ກອງປະຊຸມຄະນະຊ່ວຍວຽກງານຕິດຕາມ, ເກັບກໍາ ແລະ ສະຫຼຸບລາຍງານສະພາບການເມືອງ-ແນວຄິດຂອງພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ຄັ້ງທີ I
By phaikhame evilay On 1 Jul, 2024 At 10:51 AM | Categorized As ຂ່າວພາຍໃນ | With 0 Comments

IMG_0376

      ຕອນເຊົ້າ ເວລາ 9:00 ໂມງ ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ,  ທ່ານ ພຸດທະວັນ ນັນທະວົງ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ມື້ນີ້ ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ໃນນາມທີ່ຂ້າພະເຈົ້າ ເປັນຫົວໜ້າຄະນະຊ່ວຍວຽກງານຕິດຕາມ, ເກັບກໍາ ແລະ ສະຫຼຸບລາຍງານສະພາບການເມືອງ-ແນວຄິດ ຂອງພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະຊ່ວຍວຽກນີ້ ໄດ້ມີມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະບັບເລກທີ 035/ຄບພ.ອຄ, ລົງວັນທີ 17 ກຸມພາ 2023 ປະກອບມີປະທານກວດກາຄະນະພັກ, ຫົວໜ້າກົມກວດກາ ເປັນຫົວໜ້າຄະນະ, ມີຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຮອງຫົວໜ້າຄະນະ, ມີປະທານ/ເລຂາ 03 ອົງການຈັດຕັ້ງມະຫາຊົນ ເປັນຄະນະ ແລະ ບັນດາກໍາມະການຜູ້ກວດກາ ຂອງບັນດາໜ່ວຍພັກ ພາກລັດບໍລິຫານ 14 ກົມກອງ ເປັນຄະນະ;

IMG_0368

           ພາຍຫຼັງມີມະຕິຕົກລົງ ພວກເຮົາຍັງບໍ່ທັນໄດ້ປະຊຸມກັນຢ່າງເປັນທາງການ; ແຕ່ວ່າໃນຄວາມເປັນຈິງ ຄະນະພວກເຮົາ ໄດ້ມີການເຄື່ອນໄຫວວຽກງານແລ້ວ ເຊິ່ງວຽກງານດັ່ງກ່າວໄດ້ຕິດພັນກັບໜ້າທີ່ການເມືອງທີ່ພວກເຮົາສະຫາຍ ຮັບ ຜິດຊອບ ຢູ່ໃນບັນດາຄະນະຕ່າງໆ ເປັນຕົ້ນ: ຄະນະກວດກາ ຂອງກະຊວງ, ຄະນະຮັບຜິດຊອບເກັບກໍາຫາງສຽງສັງ ຄົມ, ອົງການຈັດຕັ້ງມະຫາຊົນ ກໍໄດ້ສ້າງໂຄງການແບ່ງປັນນໍ້າໃຈ ແລະ ຄະນະອື່ນໆ. ດັ່ງນັ້ນ, ມື້ນີ້ ກໍເປັນໂອກາດອັນດີ ທີ່ພວກເຮົາໄດ້ມາປະຊຸມຮ່ວມກັນ ເພື່ອປະກອບຄຳເຫັນ ແລະ ຕົກລົງເປັນເອກະພາບໃນການສ້າງແຜນການເຄື່ອນ ໄຫວວຽກງານ ໃນຕໍ່ໜ້າ.

IMG_0350

                                                                                                                              ກອງປະຊຸມ ຈະໄດ້ຜ່ານ 03 ຮ່າງບົດ ຄື:

          1). ຜ່ານ (ຮ່າງ) ບົດສະຫຼຸບວຽກງານການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ.

2). ຜ່ານ (ຮ່າງ) ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກງານຕິດຕາມ, ເກັບກໍາ ແລະ ສະຫຼຸບລາຍງານສະພາບການ ເມືອງ-ແນວຄິດ ຂອງພະນັກງານກະຊວງ ອຄ;

3). ຜ່ານ (ຮ່າງ) ແຜນດໍາເນີນງານວຽກງານການເມືອງ-ແນວຄິດ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_0384

      ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງເອົາໃຈໃສ່ຕິດຕາມ ແລະ ປະກອບຄຳເຫັນຄຳເຫັນກັນຢ່າງກົງໄປກົງມາ ຕິດແທດກັບສະພາບຕົວຈິງ ແລະ ຄວາມອາດສາມາດໃນການຈັດຕັ້ງປະຕິບັດ ຂອງບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ. ສະນັ້ນ, ເພື່ອເຮັດໃຫ້ຄະນະຊ່ວຍວຽກ ພວກເຮົາ ສາມາດຕິດຕາມ, ເກັບກໍາ ແລະ ສະຫຼຸບລາຍງານສະພາບການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ ພາຍໃນກະຊວງ ອຸດສາຫະກໍາ ແລະ ການຄ້າ.

ຂ່າວ-ພາບ: ກົມຈັດຕັ້ງ ກະຊວງ ອຄ.