ຂ່າວພາຍໃນ

ໂດຍ: admin ວັນທີ 13 Dec, 2018 ເວລາ 10:13 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
i and H department

     ໃນຕອນເຊົ້າ ວັນທີ 10 ທັນວາ 2018 ທີ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດ ສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໃຫ້ກຽດຮ່ວມຕັດແຖບຜ້າ ຂອງທ່ານນາງ ໄມຕີ ວົງຄໍາຊາວ, ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, … Continue reading

ໂດຍ: admin ວັນທີ 4 Dec, 2018 ເວລາ 03:10 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
0005

     ໃນ​ວັນ​ທີ 28 ພະຈິກ 2018 ພະ​ແນ​ກອຸດສາຫະກຳ ​ແລະ​ ການ​ຄ້າ​ແ​ຂວງ​ຄຳ​ມ່ວນ​ໄດ້​ສົມທົບ​ກັບ​ເຈົ້າຂອງ​ຕະຫລາດລົງ​ເຄືອ​ນ​ໄຫວກວດກາ​ລາຄາ​ສິນຄ້າ​ຕາມ​ທ້ອງ​ຕະຫລາດ​ປະ​ເພດ​ຊີ້ນ,  ​ເຂົ້າ, ປາ ​ແລະ​ ອາຫານ​ແຫ້ງ​ຕ່າງໆ ​ ​ເພື່ອຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນແຕ່ລະໄລຍະໄດ້ມີການຄວບຄຸມໃນລະດັບທີ່ຜູ້ຊື້ – ຜູ້ຂາຍ ສາ ມາດຈໍລະຈອນສິນຄ້າໄດ້ໃນລະດັບລາຄາຍຸຕິທຳ. ​ເຊິ່ງ​ໄດ້​ລົງເຄື່ອນ​ໄຫວ​ຢູ່ 2 ຈຸດຄື: ຕະຫລາດສຸກສົມບູນ ( ຫລັກ  3 ) ແລະ ຕະຫລາດຫລັກ 2 ໃນເທດສະບານຂອງແຂວງ ເຄື່ອນຕາມ​ຈຸດ​ຕ່າງໆ​ ພາຍໃນຕະຫລາດ. ພາຍຫລັງ​ທີ່​ທາງ​ເຈົ້າໜ້າທີ່​ໄດ້​ລົງ​ເກັບກຳ​ກວດກາສະພາບ​ຄວາມ​ເປັນ​ຈິງ ທ່ານ ບຸນ​ໂຮມ ມຸກດາ​ສັກ ຮອງ​ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ​ການ​ຄ້າ​ແຂວງ … Continue reading

ໂດຍ: admin ວັນທີ 27 Nov, 2018 ເວລາ 09:38 AM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
TOM DOG

ວັນທີ 20 ພະຈິກ 2018 ທີ່​​ໂຮງ​ແຮມລາວພລາຊາ, ນະຄອນຫຼວງວຽງຈັນ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ​ກອງ​ປະ​ຊຸມ​ຄະນະກໍາມະການທົບ​ທວນ​ການຈັດ​ຕັ້ງ​ປະ​ຕິ​ບັດ ໂຄງ​ການເຂົ້າ​ເຖິງ​ແຫຼ່ງ​ຂອງວິ​ສາ​ຫະ​ກິດຂະໜາດນ້ອຍ ແລະ ກາງ ຫຼື SME Access to Finance Project ຄັ້ງທີ v ​ຂຶ້ນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ບຸນເຖິງ ດວງສະຫວັນ ຫົວ​ໜ້າ​ກົມ​ສົ່ງ​ເສີມວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ. ມີ​ຜູ້​​ຕາງ​ໜ້າ​ຈາກ​ກະຊວງການເງິນ, ທະ​ນາ​ຄານ​ແຫ່ງ ສ ປ … Continue reading

ໂດຍ: admin ວັນທີ 5 Nov, 2018 ເວລາ 03:45 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
decree photos for news

ໃນວັນທີ 31 ຕຸລາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະບັບປັບປຸງ ທີ່ ນະ ຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ອໍານວຍການກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ, ຫົວໜ້າກົມກົດໝາຍ, ກະຊວງຍຸຕິທໍາ. ມີຜູ້ຕາງໜ້າຈາກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ … Continue reading

ໂດຍ: admin ວັນທີ 22 Oct, 2018 ເວລາ 09:49 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0221

ໃນ​ວັນ​ທີ 17 ຕຸລາ 2018, ທີ່​ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ, ກົມ​ສົ່ງ​ເສີມ​ວິສາຫະກິດ​ຂະໜາດນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຮ່ວມກັບບໍລິສັດທີ່ປຶກສາກະສິກໍາ ແລະ ການເງິນ ແລະ ສູນບໍລິການ SME ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທະນາຄານ​ ພາຍ​ໃຕ້​ຂອບ​ຂອງ​ໂຄງການ​ເຂົ້າ​ເຖິງ​ແຫຼ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ໃນ​ຫົວ​ຂໍ້ “ການ​ປະ​ເມີນ​ຕະຫຼາດ SME, ການ​ພັດທະນາ​ຜະລິດ​ຕະພັນ​ການ​ເງິນ, ການ​ວິ​ເຄາະ​ຜູ້​ກູ້​ຢືມ ​ແລະ ຄວາມ​ສ່ຽງສິນ​ເຊື່ອ, ການ​ບໍລິຫານ​ຄວາມ​ສ່ຽງສິນ​ເຊື່ອ ​ແລະ ​ການ​ຫລຸດຜ່ອນຄວາມ​ສ່ຽງໜີ້ຊັກ​ຊ້າ”. ພິທີເປີດການຝຶກອົບຮົມດໍາເນີນໄປ ​ໂດຍການເປັນປະທານຂອງທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກງານຄະນະນຳກະຊວງ, ຜູ້ອຳນວຍ … Continue reading

ໂດຍ: admin ວັນທີ 6 Sep, 2018 ເວລາ 08:12 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_2127

          ໃນຕອນເຊົ້າຂອງວັນທີ 5 ກັນຍາ 2018 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງ ຣາຊະອະນາຈັກໄທ ຄັ້ງທີ 07 ຂຶ້ນທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ຝ່າຍລາວນໍາໂດຍທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງພາກລັດ … Continue reading

ໂດຍ: admin ວັນທີ 3 Aug, 2018 ເວລາ 11:23 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
2018.6

            ຕອນ​ເຊົ້າ ​ເວລາ 9: 30 ​ໂມງ ຂອງ​ວັນ​ທີ 1 ສິງຫາ 2018 ​​ກົມການຄ້າພາຍໃນ ກະຊວງອຸດສາຫະ  ກໍາ ແລະ ການຄ້າ ນໍາໂດຍ ທ່ານ ບຸນທຽນ ​ແກ້ວ​ສີພາ ຄະນະ​ພັກ​ກະຊວງ ຫົວໜ້າ​ກົມ​ການ​ຄ້າ​ພາຍໃນ​ ແລະ ຕາງໜ້າພະແນກອຸດສາຫະກໍາ ​ແລະ ການຄ້ານະຄອນຫຼວງ ພ້ອມຄະນະວິຊາການທີ່ກ່ຽວຂ້ອງ ໄດ້​ລົງຕິດຕາມພົບປະເຮັດວຽກກັບບັນດາ​ທ່ານປະທານ ບໍລິສັດ ວຽງຈັນການກະເສດການຄ້າ, ບໍລິສັດ ແຫຼມທອງການຄ້າ ແລະ ບໍລິສັດ ສົມຫວັງການຄ້າ ທີ່ເປັນຕົວແທນຈໍາໜ່າຍສິນຄ້ານໍາເຂົ້າຈາກໂຮງງານຕ່າໆ ພາຍໃນນະຄອນຫຼວງ.   … Continue reading

ໂດຍ: admin ວັນທີ 27 Jun, 2018 ເວລາ 11:29 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0549

           ໃນຕອນເຊົ້າ ວັນທີ 25 ມິຖຸນາ 2018, ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບອົງການ ຢູນິໂດ (UNIDO) ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້ “ການສ້າງດັດຊະນີການຜະລິດອຸດສາຫະກໍາ” ທີ່ດຳເນີນເປັນເວ ລາ 2 ວັນ(ທີ 25-26 ມິຖຸນາ 2018) ທີ່ໂຮງແຮມລ້ານຊ້າງ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ທ່ານ ສິດທິໄຊ ຍົດສີ ຊ່ຽວຊານຈາກອົງການ … Continue reading

ໂດຍ: admin ວັນທີ 26 Jun, 2018 ເວລາ 12:41 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0542

          ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2018 ທີ່ຫ້ອງປະຊຸມສ່ອງແສງ ຊັ້ນສາມ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຜ່ານບົດລາຍງານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດລະບົບສະຖິຕິໃໝ່ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເປັນປະທານໂດຍ ທ່ານ ສີລິສໍາພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື.      ຈຸດປະສົງຂອງກອງປະຊຸມມື້ນີ້ແມ່ນປຶກສາຫາລືການຈັດຕັ້ງປະຕິບັດລະບົບສະຖິຕິໃໝ່ເຊິ່ງ ທ່ານ ນິໂຄລາສ ຣິດ (Mr. Nicholas Read), ຊ່ຽວຊານຂອງໂຄງການພັດທະນາລະບົບສະຖິຕິ ຂອງຂະແໜງອຸດສາ ຫະກຳ ແລະ ການຄ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການພັດທະນາການຄ້າ ໄລຍະ 2: … Continue reading

ໂດຍ: admin ວັນທີ 22 Jun, 2018 ເວລາ 01:42 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_9867

          ໃນລະຫວ່າງວັນ​ທີ 28 ພຶດສະພາ ​ເຖີງ 15 ມີ​ຖຸນາ 2016 ທີ່່ຜ່ານມາ ຫ້ອງການກະຊວງອຸດສະຫະກຳ ແລະ ການຄ້າ(ພະ​ແນກສົ່ງ​ເສີມ​ຄວາມ​ກ້າວໜ້າ​ແມ່ຍິງ ​ແລະ ​ແມ່-​ເດັກ) ​ໄດ້​ປະສານ​ງານ​ຮ່ວມ​ມື​ກັບ ໂຄງການຮ່ວມມືລາວສະຫະລັດອາເມ ລິກາເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II)  ຈັດ​ຕັ້ງ​ຊຸດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດອອນ​ລາຍ ໃຫ້ແກ່ຜູ້ປະກອບການ​ຂະ​ແໜງຫັດຖະກຳ​ແຜ່ນ​ແພຂອງ ແຂວງຊຽງຂວາງ ​​ເປັນ​ເວລາ 09 ວັນມີຜູ້ເຂົ້າຮ່ວມ 25 ທ່ານ, ແມ່ຍິງ 24 ທ່ານ, ຊາຍ … Continue reading