ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ (SEOM Retreat) ໃນລະຫວ່າງວັນທີ 7-8 ທັນວາ 2023, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆທີ່ກ່ຽວຂ້ອງໃນປີ … Continue reading →
ໃນວັນທີ 29-30 ພະຈິກ 2023, ທີ່ ໂຮງແຮມ ຄຣາວພຣາຊ່າ ນະຄອນຫຼວງວຽງຈັນ, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ (DTNC), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບ ກັບສູນການຄ້າສາກົນ (ITC) ພາຍໃຕ້ທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ຈາກໂຄງການ ARISE Plus ປະຈຳ ສປປ ລາວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານບໍລິການໃນຮູບແບບ Negative List (ຮູບແບບປິດ). ຝຶກອົບຮົມໄດ້ຮັບການກ່າວເປີດຮ່ວມ ລະຫວ່າງ ທ່ານ ນົງຈິດ ຄຳບຸນເຮືອງ, ຫົວໜ້າພະແນກການຄ້າດ້ານບໍລິການ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມໃນຫົວຂໍ້ ວັນລິຂະສິດ (Copyring Day) ຂື້ນໃນວັນທີ 24 ພະຈິກ 2023, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານກ່າວເປີດຂອງ ທ່ານ ສັນຕິສຸກ ພູນສະຫວັດ, ອາດີດຫົວໜ້າກົມຊັບສິນທາງປັນຍາ, ມີບັນດາສິນລິປິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການຝືກອົບຮົມໃນມື້ນີ້ ເພື່ອເປັນການແລກປ່ຽນ, ແບ່ງປັນ ແລະ ສົນທະນາ ໂດຍເນັ້ນໃສ່ການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຊິ່ງເປັນໜຶ່ງໃນຫົວຂໍ້ທີ່ສໍາຄັນຂອງວຽກງານຊັບສິນທາງປັນຍາ. ທ່ານ ສັນຕິສຸດ ພູນສະຫວັດ … Continue reading →
ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ … Continue reading →
ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ ໄດ້ຈັດກອງປະຊຸມຝຶກອົບຮົມ ພາຍໃຕ້ໂຄງການ ຄລີນິກການບໍລິຫານຈັດການຊັບສິນທາງປັນຍາ ສຳລັບວິສາຫະກິດອາຊຽນ, ໂດຍສະເພາະວິສາຫະກິດຂອງ ສປປ ລາວ. ຂື້ນໃນລະຫວ່າງວັນທິີ 21-22 ພະຈິກ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ ແລະ ທ່ານ Kenichiro NATSUME ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ, ທ່ານ ນາງ … Continue reading →
ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ ສັງກັດກະຊວງຂຶ້ນ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະນຳກະຊວງ, ບັນດາທ່ານ ຫົວໜ້າ/ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ-ພະນັກງານຫຼັກແຫ່ງ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ບັນດາລັດວິສາຫະກິດ, ບໍລິສັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ … Continue reading →
ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ປຶກສາຫາລື ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານພາຫະນະທາງບົກ ໃນວັນທີ 14 ພະຈິກ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ, ມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມພາສີ ກະຊວງການເງິນ, ພະແນກອຸດສາຫະກໍາ ແລະ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ຂື້ນໃນວັນທີ 02 ພະຈິກ 2023 ທີ່ ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍການເປັນປະທານກ່າວເປີດຝຶກອົບຮົມຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເຂົ້າຮ່ວມເປັນນັກວິທະຍາກອນໃນຄັ້ງນີ້ ມີ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ມີທ່ານ … Continue reading →
ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດ MR ທີ່ປຶກສາມາດຕະຖານສາກົນ ໄດ້ຈັດຝຶກອົບຮົມໃນຫົວຂໍ້ມາດຕະຖານສາກົນ GHPs, ISO 9001:2015 ແລະ ISO 14001:2015, ຂື້ນໃນລະຫວ່າງວັນທີ 26-27 ຕຸລາ 2023, ທີ່ສະພາການຄ້າ ແລະ ອຸດສຸດສາຫະກໍາແຫ່ງຊາດ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ຂອງທ່ານ ສໍາລີ ບຸດສະດີ ຮອງຫົວນ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ອຄ ມີພະນັກງານພາກລັດ ແລະ ທຸລະກິດ ເຂົ້າຮ່ວມ. ຈຸດປະສົງກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອນໍາສະເໜີບົດຮຽນ … Continue reading →
ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ, ອຸດສາຫະກໍາ ແລະ ການຄ້າ ຮ່ວມກັບສະມາຄົມຫັດຖະກໍາລາວ ໄດ້ຈັດງານຖະແຫຼງຂ່າວກຽມຈັດງານສະເຫຼີມສະຫຼອງ ວັນຫັດຖະກໍາແຫ່ງຊາດ ແລະ ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22 ທີ່ສູນການຄ້າລາວໄອເຕັກ. ພິທີຖະແຫຼງຂ່າວງານດັ່ງກ່າວ ໄດ້ຈັດຂຶ້ນວັນທີ 24 ຕຸລາ 2023 ຜ່ານມາ, ທີ່ກະຊວງ ອຄ ເຂົ້າຮ່ວມຖະແຫຼງຂ່າວໂດຍ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ, ກະຊວງ ອຄ, ທ່ານ ນາງ ສຸນິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ມີຜູ້ຕ່າງໜ້າບັນດາກົມອ້ອມຂ້າງກະຊວງ ອຄ ແລະ … Continue reading →