ແລກປ່ຽນຄຳຄິດເຫັນຕໍ່ຜົນການສຳຫຼວດ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ”
By ໄພວັນ On 29 Sep, 2024 At 12:52 PM | Categorized As ຂ່າວສຳຄັນ | With 0 Comments

IMG_1299.jpg 1 IMG_1353.jpg 5

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມແລກປ່ຽນຄຳຄິດເຫັນຕໍ່ຜົນການສຳຫຼວດ ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ” ໂດຍສານຕໍ່ຂໍ້ລິເລີ່ມການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ ໃນວນທີ 25 ກັນຍາ 2024 ທີ່ ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC) ເປັນປະທານຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ທ່ານ ປອ. ນ. ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ມີ ທ່ານ ຄຣາຍ ຈອຍສັນ, ຜູ້ຮັກສາການ ຮອງຜູ້ຕາງໜ້າມູນນິທິເອເຊຍ ປະຈຳລາວ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕາລີປະຈໍາລາວ, ຕາງໜ້າບັນດາກະຊວງກ່ຽວຂ້ອງ (ຜທ, ກປ, ກງ ແລະ ອຄ) ແລະ ຊ່ຽວຊານຂອງໂຄງການ, ມະຫາວິທະຍາໄລແຫ່ງຊາດ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ບັນດາກົມກ່ຽວຂ້ອງເຂົ້າຮ່ວມ.

IMG_1299.jpg 1

ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ກ່ອນອື່ນໝົດຂ້າພະເຈົ້າຂໍສະແດງຄວາມຊົມເຊີຍທີ່ ທາງສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ມູນນິທິເອເຊຍປະຈໍາລາວ ທີ່ໄດ້ຈັດກອງປະຊຸມມື້ນີ້ຂຶ້ນ ເຊິ່ງເປັນກິດຈະກໍາທີ່ສໍາຄັນຂອງການຈັດຕັ້ງປະຕິບັດໂຄງການ ‘‘ການສ້າງຄວາມເຂັ້ມ ແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ’’ Strengthening Provincial Economic Governance, Building on the Provincial Facilitation on Investment and Trade Initiative (ProFIT).

ເຫັນໄດ້ວ່າ ທັງສອງພາກສ່ວນແມ່ນໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ທີ່ໄດ້ກໍານົດໄວ້ ແລະ ມີການແບ່ງຄວາມຮັບຜິດຊອບກັນຢ່າງຊັດເຈນ ເພື່ອກະກຽມກອງປະຊຸມມື້ນີ້, ທີ່ເປັນສອງໜ່ວຍງານຫຼັກໃນການຈັດຕັ້ງປະຕິບັດໂຄງການ ແລະ ໄດ້ຮັບການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ຫ້ອງການກະຊວງ ອຄ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕາງໜ້າພາກທຸລະກິດເຂົ້າຮ່ວມໃນການຈັດຕັ້ງປະຕິບັດໂຄງການໄລຍະ 3 ນີ້.

IMG_1470.jpg 3

ແຜນການຈັດຕັ້ງປະຕິບັດໂຄງການແມ່ນມີ 3 ກິດຈະກໍາຄື: 1) ການສໍາຫຼວດຫົວໜ່ວຍທຸລະກິດ ແລະ ການສໍາຫຼວດພາກລັດ (ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານໃນໄລຍະຕໍ່ໄປ), 2) ການຂຽນບົດລາຍງານຈາກຜົນການສໍາຫຼວດ ແລະ ການເຜີຍແຜ່ຜົນຂອງບົດສຶກສາ ແລະ 3) ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ແລະ ອົງກອນທ້ອງຖິ່ນທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ (ໂດຍອີງໃສ່ຜົນຂອງການສຶກສາເປັນພື້ນຖານ). ໂຄງການແມ່ນໄດ້ສໍາເລັດກິດຈະກໍາທີ່ໜຶ່ງ ແລະ ຢູ່ໃນຊ່ວງການຈັດຕັ້ງປະຕິບັດກິດຈະກໍາທີ່ 2 ແລະ 3 ໄປຄວບຄູ່ກັນ. ກະຊວງ ອຄ ກໍຄືລັດຖະບານເຫັນໄດ້ຄວາມສໍາຄັນຂອງໂຄງການໂດຍມີເປົ້າໝາຍເພື່ອສ້າງສະພາບແວດລ້ອມທາງດ້ານການຄ້າ ແລະ ການລົງທຶນພາຍໃນປະເທດທີ່ດີ ຜ່ານການສຶກສາຄົ້ນຄວ້າຢ່າງມີວິທະຍາສາດ ເພື່ອເປັນຫຼັກຖານອັນສໍາຄັນໃຫ້ແກ່ລັດຖະບານ ໃນການກໍານົດນະໂຍບາຍ ໃນແຕ່ລະໄລຍະໃຫ້ສອດຄອງກັບສະພາບການພັດທະນາເສດຖະກິດ-ສັງຄົມ. ນອກຈາກນັ້ນ, ໂຄງການຍັງຈະໄດ້ຊ່ວຍສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ແລະ ອົງກອນທີ່ຢູ່ທ້ອງຖິ່ນ ເປັນການປະກອບສ່ວນໃນການສ້າງສະພາບແວດລ້ອມທີ່ດີຕໍ່ກັບພາກທຸລະກິດ.

ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການອະນຸມັດຮັບເອົາໂຄງການ ຂອງລັດຖະມົນຕີກະຊວງການຕ່າງປະເທດ ສະບັບເລກທີ 5356/ກຕປ, ລົງວັນທີ 18 ກັນຍາ 2023 ກ່ຽວກັບລະບອບການລາຍງານຂອງການຈັດຕັ້ງປະຕິບັດໂຄງການ, ຂ້າພະເຈົ້າກໍໄດ້ຮັບການລາຍງານຈາກທາງທີມງານກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ. ອີກເທື່ອໜຶ່ງ, ໃນກອງປະຊຸມມື້ນີ້ ພວກເຮົາຈະໄດ້ຮັບຟັງການລາຍງານຜົນເບື້ອງຕົ້ນການສໍາຫຼວດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ຂັ້ນແຂວງ ທັງພາກລັດ ແລະ ພາກທຸລະກິດ ຈາກຊ່ຽວຊານ.

IMG_0093.jpg 6

ຂໍຮຽກຮ້ອງໃຫ້ທຸກທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມມື້ນີ້, ໂດຍສະເພາະໝ່ວຍງານຈັດຕັ້ງປະຕິ ບັດຕົວຈິ່ງໃນວຽກງານດັ່ງກ່າວ ທຸກພາກສ່ວນ ເອົາໃຈໃສ່ຕິດຕາມ, ປະກອບຄຳເຫັນແລກປ່ຽນ, ປຶກສາຫາລື ຫາທາງອອກຊ່ວຍກັນ, ໃຫ້ຂໍ້ມູນເຊິ່ງກັນແລະກັນ ເຮັດແນວໃດ ໃຫ້ວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ໃນຂອບເຂດທົ່ວປະເທດໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນ ເພື່ອຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດໃນແຕ່ລະໄລຍະ. ຫຼັງຈາກພວກເຮົາສໍາເລັດກອງປະຊຸມມື້ນີ້ແລ້ວ ທາງໂຄງການກໍຈະໄດ້ມີການຝຶກອົບຮົມ ໂດຍອີງໃສ່ຜົນຂອງການສໍາຫຼວດ ໃຫ້ແກ່ຂະແໜງການກ່ຽວຂ້ອງ. ນອກຈາກນີ້ແລ້ວ, ພວກເຮົາຈະໄດ້ມີການຈັດກອງປະຊຸມໃນຮູບແບບດຽວກັນນີ້ໄປຍັງແຕ່ລະພາກຂອງລາວ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ເພື່ອວຽກງານດັ່ງກ່າວນີ້ມີຜົນສໍາເລັດຕາມຈຸດປະສົ່ງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.

ຂ່າວ-ພາບ: ສູນທອນ ສູນສະຖິຕິ ແລະຂໍ້ມູນຂ່າວສານ

About -