ຂ່າວພາຍໃນ

ໂດຍ: admin ວັນທີ 3 Aug, 2017 ເວລາ 04:27 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-08-02 at 10.06.11 AM

ໃນລະຫວ່າງວັນທີ 27-28 ກໍລະກົດ 2017, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານປົກປ້ອງຜູ້ຊົມໃຊ້ ເປັນຕົ້ນການຕິດສະຫຼາກສີນຄ້າ ເປັນພາສາລາວ, ວຽກງານການຄຸ້ມຄອງສິນຄ້າ-ລາຄາ, ກວດກາການຄ້າ, ວຽກງານສາຍດ່ວນ 1510 ໂດຍສະເພາະການໂຄສະນາ ໂປສະເຕີ ສາຍດ່ວນ 1510 ແລະ ວຽກງານອື່ນທີ່ກ່ຽວຂ້ອງ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຳສີ ພົມພິທັກ ຫົວໜ້າພະແນກອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 26 Jul, 2017 ເວລາ 01:46 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_2587

ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການຂໍ່ານັບຮັບຕ້ອນວັນ​ສຳຄັນ​ຕ່າງໆ ຂອງ​ແຂວງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ໄດ້​ຈັດການແຂ່ງຂັນ​ກິລາ​ເປ​ຕັງ​ຂຶ້ນ​ໃນ​ວັນ​ທີ 21 ກໍລະກົດ 2017 ທີ່​​ພະ​ແນ​ກດັ່ງກ່າວ​ເຂົ້າຮ່ວມ​ໃນ​ພິທີ​​ເປີດ​ການ​ແຂ່ງຂັນ​ໂດຍ ທ່ານ ທອງ​ໄຊ ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ມີ​ບັນດາ​ຂະ​ແໜງການ, ​ວິ​ສາ​ຫະກິດນ້ຳມັນ​ເຊື້ອ​ໄຟ, ບໍລິສັດ​ການ​ຄ້າ ​ແລະ ທ່ອງ​ທ່ຽວ​​ເຂົ້າຮ່ວມ. ການ​ແຂ່ງຂັນ​ກິລາ​ເປຕັງຂອງ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ຄັ້ງນີ້ ​ແມ່ນ​ມີ​ທັງໝົດ 12 ທີ​ມ, ​ແບ່ງ​ອອກ​ເປັນສອງ​ສາຍ​​ແຂ່ງຂັນ​ຄື: ທີ​ມຍິງ ​ແລະ ທີມຊາຍ, ​ໃນ​ນັ້ນທີມຊາຍ 8 ທີ​ມ ​ແລະ ທີມຍິງ 4 ທີ​ມ ​ເຊິ່ງພາຍ​ໃນ​ງານ​ແມ່ນ​ມີ​ຄວາມ​ຄຶກຄື້ນ, ມ່ວນ​ຊື່ນ​ຈາກ​ສຽງຜູ້​ຊົມ​ທີ່​ເຂົ້າຮ່ວມ​. … Continue reading

ໂດຍ: admin ວັນທີ 26 Jul, 2017 ເວລາ 01:14 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG-20170726-WA0026

       ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 26 ກໍລະກົດ 2017 ກົມ​ແຜນການ ​ແລະ ການ​ຮ່ວມ​ມື ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ໄດ້​ເປີດ​ກອງ​ປະຊຸມ​ປະຈຳ​ປີ 2017 ຂຶ້ນທີ່​ຫ້ອງ​ປະຊຸມ​ໃຫຍ່ ກະຊວງ ອຄ ໂດຍການເປັນປະທານ ຂອງ ທ່ານ ສີ​ລິ​ສຳພັນ ວໍຣະຈິດ ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ມີ ຜູ້ຕາງໜ້າຮອງຫົວໜ້າກົມ, ຫົວໜ້າພະແນກແຜນການ-ສັງລວມ, ວິຊາການ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ ແລະ ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫລວງ, ຫົວໜ້າຂະແໜງສະຖິຕິ-ແຜນການ … Continue reading

ໂດຍ: admin ວັນທີ 17 Jul, 2017 ເວລາ 08:19 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_2515

ໃນວັນທີ 13 ກໍລະກົດ 2017 ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ນຳໂດຍ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຮ່ວມກັບບັນດາພະແນກການກ່ຽວຂ້ອງລົງຊຸກຍູ້ຕິດຕາມກວດກາບັນດາປ້າຍລາຄາສິນຄ້າຕາມທ້ອງຕະຫລາດພາຍໃນເທດສະບານເມືອງທ່າແຂກຄື : ຕະຫລາດສຸກສົມບູນ  ( ຫລັກ 03 ), ຕະຫລາດຫລັກ 02 ແລະ ຕະຫລາດນາໂບ. ຈຸດປະສົງເພື່ອຄຸ້ມຄອງປະເພດລາຄາສິນຄ້າຕ່າງໆ ໂດຍສະເພາະລາຄາເຂົ້າ, ຊີ້ນສັດ, ປາ, ຊິງຊັ່ງ  ໃຫ້ມີຄວາມຊັດເຈນຂຶ້ນ, ມີການຕິດປ້າຍລາຄາສິນຄ້າເປັນປົກກະຕິ ທັງເປັນການປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ພ້ອມທັງນິຕິກຳໃນການຄຸ້ມຄອງຜູ້ຊົມໃຊ້ ເພື່ອຕິດຕາມກວດກາບັນດາສິນຄ້າກະສິກຳ, ການປູກການ ລ້ຽງ, ສິນຄ້າປະເພດຊີ້ນ, ປາ … Continue reading

ໂດຍ: admin ວັນທີ 4 Jul, 2017 ເວລາ 01:20 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9046

ວັນທີ 3 ກໍລະກົດ 2017 ນີ້ຮາກຖານພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຄຳ​ມ່ວນ ໄດ້ເປີດ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​​ພັກ​ຂຶ້ນ​ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງ ຄຳມ່ວນ, ມີບັນດາສະຫາຍໃນຄະນະພັກ ຕະຫລອດເຖິງສະມາຊິກພັກພາຍໃນພະແນກເຂົ້າຮ່ວມ.      ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້​ ສະຫາຍ ທອງໄຊ ມັງໝໍ່ເມກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ກ່າວຈຸດປະສົງຂອງກອງປະຊຸມແມ່ນເພື່ອປັບປຸງແກ້ໄຂທັດສະນະແນວຄິດ ອັນບໍ່ຖືກຕ້ອງທັງໝົດຂອງສະມາຊິກພັກໃນທົ່ວຮາກຖານ ໂດຍເລີ່ມຈາກບັນສະຫາຍສະມາຊິກພັກ – ພະນັກງານຂົງເຂດ ຕົນເອງຮັບຜິດຊອບ ທັງເພື່ອເສີມຂະຫຍາຍມູນເຊື້ອຜົນງານທີ່ເຮັດໄດ້ໃນໄລຍະຜ່ານມາ  ແລະ ກໍ່ເປັນການຍົກລະດັບຄວາມຮູ້, ຄວາມສາມາດນຳພາ … Continue reading

ໂດຍ: admin ວັນທີ 30 Jun, 2017 ເວລາ 07:32 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
aaa

ໃນລະຫວ່າງ​ວັນ​ທີ 20 – 23 ມີ​ຖຸ​ນາ 2017  ທີ່​ຜ່ານ​ມາ​ນີ້ຢູ່ທີ່​ຫ້ອງ​ປະຊຸມ​ຫ້ອງວ່າ​ການ​ປົກ​ຄອງ​ແຂວງອຸ​ດົມ​ໄຊ ​ໄດ້​ຈັດ​ກອງ​ປະຊຸມ​ປັບ​ປຸງ​ປົວ​ແປງ​ພັກ​​ ພາຍ​ໃນໜ່ວຍ​ພັກ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າຂຶ້ນ​ຢ່າງ​ເປັນ​ທາງ​ການ​ໂດຍ​ການ​ເປັນ​ປະທານ ​ຂອງ​ທ່ານ ຄຳ​ພຽນ ​ຢາ​ຈົງ​ວາ ຮອງ​ເລ​ຂາ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ ເຂົ້າ​ຮ່ວມ​ມີ​ທ່ານ ຄຳເພົ້າ ສີລິສຸກ ​ກຳມະ​ການ​​ພັກ​ແຂວງ​ເລ​ຂາ​ໜ່ວຍ​ພັກ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ມີ​ຄະ​ນະ​ພັກ​, ສະ​ມາ​ຊິກ​ພັກ​​ພາຍ​ໃນ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ເຂົ້າ​ຮ່ວມທັງ​ໝົດ​ຈຳນວນ 30 ສະຫາຍ, ຍິງ 06 ສະຫາຍ. ​​ ໃນ​ວາ​ລະ​ດຳເນີນ​ປັບ​ປຸງ​ປົວ​ແປງ​ພັກໃນຄັ້ງນີ້​ ກອງ​ປະ​ຊຸມ​ກໍ່ໄດ້​​ຮັບ​ຟັງ​ການ​ເຜີຍ​ແຜ່​ເອ​ກະ​ສານ​ທີ່​ສຳ​ຄັນ​ກ່ຽວ​ກັບ​ວຽກ​ງານ​ພັກ​​ເປັນ​ຕົ້ນ ​ຄຳ​ສັ່ງ​ ຂອງ​ກົ​ມ​ການ​ເມືອງ​ສູນ​ກາງ​ພັກ​ເລກ​ທີ 01/ກມ​ສ​ພ, ລົງ​ວັນ​ທີ … Continue reading

ໂດຍ: admin ວັນທີ 1 Jun, 2017 ເວລາ 12:05 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
page4

  ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 26/05/2017 ທີ່ຫ້ອງປະຊຸມໃຫ່ຍຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ກົມການຄ້າພາຍໃນ ໄດ້ຈັດປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາຕະຫຼາດ ໂດຍມີ ຕາງໜ້າຈາກ 5 ພະແນກອຸດສາຫະກໍາ ແລະ ການຄ້າແຂວງພາກກາງເຂົ້າຮ່ວມ: ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ; ພ້ອມທັງຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ,  ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ.   ຄະນະຈັດຕັ້ງກອງປະຊຸມ ໄດ້ລາຍງານສະພາບການຄຸ້ມຄອງວຽກງານພັດທະນາຕະຫຼາດ ໃນໄລຍະຜ່ານມາ, ຜ່ານຮ່າງບົດແນະນໍາການຈັດຕັ້ງປະຕິບັດ … Continue reading

ໂດຍ: admin ວັນທີ 31 May, 2017 ເວລາ 09:04 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
18516505_1337775736337762_479385432_o

  ໃນວັນທີ 16-19 ພຶດສະພາ 2017 ທີ່ຜ່ານມານີ້, ຢູ່ທີ່ໂຮງແຮມລາວພ່ຣາຊ້າ ນະຄອນຫຼວງວຽງຈັນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະການປົກຄອງຜູ້ຊົມໃຊ້ໃນອາຊຽນ ຄັ້ງທີ 15 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຂຶ້ນຢ່າງເປັນທາງການ, ກອງປະຊຸມກຳມະການປົກປ້ອງຜູ້ຊົມໃຊ້ໃນອາຊຽນໄດ້ຈັດຂຶ້ນປີລະ 02ຄັ້ງ ໂດຍມີການສັບປ່ຽນກັນເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມ.   ນັບແຕ່ປີ 2008 ເປັນຕົ້ນມາ ແມ່ນໄດ້ຈັດຜ່ານມາແລ້ວ 14 ຄັ້ງ ແລະ ຄັ້ງທີ 15 ປີ 2017 ແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ສ່ວນປະທານກອງປະຊຸມນີ້ແມ່ນປະເທດ … Continue reading

ໂດຍ: admin ວັນທີ 10 May, 2017 ເວລາ 04:55 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
Edit01-Pic

  ໃນວັນທີ 5 ພຶດສະພາ 2017 ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເຊັນບົດບັນທຶກຮ່ວມມືແຮກສ່ຽວ ລະຫວ່າງຄະນະບໍລິຫານງານ ຊປປລ (ຊາວ​ໜຸ່ມ ປະຊາຊົນ​ ປະຕິວັດ​ ລາວ) ກະຊວງການເງິນ ແລະ ຄະນະບໍລິຫານງານ ຊປປລ (ຊາວ​ໜຸ່ມ ປະຊາຊົນ​ ປະຕິວັດ​ ລາວ) ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມເພັດ ນໍລະສິງຫ໌ ເລຂາ ຊປປລ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກຜູ້ມີກຽດຮ່ວມເປັນສັກຂີພະຍານ ເພື່ອເປັນການປຸກລະດົມທຸກກໍາລັງແຮງຂອງຊາວຫນຸ່ມ ເຂົ້າໃນການປະຕິບັດແນວທາງນະໂຍບາຍ … Continue reading

ໂດຍ: admin ວັນທີ 5 Apr, 2017 ເວລາ 08:37 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
17622391_1294728457309157_1562665021_o

ຕອນ​ບ່າຍ ​ເວລາ 3: 00 ​ໂມງ ຂອງ​ວັນ​ທີ 29/03/2017 ​​ໂດຍໄດ້​ຮັບ​​ແຈ້ງຈາກ​ພົນລະ​ເມືອງ​ດີ​ ສະ​ນັ້ນ​ເຈົ້າ​ໜ້າ​ທີ່ກວດກາ​ການ​ຄ້າ​ຂອງກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ສົມທົບກັບ​ເຈົ້າ​ໜ້າ​ທີ່​ກວດກາການ​ຄ້າ​ນະຄອນຫຼວງ,​ເຈົ້າ​ໜ້າ​ທີ່ກວດກາການ​ຄ້າ​ເມືອງ​ໄຊ​ເສດ​ຖາ​ ​ແລະ ​ເຈົ້າໜ້າທີ່​ຂອງພາກສ່ວນ​ທີ່​ກ່ຽວຂ້ອງ​​ເຊັ່ນ​ກະຊວງ​ສາທາລະນະ​ສຸກ​ກົມ​ສັດຕະວະ​ແພດ,ກົມ​ອາຫານ ​ແລະ ຢາ, ​ ໄດ້​ພ້ອມ​ລົງ​ໄປ​ກວດກາ​ເຄື່ອງ​ໃນ​ສັດ​ທີ່​ນໍາ​ເຂົ້າ​ມາ​ຈາກ​ປະ​ເທດ​ຫວຽດນາມ​ບໍ່​ຖືກຕ້ອງ​ຕາມ​ລະບຽບກົດໝາຍ​​ບໍ່​ໄດ້​ຮັບ​ການ​ອະນຸຍາດ​ຈາກພາກລັດ, ຜ່ານ​ການກວດກາຈາກ​ເຈົ້າ​ໜ້າ​ທີ່​​ກວດກາ​ການ​ຄ້າ ​ແລະ ​ເຈົ້າໜ້າທີ່​ສາທາລະນະ​ສຸກເຄື່ອງ​ໃນ​ສັດ​ດັ່ງກ່າວບໍ່​ສາມາດ​ບໍລິ​ໂພ​ກ​ໄດ້ ​ຊຶ່ງມີ​ຈໍານວນ​ທັງ​ໝົດ: 360 Kg ຜູ້​ນໍາ​​ເຄື່ອງ​ໃນ​ສັດເຂົ້າ​ມາອອກ​ຊື່ ​ທ້າວເຈົາ ​ຄົນ​ສັນ​ຊາດ​ຫວຽດນາມ ​ທີ່ມາ​ຄ້າຂາຍ​ຢູ່​ລາວ ຮູບ​ແບບ​ການນໍາ​ເຂົ້າ​ມາ​ທາງ​ລົດ​ເມ​​ໂດຍສານ​ສາຍ​ລົດ​ເມສາ​ກົນດ່ານ​ແດນ​ສະຫວັນລາວ​ບາວ, ​ເຄື່ອງ​ດັ່ງກ່າວ​ນໍາ​ເຂົ້າ​ມາ​ຂາຍ​ໂດຍ​ບໍ່​ຖື​ກ ຕ້ອງຈິ່ງ​ໄດ້​ສົມທົບກັບຫຼາຍພາກສ່ວນ​​ນໍາ​ໄປ​ທໍາລາຍ​ຢູ່ຫຼັກ 24 ເມືອງ​ໄຊ​ທາ​ນີ ນະຄອນຫຼວງວຽງຈັນ. ພິທີ​ທໍາລາຍ​​ເຄື່ອງ​ໃນ​ສັດ​ເປັນ​ປະທາ​ນ​ໂດຍ ທ່ານ ບຸນທຽນ ​ແກ້ວ​ສີພາ ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ, … Continue reading