ເປີດບັ້ນຝຶກອົບຮົມຄັ້ງປະຖົມລະລຶກລະບົບບັນຊີຄູ່ ໃຫ້ແກ່ພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ ເວລາ 8:30 ຂອງວັນທີ 28 ມີນາ 2017 ທີ່ຫ້ອງປະຊຸມໃຫ່ຍກະຊວງອຸດສາຫະກໍາ ແລະ ການຄ້າ ບັ້ນຝຶກອົບຮົມຄັ້ງປະຖົມລະລຶກກ່ຽວກັບການບັນຊີຂອງອົງການຈັດຕັ້ງແຫ່ງລັດ (ລະບົບບັນຊີຄູ່) ໃຫ້ແກ່ພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ, ມີພະນັກງານຫຼັກແຫຼງຈາກຫ້ອງການ, ສະຖາບັນຄົ້ນຄ້ວາເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ປະມານ 40 ທ່ານ, ຍິງ 18 ທ່ານ ກອງປະຊຸມຈະດໍາເນີນເປັນເວລາ 3 ວັນ ຈົນເຖິງ ວັນທີ 30 ມີນາ ຈຶ່ງສໍາເລັດ. ໂດຍການເປັນປະທານການຝຶກອົບຮົມຄັ້ງນີ້ມີ ທ່ານ ນາງ … Continue reading →
ຕອນເຊົ້າຂອງວັນທີ 20 ມີນາ 2017 ທີ່ຫ້ອງການ ການຄ້າເມືອງສັງທອງ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສ່ອງແສງເຄື່ອນທີ່ປະຈໍາອາທິດ ຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມນີ້ເຂົ້າຮ່ວມໃນກອງປະຊຸມດັ້ງກ່າວຍັງມີ ທ່ານ ຫົວໜ້າກົມການຄ້າພາຍໃນ, ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ເຈົ້າຫນ້າທີ່ກວດກາການຄ້າຂັ້ນກະຊວງ ແລະ ນະຄອນຫລວງ ແລະ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ຫຼັງຈາກນັ້ນໄດ້ມີພິທີ ທໍາລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ. ການຈັດກອງປະຊຸມການເຄື່ອນໄຫວໃນຄັ້ງນີ້ ແມ່ນການສ່ອງແສງເຄື່ອນທີ່ … Continue reading →
ຕອນເຊົ້າຂອງວັນທີ 22 ມີນາ 2017 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໄຂກອງປະຊຸມຄັ້ງປະຖົມມະເລີກ ເພື່ອຈັດຕັ້ງປະຕິບັດສັນຍາຂອບວ່າດ້ວຍການຄ້າ ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ, ໂດຍການເປັນປະທານ ຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ບາບາຮາ ໄວເຊລ ຜູ້ຊ່ວຍຫ້ອງການຜູ້ຕາງໜ້າການຄ້າສະຫະລັດອາເມຣິກາ ແລະ ທ່ານ ນາງ ຮີນາ ບິດເຕີ ເອກອັກຄະລັດຖະທູດອາເມຣິກາ ປະຈໍາ ສປປ ລາວ, … Continue reading →
ຕອນບ່າຍຂອງວັນທີ 20 ມິີນາ 2017 ຄະນະບໍລິຫານງານຫນັງສືພິມເສດຖະກິດ-ການຄ້າລາຍວັນ ໄດ້ຈັດຖະແຫຼງຂ່າວວ່າດ້ວຍການສົ່ງເສີມການອ່ານ ດ້ວຍການແຈກຢາຍລ້າຂຶ້ນ ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ໂດຍການ ເຂົ້າຮ່ວມຂອງ ທ່ານ ສິລິສຳພັນ ວໍຣະຈິດ ຄະນະພັກກະຊວງ, ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສົມສະຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ປີ່ນ ປາດຖະຫນາ ຄະນະພັກກະຊວງ ຖະແຫລງຂ່າວ-ວັດທະນະທໍາ ແລະ ການທ່ອງທ່ຽວ, ຫົວຫນ້າກົມສື່ມວນຊົນ; ບັນດາທ່ານຜູ້ຕ່າງໜ້າສື່ມວນຊົນ ແລະ … Continue reading →
ເວລາ 14:00 ໂມງ ຂອງວັນທີ 17 ມີນາ 2017 ທີ່ ຫ້ອງການ ຄຊປປ ລ ແຂວງໄຊຍະບູລີ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອຈາກການຮ່ວມຈິດຮ່ວມໃຈຂອງຄະນະຊາວໜຸ່ມກະຊວງອຸດສາຫະກຳ ແລະ ການຄ້າ ໂດຍຕາງໜ້າມອບເຄື່ອງແມ່ນ ທ່ານໄຊສົມເພັດ ນໍຣະສິງຫ໌ ຮອງຫົວໜ້າສະຖາບັນເສດຖະກິດອຸດສາຫະກໍາ ແລະ ການຄ້າ, ຫົວໜ້າຄະນະບໍລິຫານງານຊາວໜຸ່ມກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕາງໜ້າຮັບໂດຍທ່ານ ນາງ ຄຳຜິວ ພັນທະວົງ ເລຂາ ຄຊປປ ລ ແຂວງ ໄຊຍະບູລີ ຈຸດປະສົງການມອບຮັບແມ່ນເພື່ອໃຫ້ ຄຊປປລ ແຂວງໄຊຍະບູລີນຳເຄື່ອງອຸປະກອນດັ່ງກ່າວເພື່ອໄປສືບຕໍ່ໝູນໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຊາວໜຸ່ມປະຊາຊົນປະຕິວັດລາວຜູ້ທີ່ຢູ່ຫ່າງໄກຊອກຫຼີກແລະທຸກຍາກຂາດເຂີນ, ເຊິ່ງມີ: ເຄື່ອງຫລີ້ນກິລາ, ເຄື້ອງນຸ່ງຮົມ … Continue reading →
ໃນລະຫວ່າງວັນທີ 16-17 ມີນາ 2017 ທີ່ ແຂວງ ໄຊຍະບູລີ ໄດ້ໄຂກອງປະຊຸມ ວິຊາການຄົ້ນ ຄ້ວາ ແລະ ເຜີຍແຜ່ບົດຄົ້ນຄວ້າທີ່ໄດ້ຮັບທຶນຈາກໂຄງການ TDF2 ຂຶ້ນ ໂດຍການເປັນປະທານ ຂອງທ່ານ ສັນຕິສຸກ ວິໄລຈະເລີນ ຫົວໜ້າສະຖາບັນຄົ້ນຄວ້າ ເສດຖະກິດ ແລະ ການຄ້າ ແລະ ມີຮອງຫົວໜ້າສະຖາບັນຄົ້ນຄວ້າ ເສດຖະກິດ ແລະ ການຄ້າ, ວິຊາການ ແລະ ຕາງຫນ້າແຕ່ລະກົມເຂົ້າຮ່ວມ ຢ່າງເປັນຂະບວນຟົກຟື້ນ, ໂຄງການ ທີດີເອຟ ເປັນໂຄງການໜຶ່ງທີ່ສະໜັບສະໜູນການພັດທະນາວຽກງານໃນຂະແໜງອຸດສາຫະກຳ ແລະ ການຄ້າ, ໃນນີ້ ໂຄງການດັ່ງກ່າວໄດ້ມີງົບປະມານສ່ວນໜຶ່ງພັດທະນາຄວາມອາດສາມາດ ດ້ານວຽກງານຄົ້ນຄ້ວາ … Continue reading →
ໃນວັນທີ 10 ມີນາ 2017 ເວລາ 7:00 ໂມງ ທີ່ ຮ້ານອາຫານຄົວລາວ ໄດ້ມີພິທີງານລ້ຽງສົ່ງຂອງທ່ານ ເຈີ່ນບ໊າວຢ້າມ ທີ່ປຶກສາທູດເສດຖະກິດການຄ້າປະຈໍາລາວ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພ້ອມດ້ວຍບັນດາກົມ, ຮອງກົມເຂົ້າຮ່ວມ. ໃນພິທີງານລ້ຽງເພື່ອອໍາລາໃນຄັ້ງນີ້ ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມອບໃບຍ້ອງຍໍ ແລະ ໄດ້ກ່າວຄວາມຂອບໃຈທີ່ທ່ານ ເຈີ່ນບ໊າວຢ້າມ ໄດ້ທຸ້ມເທຄວາມຮູ້ຄວາມສາມາດ … Continue reading →
ຕອນເຊົ້າໃນເວລາ 8: 30 ນາທີ ຂອງວັນທີ 10 ມີນາ ປີ 2017 ທີ່ຫ້ອງປະຊຸມໃຫ່ຍຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີເປີດປະຊຸມ, ເປັນການສະເຫຼີມສະຫລອງວັນແມ່ຍິງສາກົນຂຶ້ນ, ວັນທີ 8 ມີນາ ຄົບຮອບ 107 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນອັນຍິງໃຫ່ຍຂອງເອື້ອຍນ້ອງແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ, ບໍລິສັດ, ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ. ມີບັນດາຫົວໜ້າສະມາຊິກແມ່ຍິງບັນດາກົມກົມ, ສະຖາບັນ, ບໍລິສັດ, ລັດວິສາຫະກິດທີຂື້ນກັບກະຊວງຕ່າງໜ້າເລຂາໜ່ວຍພັກກົມ ແລະ ຊາວໜຸ່ມ, ກໍາມະບານເຂົ້າຮ່ວມຫຼາຍກ່ວາ 100 ທ່ານ. ເຂົ້າຮ່ວມການເປັນປະທານກອງປະຊຸມ ທ່ານ ນາງ ບານສະຕີ … Continue reading →
ໃນປີ 2107 ເປັນປີທີ່ມີຄວາມຫມນຄວາມສໍາຄັນທີ່ສຸດ ເຊິ່ງເປັນປີທີສອງຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫນ່ຄັ້ງທີ 10 ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ8 ກໍ່ຄືແຜນຍຸດທະສາດວຽກງານກວດກາ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ແຕ່ປີ 2016-2020 ໃຫ້ບັນລຸຜົນຕາມລະດັບຄາດຫມາຍ; ສະນັ້ນ ໃນເວລາ 8: 30 ຂອງວັນທີ 20 ກຸມພາ 2017 ຈຶ່ງເປັນມືໄຂກອງປະຊຸມກ່ຽວກັບການຝຶກອົບຮົມວຽກງານກວດກາໄລຍະສັ້ນ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຈົນຮອດວັນທີ 24 ກຸມພາ 2017. ໂດຍການເປັນປະທານ ທ່ານ … Continue reading →
ໃນວັນທີ 24 ກຸມພາ 2017 ເວລາປະມານ 9:00 ທາງຄະນະທີມງານຕິດຕາມການຕິດສະລາກລາຄາສິນຄ້າ ເຊິ່ງນໍາໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍບັນດາ ທ່ານ ຫົວໜ້າກົມ, ຮອງຫົວຫນ້າກົມ, ຄະນະພະແນກ ແລະ ວິຊາການ ກົມການຄ້າພາຍໃນ, ພະແນກ ອຸດສາ ຫະກໍາ ແລະ ການຄ້າ ນະຄອນຫລວງ, ໄດ້ລົງ ຊຸກຍູ້ ຕິດຕາມ ບໍລິສັດ ເບຍລາວຈໍາກັດ, ບໍລິສັດ ເອເຊຍປາຊີຟິກ ບີເວີຣີ ຈໍາກັດ, ບໍລິສັດໂຄຄາໂຄລ້າ ບອ໊ຕຕລິງ … Continue reading →