ຂ່າວພາຍໃນ

ໂດຍ: admin ວັນທີ 25 Dec, 2017 ເວລາ 05:27 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG-20171214-WA0012

     ໃນວັນ​ທີ​ 15 ທັນວາ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ເມືອງພູວົງ ​ໄດ້​ລາຍ​ງານ​ ການຈັດຕັ້ງປະຕິບັດ​ວຽກ​ງານ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ​ໄລຍະ 1 ປີຜ່ານມາ ​ໂດຍ​ການລົງກວດການຳ​ຫົວໜ່ວຍ​ທຸລະ​ກິດ ຫ້າງ​ຮ້ານ​ຂາຍຍົກ-ຂາຍຍ່ອຍ ຢູ່​ຕາມ​ຕະຫລາດ ​ແລະ ຕາມ​ຫ້າງ​ຮ້ານ ​ໃນ​ຂອບ​ເຂດ​ເມືອງ ​ຢ່າງ​ປົກ​ກະຕິ; ​ໃນການຈັດຕັ້ງ ປະຕິບັດ​ວຽກ​ງານ​ການ​ກວດກາ ການ​ນໍາ​ເຂົ້າ ​ແລະ ຈໍາໜ່າຍ​ສິນຄ້າ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ ຢູ່​ຕາມ​ຫ້າງ​ຮ້ານ ​36 ຄັ້ງ, ມີ 180 ​ເທື່ອ​ຄົນ ​ ສ້າງ​ບົດ​ບັນທຶກ​ຕັກ​ເຕືອນບັນດາ​ທຸລະ​ກິດ 12 ຄັ້ງ, 55 ສະບັບ, ​ໄດ້​ຍຶດ ​ແລະ … Continue reading

ໂດຍ: admin ວັນທີ 1 Nov, 2017 ເວລາ 12:07 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-11-01 at 10.38.13

       ໃນວັນ​ທີ​ 13-14 ກັນຍາ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ເມືອງລະຄອນ​ເພັງ ​ໄດ້​ປະສານ​ສົມທົບ​ກັບ​ ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ແຂວງ​ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເປີດ​ກອງ​ປະຊຸມປຶກສາ​ຫາລື ​ແລະ ​ເຊື່ອມ​ຊຶມ​ລະບຽບ​ການ​ຕ່າງໆ ພ້ອມ​ທັງ​ວາງ​ແຜນ​ ​ການຈັດຕັ້ງ ປະຕິບັດ​ວຽກ​ງານ​ການ​ກວດກາ ການ​ນໍາ​ເຂົ້າ ​ແລະ ຈໍາໜ່າຍ​ສິນຄ້າ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ ຢູ່​ຕາມ​ຫ້າງ​ຮ້ານ ​42 ຫົວໜ່ວຍ ​ແລະ ສາມາດ​ກັກຍຶດສິນຄ້າ 03 ໝວດ 54 ລາຍການ ມີ​ມູນ​ຄ່າ​ທັງ​ໝົດ 19,334,000 ກີບ​ ຊຶ່ງ​ມີ​ລາຍ​ລະອຽດ​ດັ່ງ​ນີ້:       … Continue reading

ໂດຍ: admin ວັນທີ 31 Oct, 2017 ເວລາ 10:51 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-3

       ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 26 ຕຸລາ 2017 ທີ່ຫ້ອງປະຊຸມໃຫ່ຍຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ຈັດປະຊຸມປຶກສາຫາລື ກ່ຽວກັບວຽກງານການປັບປຸງ ແລະ ດັດສົມໂຮງງານຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ປຸງແຕ່ງຜະລິດຕະພັນຊີ້ນ ແລະ ຜະລິດຕະພັນສັດນໍ້າຕາງໜ້າຈາກ 10 ແຂວງ. ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຕົວແທນພາກທຸລະກິດເຂົ້າຮ່ວມ​ໃນ​ນັ້ນ:  ມີແຂວງວຽງຈັນ, ໄຊຍະບູລີຫຼວງພະບາງ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, … Continue reading

ໂດຍ: admin ວັນທີ 31 Oct, 2017 ເວລາ 09:36 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_3484

      ຊຸດຝຶກອົບຮົມຍົກລະດັບວິຊາການດ້ານສະມັດຕະພາບ, ປັບປຸງຄຸນນະພາບໂຮງສີເຂົ້າ ແລະ ໂຮງງານປຸງແຕ່ງອາ ຫານ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2017 ຢູ່ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ,​ ມີບັນດາຂະແໜງການກ່ຽວຂ້ອງ,  ຜູ້ປະກອບການກຸ່ມໂຮງສີ ແລະ ໂຮງງານປຸງແຕ່ງອາຫານເຊັ່ນ : ໂຮງງານເຂົ້າປຸ້ນ, ນໍ້າດື່ມ ແລະ ອື່ນໆ ພາຍໃນແຂວງເຂົ້າຮ່ວມ.     … Continue reading

ໂດຍ: admin ວັນທີ 13 Oct, 2017 ເວລາ 10:33 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_3423

     ໃນ​ວັນ​ທີ 12 ຕຸລາ 2017 ຢູ່​ທີ່​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ໄດ້​ຈັດພິທີ​ປະກາດ​ແຕ່ງຕັ້ງ ແລະ ປັບປຸງຊັບຊ້ອນພະນັກງານໃນຂົງເຂດຕົນ​​​. ​ເປັນກຽດ​ເຂົ້າຮ່ວມຂອງ​ ທ່ານ ທອງ​ໄຊ ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ບັນດາ​ທ່ານ​ຫົວໜ້າ, ຮອງ​ຫົວໜ້າຂະແໜງ ຕະຫລອດ​ຮອດ​ບັນດາວິສາຫະກິດ ແລະ ພະນັກງານ​ພາຍ​ໃນ​ຂົງ​ເຂດ​ດັ່ງກ່າວ​ເຂົ້າຮ່ວມ. ​        ໃນພິທີ ທ່ານ ໝາຍ ພົງສະຫວັດ ຫົວໜ້າຫ້ອງການຈັດຕັ້ງ – ບໍລິຫານພະແນກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ​​​​ທ່ານ​ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການອະນຸມັດໃຫ້ພະນັກງານ – ລັດຖະກອນອອກຮັບອຸດໜູນ ບຳນານ ແລະ … Continue reading

ໂດຍ: admin ວັນທີ 11 Oct, 2017 ເວລາ 03:02 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-10-11 at 15.06.41

         ໜ່ວຍ​ງານ​ກວດກາ​ການ​ຄ້າ ພະ​ແນ​ກອຸດສາຫະກຳ​ ​ແລະ ການ​ຄ້າ ​ແ​ຂວງ​ສາລະ​ວັນ ລົງ​ຕິດຕາມ​ກວດກາ​ການ​ນໍາ​ເຂົ້າ ​ແລະ ຈໍາ​ໜ່າຍ​ສິນຄ້າ​ບໍ່​ໄດ້​ເສຍ​ພາສີ, ອາກອນ, ສິນຄ້າ​ໝົດ​ອາຍຸ ​ແລະ ສິນຄ້າ​ຕ້ອງ​ຫ້າມ ຢູ່​ບັນດາ​ເມືອງ​ຂອງ​ແຂວງ​ສາລະ​ວັນ ຊຶ່ງ​ລວມມີ​ຫລາຍ​ລາຍການ ຊຶ່ງ​ສາມາ​ດຍຶດສິນຄ້າ​ໄດ້ ລວມມູນ​ຄ່າ​ທັງ​ໝົດ ຈໍຳນວນ 73,898,995 ກີບ. ​     ໃນ​ໄລຍະ 03 ​ເດືອນ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງ ສາລະ​ວັນ ​ໄດ້​ປະສານ​ສົມທົບ​ກັບ​ອໍານາດ​ການ​ປົກຄອງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຂອງ​ແຂວງ ​ແລະ … Continue reading

ໂດຍ: admin ວັນທີ 30 Aug, 2017 ເວລາ 04:07 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-08-30 at 11.24.36

  ໃນ​ລະຫວ່າງ​ວັນ​ທີ 28-29 ສິງຫາ 2017 ທີ່​ຫ້ອງປະຊຸມ​ພະ​ແນ​ກ ອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງຄໍາ​ມ່ວນ ​ໄດ້​ເປີດກອງປະຊຸມ​ເຜີຍ​ແຜ່​ເອກະສາ​ນກ່ຽວກັບ ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ລາຍກາ​ນ (ບັນ​ຊີ) ຜະລິດ​ຕະພັນ​ໄມ້​ເພື່ອ​ສົ່ງ​ອອກ ​ແລະ ຫ້າມ​ສົ່ງອອກ ສະບັບ​​ເລກ​ທີ 1833/ອຄ, ລົງ​ວັນ​ທີ 03 ​ຕຸລາ 2016 ໂດຍການໃຫ້ກຽດ​ເຂາເຂົ້າຮ່ວມ​ເປັນ​ປະທານ​ຂອງ ທ່ານ ຄໍາ​ຜົງ ວົງ​ພະຈັນ ຄະ​ນະ​ປະ​ຈໍາ​ພັກ​ແຂວງ ປະທານ​ກວດກາ​ລັດ​ແຂວງ ຄໍາ​ມ່ວນ.   ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ການຮ່ວມ​ມື​ກັນ​ລະຫວ່າງ ພະ​ແນ​ກ ອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ ຄໍາ​ມ່ວນ ​ແລະ ກົມອຸດ​ສາ​ຫະກໍາ-ຫັດ​ຖະກໍາ ກະຊວງ … Continue reading

ໂດຍ: admin ວັນທີ 21 Aug, 2017 ເວລາ 07:41 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_2746

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2017 ຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການ ຄ້າແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ,  ທ່ານ ແສງພະຈັນ ສີມັງຂະລາ ຫົວໜ້າພະ​ແນ​ກຄົ້ນຄວ້າ​ນະ​ໂຍບາຍ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ມີບັນດາທ່ານທີ່ປຶກສາໂຄງການ, ບໍລິສັດທີ່ປຶກສາທາງດ້ານທຸລະກິດ ຕະຫລອດຮອດຕາງໜ້າທະນາຄານຈາກ 8 ສາຂາ ແລະ ຜູ້ປະກອບການທຸລະກິດ ພາຍໃນແຂວງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການພົບປະແລກປ່ຽນຂໍ້ມູນຄວາມຕ້ອງການ ແລະ ການສະໜອງ ການບໍລິການດ້ານການເງິນ ລະຫວ່າງ ຜູ້ປະກອບການ ແລະ … Continue reading

ໂດຍ: admin ວັນທີ 16 Aug, 2017 ເວລາ 09:19 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_2720

                ໃນວັນທີ 15 ສິງຫາ 2017 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດພິທີປາຖະກະຖາວັນສຳຄັນອັນເປັນມູນເຊຶ້ອປະຫວັດສາດຂອງຊາດຂອງພັກຂຶ້ນຄື : ປະຫວັດກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊຶ້ອອັນສະຫງ່າ ລ່າສີ ຂອງແນວລາວສ້າງຊາດ ( ໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 67 ປີ ), ວັນສ້າງຕັ້ງສະຫະພັນນັກຮົບ ເກົ່າແຫ່ງຊາດຄົບຮອບ 15 ປີ ແລະ ເອກະສານສຳຄັນອື່ນໆ ອີກຈຳນວນໜຶ່ງ. ເປັນກຽດປາຖະກາຖາໃນຄັ້ງນີ້ໂດຍ ທ່ານ ທອງໄຊ ມັງໝໍ່ເມກ … Continue reading

ໂດຍ: admin ວັນທີ 14 Aug, 2017 ເວລາ 11:54 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-08-11 at 3.31.23 PM

        ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງຮາກ​ຖານ​ຊາວໜຸ່ມພະແນກອຸດສາຫະກໍາ ແລະ ການຄ້າແຂວງ​ ໄດ້​ເປີດ​ຂຶ້ນ​ໃນ​ເວລາ 08:00 ມ, ຂອງ​ວັນ​ທີ 11 ສິງຫາ 2017, ທີ່​ຫ້ອງ​ປະຊຸມໃຫຍ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ​ທ່ານ ທອງໄຊ ມັງໜໍ່ເມກ, ​ເລຂາ​ຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ. ນອກນັ້ນ, ກອງ​ປະຊຸມ ຍັງ​​ຖື​ເປັນກຽດຢ່າງ​ສູງ ທີ່​ໄດ້​ຕ້ອນຮັບ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ນ. ອາລີ ບົວຈູມ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ, … Continue reading