ຂ່າວພາຍໃນ

ໂດຍ: admin ວັນທີ 31 Mar, 2017 ເວລາ 06:59 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

ເປີດ​ບັ້ນ​ຝຶກ​ອົບຮົມ​ຄັ້ງ​ປະຖົມ​ລະລຶກລະບົບ​ບັນຊີ​ຄູ່ ​ໃຫ້​ແກ່​ພະນັກງານ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ເວລາ 8:30  ຂອງ​ວັນ​ທີ 28 ມີນາ 2017 ​ທີ່​ຫ້ອງ​ປະຊຸມ​ໃຫ່ຍກະຊວງ​ອຸດສາຫະກໍາ ​ແລະ ການຄ້າ ບັ້ນ​​ຝຶກ​ອົບຮົມຄັ້ງ​ປະຖົມ​ລະ​ລຶກກ່ຽວກັບ​ການ​ບັນຊີ​ຂອງ​ອົງການ​ຈັດ​ຕັ້ງ​ແຫ່ງ​ລັດ (ລະບົບ​ບັນຊີ​ຄູ່) ​ໃຫ້​ແກ່​ພະນັກງານ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ມີ​ພະນັກງານຫຼັກ​ແຫຼງ​ຈາກ​ຫ້ອງການ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດອຸດສາຫະກໍາ ​ແລະ ​ການ​ຄ້າ ​ແລະ ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງເຂົ້າ​ຮ່ວມການ​ຝຶກ​ອົບຮົມຄັ້ງ​ນີ້​ປະມານ 40 ທ່ານ, ຍິງ 18 ທ່ານ ກອງ​ປະຊຸມ​ຈະ​ດໍາ​ເນີນ​​ເປັນ​ເວລາ 3 ວັນ​ ຈົນ​​ເຖິງ ວັນ​ທີ 30 ມີນາ ຈຶ່ງສໍາ​ເລັດ. ໂດຍ​ການ​ເປັນ​ປະທານການ​ຝຶກ​ອົບຮົມ​ຄັ້ງ​ນີ້​ມີ ທ່ານ ນາງ … Continue reading

ໂດຍ: admin ວັນທີ 31 Mar, 2017 ເວລາ 06:57 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-03-28 at 15.49.15

  ຕອນ​ເຊົ້າ​ຂອງວັນ​ທີ 20 ມີນາ 2017 ທີ່​ຫ້ອງການ ການ​ຄ້າ​ເມືອງ​ສັງ​ທອງ ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດກອງ​ປະຊຸມ​ສ່ອງ​ແສງ​ເຄື່ອນ​ທີ່​ປະ​ຈໍາ​ອາທິດ ຂອງ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ນະຄອນຫຼວງຂຶ້ນ ​ໂດຍ​ການ​​ເປັນ​ປະທານ ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ  ພ້ອມ​ນີ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມດັ້ງ​ກ່າວ​ຍັງມີ ທ່ານ ຫົວໜ້າກົມ​ການ​ຄ້າ​ພາຍ​ໃນ, ທ່ານ ຫົວໜ້າ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ ​ນະຄອນ​ຫລວງ, ​ເຈົ້າ​ຫນ້າ​ທີ່​ກວດກາ​ການ​ຄ້າ​ຂັ້ນ​ກະຊວງ ​ແລະ ນະຄອນຫລວງ ​ແລະ ​ຕາງໜ້າ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຫຼັງ​ຈາກ​ນັ້ນ​ໄດ້ມີພິທີ ທໍາລາຍ​ສິນຄ້າ​ໝົດ​ອາຍຸ ​ແລະ ​ເຊື່ອມ​ຄຸນ​ນະພາ​ບ. ການ​ຈັດ​ກອງ​ປະຊຸມການ​ເຄື່ອນ​​ໄຫວ​​ໃນ​ຄັ້ງ​ນີ້ ​ແມ່ນ​ການ​ສ່ອງ​ແສງ​ເຄື່ອນ​ທີ່​ … Continue reading

ໂດຍ: admin ວັນທີ 31 Mar, 2017 ເວລາ 06:53 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

ຕອນ​ເຊົ້າ​ຂອງ​ວັນ​ທີ 22 ມີນາ 2017 ທີ່​ຫ້ອງ​ປະຊຸມ​ຊັ້ນ 3 ກະຊວງ​ອຸດສາຫະກໍ​າ ​ແລະ ການ​ຄ້າ ​ໄດ້​​ໄຂ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ຂອບ​ວ່າ​ດ້ວຍ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ສປປ ລາວ ​ແລະ ສະຫະລັດ​ອາ​ເມ​ລິ​ກາ, ​ໂດຍ​ການເປັນ​ປະທານ ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ທ່ານ ນາງ ບາ​ບາ​ຮາ ​ໄວ​ເຊ​ລ ຜູ້​ຊ່ວຍ​ຫ້ອງການ​ຜູ້ຕາງໜ້າ​ການ​ຄ້າສະຫະລັດ​ອາ​ເມ​ຣິກາ ​ແລະ ທ່ານ ນາງ ຮີ​ນາ ບິດ​ເຕີ ​ເອກ​ອັກຄະ​ລັດຖະທູດອາ​ເມ​ຣິກາ ປະ​ຈໍາ ສປປ ລາວ, … Continue reading

ໂດຍ: admin ວັນທີ 31 Mar, 2017 ເວລາ 05:15 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
???????????????????????????????

  ຕອນ​ບ່າຍ​ຂອງວັນ​ທີ 20 ມິີນາ 2017  ຄະນະ​ບໍລິຫານ​ງານ​ຫນັງສືພິມ​ເສດຖະກິດ-​ການ​ຄ້າ​ລາຍ​ວັນ ໄດ້​ຈັດ​ຖະ​ແຫຼງຂ່າວ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ອ່ານ​ ດ້ວຍ​ການ​ແຈກ​ຢາຍ​ລ້າ​ຂຶ້ນ​ ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໂດຍ​ການ ເຂົ້າ​ຮ່ວມ​ຂອງ ທ່ານ ສິລິ​ສຳພັນ ວໍຣະຈິດ ຄະນະ​ພັກ​ກະຊວງ, ຫົວໜ້າກົມ​ແຜນການ ​ແລະ ການ​ຮ່ວມ​ມື ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ສົມ​ສະຫນຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ, ທ່ານ ປີ່​ນ ປາດ​ຖະຫນາ ຄະນະ​ພັກ​ກະຊວງ ຖະ​ແຫລ​ງຂ່າວ-​ວັດທະນະ​ທໍາ ​ແລະ ການທ່ອງທ່ຽວ, ຫົວຫນ້າ​ກົມ​ສື່​ມວນ​ຊົນ;  ບັນດາ​ທ່ານຜູ້ຕ່າງ​ໜ້າ​ສື່​ມວນ​ຊົນ ​ແລະ … Continue reading

ໂດຍ: admin ວັນທີ 24 Mar, 2017 ເວລາ 09:53 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-03-22 at 08.19.04

ເວລາ 14:00 ​ໂມງ ຂອງ​ວັນ​ທີ 17 ມີນາ 2017 ທີ່ ຫ້ອງການ ຄຊປປ ລ ​ແຂວງ​ໄຊ​ຍະ​ບູລີ ​​ໄດ້​ມີ​ພິທີ​ມອບ​ເຄື່ອງ​ຊ່ວຍ​ເຫຼືອຈາກ​ການ​ຮ່ວມ​ຈິດ​ຮ່ວມ​ໃຈ​ຂອງ​ຄະນະຊາວໜຸ່ມກະຊວງ​ອຸດສາຫະກຳ ​ແລະ ​ການ​ຄ້າ ​ໂດຍ​ຕາງໜ້າມອບ​​ເຄື່ອງແມ່ນ​ ທ່ານ​ໄຊ​ສົມ​ເພັດ ນໍຣະ​ສິງຫ໌​ ຮອງ​ຫົວໜ້າສະ​ຖາ​ບັນ​ເສ​ດຖະກິດອຸດສາຫະກໍາ ​ແລະ ການ​ຄ້າ, ຫົວໜ້າຄະນະ​ບໍລິຫານ​ງານ​ຊາວໜຸ່ມກະຊວງ​ອຸດສາຫະກຳ​ ແລະ ​ການ​ຄ້າ ​ແລະ ຕາງໜ້າຮັບ​ໂດ​ຍທ່ານ ນາງ ຄຳ​ຜິ​ວ ພັນທະ​ວົງ ​ເລຂາ ຄຊປປ ລ ​ແຂວງ​ ໄຊ​ຍະ​ບູລີ​ ຈຸດປະສົງ​ການ​ມອບ​ຮັບ​ແມ່ນ​ເພື່ອ​ໃຫ້ ຄຊປປລ ​ແຂວງ​ໄຊ​ຍະ​ບູລີ​ນຳ​ເຄື່ອງ​ອຸປະກອນດັ່ງກ່າວ​ເພື່ອ​ໄປ​ສືບຕໍ່ໝູນ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໃຫ້​ແກ່​ຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ​ຜູ້​ທີ່​ຢູ່ຫ່າງ​ໄກ​ຊ​ອກ​ຫຼີກ​ແລະທຸກ​ຍາກຂາດ​ເຂີນ, ​ເຊິ່ງມີ: ​ເຄື່ອງ​ຫລີ້ນ​ກິລາ, ​ເຄື້ອ​ງນຸ່ງ​ຮົມ … Continue reading

ໂດຍ: admin ວັນທີ 24 Mar, 2017 ເວລາ 09:42 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-03-22 at 08.18.05

  ໃນ​ລະຫວ່າງ​ວັນ​ທີ 16-17 ມີ​ນາ  2017   ທີ່ ​ແຂວງ ​ໄຊ​ຍະ​ບູລີ ​ໄດ້​ໄຂ​ກອງ​ປະຊຸມ ວິຊາການຄົ້ນ ຄ້ວາ ແລະ ເຜີຍແຜ່ບົດຄົ້ນຄວ້າທີ່ໄດ້ຮັບທຶນຈາກໂຄງການ TDF2 ຂຶ້ນ ​ໂດຍ​ການ​ເປັນ​ປະທານ ຂອງທ່ານ ສັນຕິ​ສຸກ​ ວິ​ໄລ​ຈະ​ເລີ​ນ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ ​ເສດຖະກິດ ​ແລະ ການ​ຄ້າ ​ແລະ ມີ​ຮອງ​ຫົວ​ໜ້າ​ສະ​ຖາ​ບັນຄົ້ນຄວ້າ ເສດຖະກິດ ​ແລະ ການ​ຄ້າ, ວິຊາ​ການ ​ແລະ ຕາງ​ຫນ້າ​ແຕ່​ລະ​ກົມ​ເຂົ້າ​ຮ່ວມ ຢ່າງ​ເປັນ​ຂະ​ບວນຟົກ​ຟື້ນ, ໂຄງການ ທີ​ດີ​ເອຟ ​ເປັນ​ໂຄງການໜຶ່ງທີ່​ສະໜັບສະໜູນການ​ພັດທະນາ​ວຽກງານ​ໃນ​ຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ, ​ໃນ​ນີ້ ​ໂຄງການ​ດັ່ງກ່າວ​ໄດ້​ມີ​ງົບປະມານ​ສ່ວນໜຶ່ງພັດທະນາ​ຄວາມ​ອາດ​ສາມາດ ດ້ານ​ວຽກງານ​ຄົ້ນ​ຄ້ວາ … Continue reading

ໂດຍ: admin ວັນທີ 20 Mar, 2017 ເວລາ 03:08 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-03-15 at 10.27.02

ໃນ​ວັນ​ທີ 10 ມີນາ 2017 ​ເວລາ 7:00 ​ໂມງ ທີ່ ຮ້ານ​ອາຫານ​ຄົວ​ລາວ ​ໄດ້​ມີ​ພິທີ​ງານ​ລ້ຽງ​ສົ່ງ​ຂອງ​ທ່ານ ​​ເຈີ່ນ​ບ໊າວຢ້າມ ທີ່​ປຶກສາທູດ​​ເສດ​ຖະ​ກິດການ​ຄ້າ​ປະ​ຈໍາ​ລາວ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດ ຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ທ່ານ ບຸນ​ມີ ມະນີ​ວົງ ຮອງລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ພ້ອມ​ດ້ວຍ​ບັນດາ​ກົມ, ຮອງ​ກົມ​ເຂົ້າ​ຮ່ວມ. ໃນ​ພິທີງານ​ລ້ຽງ​ເພື່ອ​ອໍາ​ລາ​ໃນ​ຄັ້ງ​ນີ້ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ມອບ​ໃບ​ຍ້ອງຍໍ ​ແລະ ​ໄດ້​ກ່າວ​ຄວາມ​ຂອບ​ໃຈ​ທີ່​ທ່ານ ​​ເຈີ່ນ​ບ໊າວຢ້າມ ໄດ້​ທຸ້ມ​ເທ​ຄວາມ​ຮູ້​ຄວາມ​ສາມາດ … Continue reading

ໂດຍ: admin ວັນທີ 20 Mar, 2017 ເວລາ 03:45 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
17229904_1273927076055962_232230957_o

ຕອນ​ເຊົ້າ​ໃນ​ເວລາ 8: 30 ນາທີ ຂອງ​ວັນ​ທີ 10 ມີນາ ປີ 2017 ທີ່​ຫ້ອງ​ປະຊຸມ​ໃຫ່ຍຂອງກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ມີ​ພິທີ​ເປີດ​ປະຊຸມ​, ເປັນ​ການສະ​ເຫຼີມສະຫລອງ​ວັນແມ່ຍິງສາກົນຂຶ້ນ, ວັນ​ທີ 8 ມີນາ ​ຄົບຮອບ 107 ປີ ເປັນ​ວັນ​ທີ່ມີ​ຄວາມ​ໝາຍຄວາມ​ສໍາຄັນ​ອັນ​ຍິງ​ໃຫ່ຍຂອງ​ເອື້ອຍ​ນ້ອງ​ແມ່ຍິງ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ບໍລິສັດ, ລັດ​ວິ​ສາ​ຫະກິດ ທີ່​ຂຶ້ນກັບ​ກະຊວງ. ມີ​ບັນດາຫົວໜ້າສະມາຊິກ​ແມ່ຍິງ​ບັນດາ​ກົມ​ກົມ, ສະ​ຖາ​ບັນ, ບໍລິສັດ, ລັດ​ວິ​ສາ​ຫະກິດທີ​ຂື້ນ​ກັບ​ກະຊວງ​ຕ່າງ​ໜ້າ​ເລຂາ​ໜ່ວຍ​ພັກ​ກົມ ​ແລະ ຊາວ​ໜຸ່ມ, ກໍາມະບານ​ເຂົ້າ​ຮ່ວມຫຼາຍກ່ວາ 100 ທ່ານ. ເຂົ້າ​ຮ່ວມ​ການ​ເປັນ​ປະທານ​ກອງ​ປະຊຸມ​ ທ່ານ ນາງ ບານ​ສະຕີ … Continue reading

ໂດຍ: admin ວັນທີ 20 Mar, 2017 ເວລາ 03:14 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-02-28 at 13.39.41

​ ໃນ​ປີ 2107 ​ເປັນ​ປີ​ທີ່​ມີ​ຄວາມ​ຫມນຄວາມ​ສໍາຄັນ​ທີ່​ສຸດ ​ເຊິ່ງ​ເປັນ​ປີ​ທີ​ສອງ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫນ່ຄັ້ງ​ທີ 10 ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 4 ຂອງ​ອົງຄະ​ນະ​ພັກ​ກະຊວງ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ8  ກໍ່​ຄື​ແຜນ​ຍຸດ​ທະ​ສາດ​ວຽກ​ງານ​ກວດກາ ຂອງ​ຂະ​ແໜງ​ອຸດສາ​ຫະກໍາ ​ແລະ ການ​ຄ້າ ​ແຕ່​ປີ 2016-2020​ ໃຫ້​ບັນລຸ​ຜົນ​ຕາມ​ລະດັບ​ຄາດຫມາຍ​; ສະ​ນັ້ນ ​ໃນ​ເວລາ 8: 30 ຂອງ​ວັນ​ທີ 20 ກຸມພາ 2017 ຈຶ່ງ​ເປັນ​ມື​​ໄຂ​ກອງ​ປະຊຸມ​ກ່ຽວ​ກັບການຝຶກ​ອົບຮົມ​ວຽກ​ງານ​ກວດກາ​ໄລຍະ​ສັ້ນ ຂອງ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຈົນ​ຮອດ​ວັນ​ທີ 24 ກຸມພາ 2017.  ​ໂດຍ​ການ​ເປັນ​ປະທານ ທ່ານ … Continue reading

ໂດຍ: admin ວັນທີ 20 Mar, 2017 ເວລາ 02:44 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2017-02-27 at 14.45.11

​ໃນ​ວັນ​ທີ 24 ກຸມພາ 2017 ​ເວລາ​ປະມານ 9:00 ທາງ​ຄະນະ​ທີ​ມງານ​ຕິດຕາມ​ການ​ຕິດ​ສະ​ລາກ​ລາຄາ​ສິນຄ້າ ​ເຊິ່ງນໍາ​ໂດຍ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດ​ດສາ​ຫະກໍາ ​ແລະ ການ​ຄ້າ, ພ້ອມ​ດ້ວຍບັນດາ ທ່ານ ຫົວໜ້າ​ກົມ, ຮອງຫົວຫນ້າ​ກົມ, ຄະນະ​ພະ​ແນ​ກ ​ແລະ ວິຊາ​ການ ກົມການ​ຄ້າ​ພາຍ​ໃນ, ພະ​ແນ​ກ ອຸດສາ ຫະກໍາ ​ແລະ ການ​ຄ້າ ນະຄອນຫລວງ​, ໄດ້​ລົງ​ ຊຸ​ກຍູ້ ຕິດຕາມ​ ບໍລິ​ສັດ ​ເບຍ​ລາວ​ຈໍາກັດ, ບໍລິສັດ ​ເອ​ເຊຍ​ປາຊີ​ຟິກ ບີ​ເວີຣີ ຈໍາກັດ, ບໍລິສັດ​ໂຄຄາ​ໂຄ​ລ້າ ບອ໊ຕຕລິງ … Continue reading