​ສັ້ນ – ​ໄລຍະ​ຍາວຕໍ່ສຸຂະພາບ ​ແລະ ​ຕໍ່​ຊີວິດ, ສົ່ງ​ຜົນ​ເສຍ​ຫາຍ​ຕໍ່​ຊັບ​ສິນສິດຜົນປະ​ໂຫຍ​ດ ຂອງ​ຜູ້​ຊົມ​ໃຊ້. … Continue reading

ໂດຍ: admin ວັນທີ 12 Jan, 2018 ເວລາ 09:23 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9498

     ງານຕະຫລາດນັດວາງສະແດງ ​ແລະ​ ຈໍາໜ່າຍສິນຄ້າ ໂອດ໋ອບ – ໂອທ໋ອບ ( ODOP – OTOP ) ສາຍສໍາພັນສອງແຜ່ນດິນ ລະຫວ່າງ ແຂວງ ຄຳມ່ວນ ແລະ ແຂວງ ນະຄອນພະນົມ ປະຈໍາປີ 2018 ແມ່ນໄດ້ຈັດຂຶ້ນໃນວັນ​ທີ 5 – 9 ມັງກອນ 2018 ຢູ່ທີ່ເດີ່ນຕະຫລາດ​ຄຳ​ມ່ວນ ​ເມືອງທ່າແຂກ. ເປັນກຽດເຂົ້າຮ່ວມໃນພິທີເປີດງານໂດຍ ທ່ານ ບຸນ​ມີ​ ພິມ​ມະ​ສອນ  ຮອງເຈົ້າແຂວງໆ ຄຳມ່ວນ, ທ່ານ ສົມ​ຊາຍ ວິດທະຍາ​ດຳລົງ ຜູ້​ວ່າຣາດສະການຈັງຫວັດນະຄອນພະນົມ, … Continue reading

ໂດຍ: admin ວັນທີ 2 Jan, 2018 ເວລາ 10:53 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_4261

     ໃນວັນທີ 3 ມັງກອນ 2018 ຢູ່​ທີ່​ພະ​ແນ​ກອຸດ​ສາ​ຫະກຳ ​ແລະ​ ການ​ຄ້າ​ແຂວງ​ຄຳ​ມ່ວນ ​ໄດ້​ເຜີຍ​ແຜ່​ເອກະສານ​ສຳຄັນ​ຂອງ​ຊາດ​ – ຂອງ​ພັກ​ຄື : ​ເອກະ​ສານ​ວັນຊາດ​ທີ 2 ທັນວາ​ຄົບ​ຮອບ 42 ປີ, ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໄກສອນ ພົມວິຫານ​ ຄົບຮອບ 97 ປີ, ວັນ​ມະຫາປະຕິວັດ​ເດືອນ​ຕຸລາລັດ​ເຊຍ​ຄົບຮອບ 100 ປີ ​ແລະ ​ເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ x ເປັນກຽດປາຖະກະຖາວັນສໍາຄັນດັ່ງກ່າວໂດຍ ທ່ານ ທອງ​ໄຊ ​ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ​ ການ​ຄ້າ​ແຂວງ, ມີບັນດາທ່ານ​ໃນຄະນະພະແນກ, … Continue reading

ໂດຍ: admin ວັນທີ 25 Dec, 2017 ເວລາ 06:54 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-12-25 at 09.58.11

     ໃນວັນ​ທີ​ 19 ພະຈິກ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ເມືອງປະທຸມ​ພອນ ​ໄດ້​ຕິດຕາມ​-ກວດກາ​ລົດຕູ້ TOYOTA ສີຂາວ ​ໄດ້​ເຄື່ອນ​ຍ້າຍ​ສິນຄ້າ​ນອກ​ລະບົບມາ​ແຕ່​ເວີນ​ຄາມ ​ເມືອງ​ໂຂງ ມາ​ຜ່ານ​ເມືອງ​ປະທຸມ​ພອນ​ໂດຍ​ການ​ກວດກາຕົວ​ຈິງ​ເຫັນ​ວ່າ ມີ​ສິນຄ້າ​ນອກ​ລະບົບ​ທີ່​ ລັກລອບນໍາ​ເຂົ້າຈາກ​ປະ​ເທດ​ກຳປູ​ເຈຍ ​ໂດຍ​ບໍ່​ມີ​ເອກະສານ​ຢັ້ງຢືນການ​ນຳ​ເຂົ້າຂອງ​ສິນຄ້າ​ແຕ່​ຢ່າງ​ໃດ ຊຶ່ງ​ສິນຄ້າ​ທີ່​ກວດ​ພົບ​ເຫັນ​ນັ້ນ​ເປັນ​ປະ​ເພດ ຢາສູບ ຈຳນວນ 44 ​ແກັດ ຍີ່​ຫໍ້ Texas 5 ​ມູນ​ຄ່າ​ທັງ​ໝົດ 60,068,000 ກີບ ເຈົ້າຂອງ​ແມ່ນ​ທ່ານ ກົວະ ອາຍຸ 45 ປີ ສັນຊາດ ກໍາປູ​ເຈຍ, ອາຊີບ​ ຄ້າຂາຍ ບ້ານ​ປະຈຸ​ບັນ ທ່າ​​ໂພ … Continue reading