ໃນວັນທີ 14 ສິງຫາ 2023, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ຂຶ້ນທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມໃນພາກທີໜຶ່ງແມ່ນເພື່ອທົບທວນການຈັດຕັ້ງປະຕິບັດທຶນສົມທົບ BAF II ທີ່ຜ່ານມາ ແລະ ແລກປ່ຽນບົດຮຽນ ເພື່ອວາງແຜນບູລິມະສິດໃນອະນາຄົດ. ສ່ວນກອງປະຊຸມໃນພາກທີສອງແມ່ນການລາຍງານຜົນປະເມິນໄລຍະກາງຂອງທຶນສົມ ທົບເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ໂດຍບໍລິສັດທີ່ປຶກສາ EMC ແລະ ໄດ້ມີການແລກປ່ຽນຄໍາຄິດເຫັນຂອງຜູ້ໄດ້ຮັບທຶນສົມທົບ BAF II ແລະ ຜູ້ສະໜອງການບໍລິການທາງດ້ານວິຊາການໃຫ້ແກ່ຜູ້ໄດ້ຮັບທຶນ … Continue reading →
ຫົວຂໍ້ປະກາດ ດ່ວນ! ວິສາຫະກິດທີ່ດຳເນີນການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ຈຳນວນ 13 ໝວດສິນຄ້າ ຕາມແຈ້ງການເລກທີ 1224/ຫອຄ, ລົງວັນທີ 23 ພຶດສະພາ 2023 ໃຫ້ຮີບຮ້ອນມາ ລົງທະບຽນເປັນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສຳເລັດກ່ອນວັນທີ 31 ສິງຫາ 2023. ສະຫຼຸບຫຍໍ້ ເພື່ອເປັນການຄຸ້ມຄອງຕິດຕາມການເຄື່ອນໄຫວ, ການຊໍາລະ/ຮັບຊໍາລະເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຈໍາກັດການຄ້ານອກລະບົບ. ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ວິສາຫະກິດໃນຂອບເຂດທົ່ວປະເທດ … Continue reading →
ເພື່ອກະກຽມການເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍການປົກປ້ອງພັນພືດໃໝ່ຂອງ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດ ວຽກງານການປົກປ້ອງພັນພືດໃໝ່ UPOV, ໃນວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ, ແບບເຊິ່ງໜ້າ ແລະ ອອນລາຍ, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ. … Continue reading →
ກອງປະຊຸມຮອບພິເສດ ຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 3 (THIRD SPECIAL MEETING OF THE COORDINATION COMMITTEE ON SERVICES-3rd Special CCS) ແລະ ວຽກງານທີ່ກ່ຽວຂ້ອງກັບ ການຄ້າດ້ານການບໍລິການຂອງ ສປປ ລາວ, ຊຶ່ງ ສປປ ລາວ ເປັນເຈົ້າພາບ ແລະ ໄດ້ຮັບການສະໜັບສະໜູນໂດຍ: ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບແຜນງານຂໍ້ລິເລີ່ມການເຊື່ອມໂຍງ (Promotion of Competitiveness within the Framework of the Initiative for ASEAN … Continue reading →
ໃນວັນທີ 03 ສິງຫາ 2023 ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຈັດກອງປະຊຸມສຳມະນາ ກ່ຽວກັບການພັດທະນາກະສິກຳແບບຍືນຍົງ ແລະ ຄົງທົນທານຕໍ່ສະພາບອາກາດ ໃນ ສປປ ລາວ ແລະ ການປົກປ້ອງພັນພືດ ພາຍໃຕ້ລະບົບສະຫະພັນສາກົນ ເພື່ອການປົກປ້ອງພັນພືດ UPOV, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ, ມີທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ຫ້ອງການສົ່ງອອກ ແລະ ພົວພັນຕ່າງປະເທດ, ກະຊວງກະສິກຳ, ປ່າໄມ້ … Continue reading →
ໃນວັນທີ 02 ສິງຫາ 2023 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມການປົກປ້ອງພັນພືດຂອງປະເທດອາຊີຕາເວັນອອກ ຄັ້ງທີ 16 ປະຈຳປີ 2023, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ (MAFF) ແຫ່ງ ປະເທດ ຍີ່ປຸ່ນ. ໃນກອງປະຊຸມຄັ້ງນີ້ ມີທ່ານ Petter Button, … Continue reading →
ວັນທີ 17 ກໍລະກົດ 2023, ນະຄອນຫຼວງວຽງຈັນ – ກົມນະໂຍບາຍການຄ້າຕ່າງປະເທດ (DFTP), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບສູນການຄ້າສາກົນ (ITC) ພາຍໃຕ້ໂຄງການ ARISE Plus ທີ່ໄດ້ຮັບທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານການບໍລິການ ແລະ ຕາຕະລາງຂໍ້ຜູກພັນການຄ້າດ້ານບໍລິການຮູບແບບປິດ ແຕ່ວັນທີ 17-18 ກໍລະກົດ 2023. ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອເພີ່ມທະວີຄວາມສາມາດໃຫ້ແກ່ອົງການລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບການຄ້າດ້ານການບໍລິການກ່ຽວກັບການນໍາໃຊ້ຂໍ້ຜູກພັນການຄ້າຕາຕະລາງຮູບແບບປິດ ໂດຍສະເພາະ, ຮຽນຮູ້ແລະໄດ້ຮັບຄວາມຮູ້ກ່ຽວກັບວິທີການຫັນປ່ຽນຈາກຕາຕະລາງຂໍ້ຜູກພັນຮູບແບບເປີດ ມາເປັນຕາຕະລາງຮູບແບບປິດ. ຕາຕະລາງຮູບແບບປິດເປັນແນວທາງສໍາຄັນໃນຂໍ້ຜູກພັນການຄ້າດ້ານການບໍລິການ ໃນປີ … Continue reading →
ໃນວັນທີ 13-14 ກໍລະກົດ 2023 ທີ່ ເມືອງວັງວຽງ, ແຂວງວຽງຈັນ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຝຶກອົບຮົມຫຼັກສູດຕໍ່ເນື່ອງ ກ່ຽວກັບ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ. ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ – LCT . ໂດຍການເປັນປະທານຂອງທ່ານ ແສງພະນົມຈອນ ອິນທະສານ ແລະ ພ້ອມດ້ວຍປະທານຮ່ວມທ່ານ ນາງ ສົມໝາຍ ພົມມຸນິວົງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຕາງໜ້າຈາກກົມອ້ອມຂ້າງກະຊວງ ອຄ ແລະ … Continue reading →
ໃນວັນທີ 12 ກໍລະກົດ 2023, ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການ ARISE Plus Lao PDR ຄັ້ງທີ 8 ຂື້ນ ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ອຄ ແລະ ທ່ານນາງ ອີນາ ມາຈູລີໂອນີແຕ Ina Marčiulionytė ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ … Continue reading →
ໃນວັນທີ 4 ກໍລະກົດ 2023, ທີ່ ຫ້ອງປະຊຸມຊັ້ນ 03 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໜ່ວຍພັກຮາກຖານກົມສົ່ງເສີມການຄ້າ, ຈັດກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກຂື້ນ ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ໄຊສົມເພັດ ນໍລິສິງ ກຳມະການຄະນະພັກກະຊວງ ອຄ, ເລຂາໜ່ວຍພັກຖານກົມສົ່ງເສີມການຄ້າ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນພາຍໃນໜ່ວຍພັກ ເຂົ້າຮ່ວມ ສະຫາຍ ໄຊສົມເພັດ ນໍລິສິງ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ໃນທ່າມກາງບັນຍາກາດທີ່ທົ່ວອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ກໍາລັງແຂ່ງຂັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ … Continue reading →