ກອງປະຊຸມກາງສະໄໝຂອງຂະແໜງການຄ້າ ແລະ ພາກເອກະຊົນຄັ້ງທີ 14 ເຊິ່ງເປັນເວທີສົນທະນາອັນສໍາຄັນ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດຂຶ້ນທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 06 ມິຖຸນາ 2019 ເວລາ 8:30ໂມງ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານ ໂດຍ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກຳ ແຫ່ງ ສປປ ລາວ, … Continue reading →
ຕອນເຊົ້າ ເວລາ 10: 30 ໂມງ ຂອງ ວັນທີ 31 ພຶດສະພາ 2019 ທີ່ຫ້ອງສ່ອງແສງ ຊັ້ນ III ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີມອບ-ຮັບຂອງຂວັນ ໃຫ້ແກ່ສະຫະພັນແມ່ຍິງກະຊວງ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ 01 ມິຖຸນາ 2019 ພ້ອມທັງເປັນການສະໜັບສະໜູນໃຫ້ແກ່ການສ້າງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວ ໂດຍອີງໃສ່ຄໍາແນະນໍາຂອງຄະນະກໍາມະການທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ສະບັບເລກທີ 144/ຄຊກມດ, ລົງວັນທີ 07 ພຶດສະພາ 2019 ແລະ ສະບັບເລກທີ … Continue reading →
ໃນລະຫວ່າງວັນທີ 27 – 31 ພຶດສະພາ 2019, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້: “ການບໍລິຫານຈັດການສະມາຄົມທຸລະກິດຂະໜາດນ້ອຍ’’ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ທີ່ຫ້ອງປະຊຸມພະແນກ ອຄ ແຂວງວຽງຈັນ, ເຊິ່ງເຂົ້າຮ່ວມເປັນປະທານກ່າວເປີດໂດຍ ທ່ານ ສາ ສີລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ວຽງສະຫວັນ ທອງເພັງບັນທະວົງ ຮອງຫົວໜ້າພະແນກ ອຄ … Continue reading →
ເພື່ອຈັດຕັ້ງຜັນຂະຫຍາຍ 01 ໃນ 07 ນະໂຍບາຍພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ (ວນກ) 2016-2021 ກໍຄື ນະໂຍບາຍທີ 4 ການສົ່ງເສີມການເຂົ້າເຖິງຕະຫຼາດ ແລະ ການຂະຫຍາຍຕະຫຼາດຂອງ ວນກ, ລັດຖະບານລາວ ໄດ້ຈັດສັນງົບປະມານ ຈາກທຶນກູ້ຢືມດອກເບ້ຍຕໍ່າຂອງທະນາຄານພັດທະນາອາຊີ (ADB) ເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງເວັບໄຊ໌ www.plaosme.com ເພື່ອເປັນບ່ອນເຊື່ອມຕໍ່ ວນກ ກັບຜູ້ຊື້ຢູ່ທັງພາຍໃນ ແລະ ຕ່າງປະເທດ ໄດ້ໂດຍກົງ ໂດຍຜ່ານລະບົບຊື້-ຂາຍທາງອີເລັກໂຕຼນິກ (E-commerce) ຊຶ່ງນອນໃນແຜນງານທີ 3 ຂອງໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະຫນາດນ້ອຍ ແລະ ກາງ. … Continue reading →
ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 25 ເມສາ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມເຜີຍແຜ່ ຄົ້ນຄວ້າການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ກ່ຽວກັບວຽກງານປັບປຸງກົງຈັກ ແລະ ຄຸ້ມຄອງລັດຖະກອນ ໂດຍອີງຕາມກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015 … Continue reading →
ໃນຕອນເຊົ້າ ເວລາ 8 ໂມງ : 30 ນາທີ ຂອງວັນທີ 20 ມີນາ 2019 ນີ້ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວງ, ໄດ້ເປີດກອງປະຊຸມປຶກສາຫາລື ຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ຢູ່ແຂວງຊຽງຂວາງ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັດ ມັງໜໍ່ເມກ ເລຂາຄະນະພັກຮາກຖານ ຮອງປະທານຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂັ້ນແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຊຽງຂວາງ. ຜຸ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີບັນດາຄະນະກຳມະການຄັດເລືອກສິນຄ້າ ໜຶ່ງເມືອງ … Continue reading →
ໃນລະຫວ່າງວັນທີ 25 ກຸມພາ – 01 ມີນາ 2019 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມຫົວຂໍ້: ‘’ການສົ່ງເສີມການຮ່ວມກຸ່ມທຸລະກິດ Cluster’’ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ ທີ່ຫ້ອງປະ ຊຸມ ລີສອດແຫຼວຄຳປະເສີດ, ແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານທ່ານ ວຽງສະຫວັນ ທອງເພັງບັນທະວົງ ຮອງຫົວໜ້າພະແນກ ອຄ ແຂວງວຽງຈັນ. ມີນັກສໍາມະນາກອນ ຈໍານວນ 36 ທ່ານ, ຍິງ … Continue reading →
ໃນຕອນເຊົ້າເວລາ 8:30 ມ ຂອງວັນທີ 1 ມີນາ 2019 ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງອຸດົມໄຊ ໄດ້ເປີດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງພະແນກອຸດສາຫະກຳ ແລະ ການຄ້າ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ໂດຍການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆອຸດົມໄຊ, ມີທ່ານ ຄຳເພົ້າ ສີລິສຸກ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ຕາງໜ້າຈາກສະພາປະຊາຊົນແຂວງ, ບັນດາຫົວໜ້າ- ຮອງຫົວໜ້າພະແນກທີ່ກ່ຽວຂ້ອງ, … Continue reading →
ໃນລະຫວ່າງວັນທີ 12-16 ກຸມພາ 2019 ຄະນະຜູ້ແທນຈຳນວນ 20 ທ່ານ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຍຸຕິທຳ ແລະ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ ທີ່ນຳພາໂດຍທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ. ໂດຍໄດ້ຮັບການຊ່ວຍເຫລືອ ຈາກກອງທຶນພິເສດການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation … Continue reading →
ໃນຕອນເຊົ້າ ເວລາ 8: 30 ຂອງວັນທີ 13 ກຸມພາ 2019 ນີ້ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ໄດ້ຈັດພິທີພົບປະແລກປ່ຽນບົດຮຽນວຽກງານ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ແລະ ການຄ້າ ລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ຄໍາເພົ້າ ສີລິສຸກ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ເຂົ້າຮ່ວມການພົບປະໃນຄັ້ງນີ້ມີບັນດາຄະນະພະແນກ, ຫົວໜ້າ-ຮອງຂະແໜງ ແລະ ວິຊາການພາຍໃນຂະແໜງສົ່ງເສີມ ພ້ອມດ້ວຍອາສາສະມັກໄຈກ້າ ຈາກທັງສອງແຂວງເຂົ້າຮ່ວມທັງໝົດ 17 … Continue reading →