ຄົ້ນຄວ້ານະໂຍບາຍດຶງດູດການລົງທຶນໃນນິຄົມອຸດສາຫະກຳ
By ໄພວັນ On 20 Jun, 2024 At 10:11 AM | Categorized As ຂ່າວສຳຄັນ | With 0 Comments

IMG_0039

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດສໍາມະນາວິທະຍາສາດການຄົ້ນຄວ້ານະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ  ຈັດຂຶ້ນວັນທີ 17 ມິຖຸນາ 2024 ຢູ່ກະຊວງ ອຄ ໂດຍເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີບັນດາຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ສໍາມະນາວິທະຍາສາດຄັ້ງນີ້ ເພື່ອແລກປ່ຽນຄໍາເຫັນ ແລະ ທັດສະນະວິຊາການ ກ່ຽວກັບນະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ ເພື່ອມີທັດສະນະ ແລະ ຄວາມ ເຂົ້າໃຈເປັນເອກະພາບ ແລະ ເປັນບ່ອນອີງຄົ້ນຄວ້າການກຳນົດນະໂຍບາຍດຶງດູດການລົງທຶນ ໃສ່ໃນຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ທີ່ກະຊວງ ອຄ ກຳລັງສຸມໃສ່ຄົ້ນຄວ້າ ຕາມທິດຊີ້ນໍາຂອງລັດຖະບານ ມອບໃຫ້ກະຊວງ ອຄ ຄົ້ນຄວ້າ ແລະ ນໍາໄປສະເໜີການພິຈາລະນາໃນກອງປະຊຸມລັດຖະບານໃນໄວໆນີ້.

IMG_0045

ຈຸດປະສົງສໍາຄັນຂອງດໍາລັດ ນິຄົມອຸດສາຫະກຳ ເພື່ອເປັນເຄື່ອງມືດຶງດູດການລົງທຶນ ເຂົ້າໃສ່ການຜະລິດອຸດສາຫະກຳ ສົ່ງເສີມການສ້າງລະບົບຕ່ອງໂສ້ການການຜະລິດ-ການສະໜອງ ແລະ ສ້າງກຸ່ມຜະລິດໃຫ້ມີຄວາມຫຼາກຫຼາຍ ແລະ ເຂັ້ມແຂງ ແນໃສ່ເສີມສ້າງຄວາມສາມາດແຂ່ງຂັນຂອງອຸດສາຫະກຳພາຍໃນໃຫ້ສູງຂຶ້ນ ສົ່ງເສີມການຜະລິດຊົມໃຊ້ພາຍໃນ ທົດແທນການນໍາເຂົ້າ ເພື່ອການສົ່ງອອກ ແລະ ສ້າງລາຍຮັບເປັນເງິນຕາ ສ້າງວຽກເຮັດງານທໍາ ຫຼຸດຜ່ອນການອອກໄປຫາວຽກງານຢູ່ຕ່າງປະເທດຂອງແຮງງານລາວ ແລະ ທັງເປັນການຜັນຂະຫຍາຍວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ ຊ່ວຍໃຫ້ລັດຖະບານ ໃນການປັບປຸງໂຄງສ້າງເສດຖະກິດ ຫັນຈາກການເອື່ອຍອີງໃສ່ການຂາຍວັດຖຸດິບ ແລະ ຊັບພະຍາກອນທຳມະຊາດ ໄປສູ່ການຜະລິດສ້າງມູນຄ່າເພີ່ມຕາມທິດເສດຖະກິດ ເອກະລາດ ເປັນເຈົ້າຕົນເອງເທື່ອລະກ້າວ.

IMG_0060

      ນອກນີ້ຍັງເປັນການແກ້ໄຂບັນຫາການພັດທະນາອຸດສາຫະກຳ ທີ່ຍັງອ່ອນນ້ອຍ ການຜະລິດພາຍໃນບໍ່ເຂັ້ມແຂງ ການນໍາເຂົ້າຫຼາຍກວ່າການສົ່ງອອກ ເຊິ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າ ເສດຖະກິດຂອງຊາດອ່ອນແອ ເຮັດໃຫ້ລັດຖະບານມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ອື່ນໆຄືປະຈຸບັນ ໂດຍອີງໃສ່ບົດຮຽນຂອງສາກົນ ກະຊວງ ອຄ ຫວັງວ່າ ການຄົ້ນຄວ້າສ້າງດໍາລັດນິຄົມອຸດສາຫະກຳ ໂດຍມີນະໂຍບາຍຢ່າງໜ້ອຍຕ້ອງເທົ່າ ຫຼື ດີກວ່າປະເທດເພື່ອນບ້ານ ຈຶ່ງຈະສາມາດດຶງເອົາການລົງທຶນ ເຂົ້າສູ່ຂະແໜງຜະລິດ ແລະ ອຸດສາຫະກຳປຸງແຕ່ງໄດ້ ຈະສ້າງລະບົບຕ່ອງໂສ້ການຜະລິດ ແລະ ການສະໜອງ ຢູ່ພາຍໃນປະເທດໃຫ້ຂັ້ມແຂງ ສໍາຄັນທີ່ສຸດແມ່ນການສົ່ງເສີມການຜະລິດພາຍໃນ ເຮັດໃຫ້ອຸດສາຫະກຳປຸງແຕ່ງ ປະກອບສ່ວນໃນໂຄງປະກອບເສດຖະກິດແຫ່ງຊາດຫຼາຍກວ່ານີ້ ຈຶ່ງຈະສ້າງຄວາມໝັ້ນຄົງໃຫ້ແກ່ເສດຖະກິດມະຫາພາກໄດ້.

IMG_0043

      ດ້ວຍເຫດນີ້ ກະຊວງ ອຄ ຈຶ່ງໄດ້ຄົ້ນຄວ້າ ແລະ ສະເໜີນະໂຍບາຍສົ່ງເສີມສໍາລັບການພັດທະນານິຄົມອຸດສາຫະກຳໃຫ້ມີລັກສະນະພິເສດ ເປັນສິ່ງຈູງໃຈ ແລະ ດຶງດູດການລົງທຶນໄດ້. ການສໍາມະນາວິທະຍາສາດຄັ້ງນີ້ໄດ້ເຊີນນັກຄົ້ນຄວ້າ ທີ່ເປັນບໍລິສັດທີ່ປຶກສາມືອາຊີບລະດັບສາກົນ ທີ່ມີຂໍ້ມູນ ແລະ ບົດຮຽນຫຼາຍຄື: KPMG ແລະ EY ເພື່ອມາສະເໜີຜົນການຄົ້ນຄວ້າ ນະໂຍບາຍດຶງດູດການລົງທຶນຂອງປະເທດເຮົາ ແລະ ປະເທດອ້ອມຂ້າງ ພ້ອມນີ້ໄດ້ເຊີນຕາງໜ້າຜູ້ພັດທະນາທີ່ໄດ້ລົງທຶນຢູ່ແລ້ວ ເຊັ່ນ: ນິຄົມອຸດສາຫະ ກຳ ແລະ ການຄ້າວຽງຈັນ-ໂນນທອງ, ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດສະຫວັນເຊໂນ ,ນິຄົມອຸດສາຫະກຳ Parkse-Japan SME-SEZ ເພື່ອມາແລກປ່ຽນ ທັງເປັນການປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ ແລະ ບົດຮຽນຜ່ານມາ ແລະ ຍັງໄດ້ເຊີນຜູ້ກຳລັງກະກຽມ ແລະ ດຳເນີນການພັດທະນານິຄົມ ອຸດສາຫະກຳຢູ່ລາວ ເພື່ອມາຄົ້ນຄວ້າມີຄໍາເຫັນຮ່ວມກັນ ເພື່ອເປັນທິດທາງທີ່ເປັນເອກະພາບ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ເປັນຮູບປະທຳ

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -