ຂ່າວພາຍໃນ

ໂດຍ: admin ວັນທີ 9 Sep, 2020 ເວລາ 10:39 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
118672936_1896125097195937_8316256224284688007_n

       ໃນວັນທີ 28 ສິງຫາ 2020 ຜ່ານ​ມາ, ຢູ່ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທາງໄກ ເຜີຍແຜ່ຜົນການຄົ້ນຄວ້າໂຄງການຮ່ວມມືລະດັບພາກພື້ນ ໃນຫົວ​ຂໍ້: “ການ​ຄ້າ​ສິນຄ້າ​ກະສິກໍາ​ ລະຫວ່າງ ສປ ຈີນ ​ແລະ ບັນດາ​ປະ​ເທດລຸ່ມ​ແມ່ນໍ້າຂອງ: ການ​ວິ​ເຄາະ​ຕ່ອງ​ໂສ້ມູນ​ຄ່າ (Agricultural Trade between China and the GMS Countries: Value Chain Analysis) ໂດຍຮັບການສະໜັບສະໜູນຈາກສະ​ຖາ​ບັນແຫ່ງການ​ພັດທະນາ ​ຂອງປະເທດກຳປູ​ເຈຍ (CDRI) ພາຍ​ໃຕ້​ກອງ​ທຶນ​ເ​ເມ່ນໍ້າຂອງ-ແມ່ນໍ້າ​ລ້ານ​ຊ້າງ. ສໍາລັບຕາງໜ້າຄະນະຄົ້ນຄວ້າຂອງ … Continue reading

ໂດຍ: admin ວັນທີ 3 Sep, 2020 ເວລາ 12:18 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
chengkan 01 Sep.docx

   ໃນວັນທີ 01 ກັນຍາຜ່ານມາ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ;    ຈຸດປະສົງເພື່ອປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ວາງອອກໃນແຕ່ລະໄລຍະ ໃນການດໍາເນີນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດຂອງພະຍາດໂຄວິດ 19.  ແຫຼ່ງຂ່າວ: ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮຽບຮຽງ: ນ ຖື ແຫວນວົງສົດ ສູນສະຖິຕິ … Continue reading

ໂດຍ: admin ວັນທີ 19 Aug, 2020 ເວລາ 09:37 AM | ແຍກຕາມຫມວດ ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
chengkan labour of IOH Department

      ໃນວັນທີ 13 ສິງຫາ 2020 ຜ່ານມາ, ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ແຈ້ງການ ກ່ຽວກັບການເກັບກໍາຂໍ້ມູນຄວາມຕ້ອງການແຮງງານ/ຕໍາແໜ່ງງານຫວ່າງ ຂອງຫົວໜ່ວຍທຸລະກິດພາຍໃນ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ;       ຈຸດປະສົງເພື່ອເກັບກຳຂໍ້ມູນຄວາມຕ້ອງການແຮງງານ/ຕໍາແໜ່ງງານຫວ່າງ ຂອງຫົວໜ່ວຍທຸລະກິດ ຫຼື ໂຮງງານ ເພື່ອສົ່ງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸກຍູ້ ອໍານວຍຄວາມສະດວກໃຫ້ຜູ້ຫວ່າງງານໄດ້ເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານລາວດ້ວຍຫຼາຍຮູບແບບ. ແຫຼ່ງຂ່າວ: ກົມອຸດສາຫະກໍາ … Continue reading

ໂດຍ: admin ວັນທີ 10 Aug, 2020 ເວລາ 12:48 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
list of company whole sale

       ໃນວັນທີ 24 ກໍລະກົດ 2020 ຜ່ານມາ, ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຈ້ງ ໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຈາກກົມການຄ້າພາຍໃນ ນັບແຕ່ວັນທີ 5/03/2019-30/10/2019 ເຂົ້າມາພົບ ແລະ ອະທິບາຍເຫດຜົນຕໍ່ເຈົ້າໜ້າທີ່ກົມການຄ້າພາຍໃນ ບໍ່ໃຫ້ກາຍວັນທີ 30 ກັນຍາ 2020 ; ຖ້າວິສາຫະກິດໃດຫາກບໍ່ເຂົ້າມາພົບ ຫຼື ບໍ່ມີເຫດຜົນພຽງພໍ ເຈົ້າໜ້າທີ່ກົມການຄ້າພາຍໃນ ຈະໄດ້ປະຕິບັດມາດຕະການແຈ້ງໂຈະ, ລົບລ້າງໃບອະນຸຍາດ ຕາມກົດໝາຍ ແລະ ລະບຽບການ.   … Continue reading

ໂດຍ: admin ວັນທີ 4 Aug, 2020 ເວລາ 12:22 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
advise of plastic

       ໃນວັນທີ 17 ກໍລະກົດ 2020 ຜ່ານມາ, ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ຄໍາແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ;       ຈຸດປະສົງເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນໃສ່ຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບ ຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະກອບສ່ວນແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. … Continue reading

ໂດຍ: admin ວັນທີ 2 Jul, 2020 ເວລາ 11:17 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9172.1

       ຕອນບ່າຍ ເວ​ລາ 2: 00 ໂມງ ຂອງວັນທີ 30 ມິ​ຖຸ​ນາ 2020 ທີ່ຫ້ອງປະ​ຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້​ຈັດ​ກອງ​ປະ​ຊຸມເພື່ອປຶກ​ສາ​ຫາ​ລື​ແຜນ​ໂຄງ​ການ​ຮ່ວມ​ມື​ພາຍ​ໃຕ້​ແຜນ​ແມ່​ບົດ​ພັດ​ທະ​ນາ​ແລວ​ທາງ​ເສດ​ຖະ​ກິດ ລາວ-ຈີນ ​ໂດຍ​ການ​ເປັນ​ປະ​ທານ ຂອງ​ ທ່ານ ພູວຽງ ພົງ​ສາ ຫົວ​ໜ້າ​ກົມ​ແຜນ​ການ ແລະ ການ​ການ​ຮ່ວມ​ມື ​ໃນ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ຮອງ​ຫົວ​ໜ້າ​ຫ້ອງ​ການ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ມີຫົວ​ໜ້າ​ພະ​ແນກ ຮອງ​ຫົວ​ໜ້າ​ພະ​ແນກ ວິຊາ​ການ​ຕາງ​ໜ້າຈາກ​ ​​ຕົວ​ແທນ​ຂອງ​ແຕ່​ລະ​ກົມຈໍານວນ​ໜຶ່ງ ອ້ອມ​ຂ້າ​ງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ມີ​ຜູ້​ເຂົ້າປະ​ມານ … Continue reading

ໂດຍ: admin ວັນທີ 24 Jun, 2020 ເວລາ 09:28 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
psli 23 June

         ວັນທີ 22 ມິຖຸນາ 2020 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ (ພອຄ.ຜລ) ໃຫ້ກຽດເປັນປະທານໂດຍ ທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ມີ ທ່ານ ບຸນລົມ ຫົງຄຳ ຮອງຫົວໜ້າພະແນກ, ບັນດາຫົວໜ້າ- ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 18 Jun, 2020 ເວລາ 04:11 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments

ບົດຄົ້ນຄວ້າ “ໂອກາດທຸລະກິດພາຍໃນຂອງລາວໃນການສະຫນອງສິນຄ້າ ໃຫ້ຮ້ານສະດວກຊື້ທັນສະໄຫມຊ່ວງໄລຍະການແຜ່ລະບາດພະຍາດໂຄວິດ-19(Covid-19)ຢູ່ນະຄອນຫຼວງວຽງຈັນ” ມິຖຸນາ 2020 ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ (ສສອຄ) 0205-ສສອຄ. ອຄ

ໂດຍ: admin ວັນທີ 17 Jun, 2020 ເວລາ 03:40 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວດ່ວນ | % ຄຳເຫັນ 0 Comments
vientiane Nonthong

ບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ ໂດຍ ປອ ນ. ທານຕະວັນ ມະໂນລົມ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ (ສສອຄ) 0205-ສສອຄ. ອຄ

ໂດຍ: admin ວັນທີ 3 Jun, 2020 ເວລາ 02:17 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9009.1

           ຕອນບ່າຍເວລາ 13: 30 ໂມງ ຂອງວັນທີ 2 ມິຖຸນາ  2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຜັນ​ຂະຫຍາຍ​ ດຳ​ລັດ​ສະ​ບັບ​ເລກ​ທີ 414/ລບ, ລົງ​ວັນ​ທີ 10 ທັນ​ວາ 2019 ວ່າ​ດ້ວຍ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຂວງ​ໄຊ​ສົມ​ບູນ ​ໂດຍການ​ເປັນ​ປະ​ທານ ຂອງ  ທ່ານ ສິ​ລິ​ສຳ​ພັນ ວໍ​ຣະ​ຈິດ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ມີຕາງ​ໜ້າຈາກ​ ​ຫ້ອງ​ການ, ບັນດາຫົວ​ໜ້າ​ກົມ- ຮອງ​ກົມ, ຮອງ​ຫົວໜ້າສະ​ຖາ​ບັນ ​ແລະ ວິຊາ​ການ​ຈໍານວນ​ໜຶ່ງ ອ້ອມ​ຂ້າ​ງ​ກະ​ຊວງ​ອຸດ​ສາ​ຫະ​ກຳ … Continue reading