ໃນວັນທີ 16 ມັງກອນ 2017 ເວລາ 11:00ໂມງ ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບຄະນະຕົວແທນນັກທຸລະກິດຍີ່ປຸ່ນທີ່ມາລົງທຶນຢູ່ ສປປ ລາວ ແລະ ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງໂອ້ລົມກ່ຽວກັບສະ ພາບວຽກງານການລົງທຶນ, ການພັດທະນາ ດ້ານກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ຢູ່ໃນ ສປປ ລາວ. ສິ່ງສໍາຄັນແມ່ນມີຫລາຍບໍລິສັດຍີ່ປຸ່ນທີມາລົງທຶນຢູ່ ສປປ ລາວ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງຄວາມຍິນດີ … Continue reading →
ໃນວັນທີ 05 ມັງກອນ 2017 ເວລາ 3:00ໂມງ ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ, ບໍລິສັດ ສປ ຈີນ ໄດ້ເຂົ້າລາຍງານ ກ່ຽວກັບການເລີ່ມຕົ້ນລົງມືປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂດຍການກະກຽມໂຄງປະກອບວັດສະດຸກໍ່ສ້າງ-ສະບຽງອາຫານ ເພື່ອຕອບສະໜອງໃຫ້ທັນເວລາ ແລະ ພຽງພໍ ໃນຊ່ວງເວລາການຈັດຕັ້ງປະຕິບັດໂຄງການ ໃຫ້ມີຄວາມພ້ອມ ແລະ ອໍານວຍຄວາມສະດວກໃນທຸກດ້ານ ໃນການເຂົ້າຮ່ວມຮັບຟັງການລາຍງານຂອງບໍລິສັດຂອງ ສປ ຈີນຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານມີຄວາມເຫັນດີໃນການແບ່ງການຈັດຕັ້ງປະຕິບັດວຽກງານແຕ່ລະໄລຍະ ເພື່ອໃຫ້ໄດ້ຮັບຜົນດີຕາມແຜນ ແລະ ຕາມກໍານົດເວລາ. [ພາບ ແລະ … Continue reading →
ທີຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ເວລາ 10:00ໂມງ ຂອງວັນທີ 05 ມັງກອນ 2017 . ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຕ້ອນຮັບຄະນະທີ່ປຶກສາທູດເສດ ຖະກິດການຄ້າ ທີ່ມາອໍາລາຄືນສູ່ປະເທດຕົນ ເຊິ່ງທ່ານໄດ້ດໍາລົງຕໍາແໜ່ງປະຕິບັດຫນ້າທີ່ໃນ ສປປ ລາວມາເປັນເວລາ 3 ປີ 6 ເດືອນ ແລະ ຈະຫມົດວາລະໃນທ້າຍເດືອນ 1 ປີ 2017 ນີ້; ທີ່ສໍາຄັນແມ່ນເພື່ອເຂົ້າແຈ້ງຜົນການພົບປະຂອງສອງນາຍົກລັດຖະມົນຕີລະຫວ່າງ ສປປ ລາວ ແລະ ສປ ຈິນ … Continue reading →
ໃນເວລາ 3:30 ໂມງ ຂອງວັນທີ 04 ມັງກອນ 2017 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບຄະນະທ່ານ ເອກອັກ ຄະລັດຖະທູດ ສສ ຫວຽດນາມ ໃນການເຂົ້າອໍາລາເພື່ອກັບຄືນສູ່ປະເທດຕົນ ຊຶ່ງທ່ານໄດ້ດໍາລົງຕໍາແຫນ່ງເອກອັກຄະລັດຖະທູດປະຈໍາ ສປປ ລາວມາ 1 ສະໄໝ ໂດຍການມອບຫມາຍຈາກການນໍາຂັ້ນສູງຂອງ ສສ ຫວຽດນາມ; ໃນ 1 ສະໄຫມຜ່ານມາ ໄດ້ປະຕິບັດຫນ້າທີ່ ໃນວຽກງານດ້ານການເມືອງ, ວັດທະນະທໍາ, ດ້ານການຮ່ວມມືປ້ອງກັນຄວາມສະຫງົບ, … Continue reading →
ຕອນບ່າຍວັນທີ 21 ທັນວາ 2016 ທີ່ ຫ້ອງສ່ອງແສງ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະ ຊຸມປືກສາຫາລື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງນໍາໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ປອ ລຽນ ທິແກ້ວ ລັດຖະມົນ ຕີ ກະຊວງກະສິກໍາ ແລະ ປ່າໄມ້ ເຊິ່ງມີຄະນະກົມ ແລະ … Continue reading →
ໃນຕອນບ່າຍຂອງວັນທີ 20 ທັນວາ 2016 ທີ່ຫ້ອງຮັບແຂກຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ດາໂຕະ ທັນໄຕ ຫິງ (Dat0 Than Tai Hing) ເອກອັກຄະລະຖະທູດ ມາເລເຊຍ ປະຈໍາລາວ ໃນວາລະໂອກາດທີ່ທ່ານໄດ້ສຳເລັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານທູດ ໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວຢ່າງເຂັ້ມແຂງ ໃນໄລຍະທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ … Continue reading →
ໃນຕອນເຊົ້າຂອງວັນທີ 20 ທັນວາ 2016 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ໄດ້ເຂົ້າເປັນປະທານກອງປະຊຸມ ຜັນຂະຫຍາຍເນື້ອໃນວຽກງານກວດກາທົ່ວປະເທດຄັ້ງທີ 3 ແລະ ສະຫລຸບຕີລາຄາການເຄື່ອນໄຫວວຽກງານກວດກາຂອງກະຊວງອຸດສາຫະກໍາ ແລະ ການຄ້າ 5 ປີ 2011-2015 ໃນຕໍ່ຫນ້າ ປີ 2016-2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ທ່ານ ໄດ້ເນັ້ນໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເອົາໃຈໃສ່ຕິດຕາມການກວດກາການເຄື່ອນໄຫວວຽກງານຕາມພາລະບົດບານຂອງຕົນໃຫ້ເປັນລະບົບຕໍ່ເນື່ອງ ຮັບປະກັນຜົນປະໂຫຍດລວມຂອງຊາດ ກໍ່ຄືການສະກັດກັ້ນການສໍ້ລາດບັງຫລວງໃຫ້ຫມົດໄປ ຜ່ານການຟັງການລາຍງານຂອງກອງປະຊມທ່ານໃຫ້ທິດຊີ້ນໍາວ່າ: ໃນ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ … Continue reading →
ການລົງສໍາພາດໃນຄັ້ງນີ້ແມ່ນເລີ່ມຈາກແຂວງຫລວງນໍ້າທາ ໃນວັນທີ 08 ທັນວາ 2016 ໄດ້ເຂົ້າສໍາພາດພະແນກແຜນການ ແລະ ການລົງທຶນ ແຂວງຫລວງນໍ້າທາໂດຍແມ່ນທ່ານບຸນຈັນ ອຸໄທວັນ ຫົວຫນ້າຫ້ອງການເປັນຜູ້ໃຫ້ສໍາພາດ ແລະ ໃນເວລາຕໍ່ມາໄດ້ເຂົ້າພົບປະສໍາພາດ ພະແນກໂຍທາທິການ ແລະ ການຂົນສົ່ງ ທ່ານ ຈັນທະຈອນ ແກ້ວນະຄອນ ເປັນຜູ້ປະສານງານໂຄງການທາງລົດໄຟລາວ-ຈີນ ແລະ ສໍາພາດບໍລິສັດຢາງພາລາຢຸນນານຈໍາກັດ ທີ່ເປັນບໍລິສັດໃຫຍ່ ແລະ ມີບົດບາດໃນແຂວງຫລວງນໍ້າທາ. ໃນວັນທີ 09 ທັນວາ 2016 ໄດ້ເຂົ້າພົບປະສໍາພາດພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊໃຫ້ສໍາພາດໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວຫນ້າພະແນກ ແຜນການ ແລະ ການລົງທຶນແຂວງອຸດົມໄຊ ແລະ … Continue reading →
ໃນຕອນບ່າຍຂອງວັນທີ 08 ທັນວາ 2016 ທີ່ຜ່ານມາ, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຫງຽນ ແມ່ງ ຮຸງ (Nguyen Manh Hung), ເອກອັກຄະລັດຖະທູດວິສາມັນຜູ້ມີອໍຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ ທ່ານເອກອັກຄະລັດຖະທູດ ຈະສິ້ນສຸດການປະຕີບັດໜ້າທີ່ການທູດ ຢູ່ ສປປ ລາວ. ການພົບປະໄດ້ດຳເນີນໄປດ້ວຍບັນຍາກາດຄວາມສະໜິດສະໝົມ ແລະ ເປັນກັນເອງ … Continue reading →
ໃນຕອນແລງຂອງວັນທີ 21 ພະຈິກ 2016, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຊັນສັນຍາໂຄງການປັບປຸງໂຄງລ່າງພື້ນຖານເຕັກນິກອິນເຕີເນັດ (Internet/WiFi) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຂຶ້ນທີ່ຫ້ອງປະຊຸມສ່ອງແສງກະຊວງ ອຄ, ລະຫວ່າງ ເຈົ້າຂອງໂຄງການ ກໍ່ຄື ກະຊວງອຸດສາຫະກຳ ແລະ ການຄ້າ ເຊັນໂດຍທ່ານ ພຸດທະວັນ ນັນທະວົງ ຮັກສາການຫົວໜ້າຫ້ອງການກະຊວງ ອຄ ແລະ ຜູ້ໃຫ້ບໍລິການ ກໍ່ຄື ບໍລິສັດ ລາວຈຳປາ ອິນເຕີເນັດ ຈຳກັດ ເຊັນໂດຍທ່ານ Ryan Hong KF ປະທານບໍລິສັດ ລາວຈຳປາ … Continue reading →