ລົງນາມ ຮ່ວມມືພັດທະນາລະບົບການຕິດຕາມ ແລະ ປະກອບທຶນຈົດທະບຽນວິສາຫະກິດແບບທັນສະໄໝ
By ໄພວັນ On 1 Jul, 2024 At 01:22 PM | Categorized As ຂ່າວພາຍໃນ | With 0 Comments

IMG_0325

ກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ທະນາຄານສົ່ງເສີມກະສິກຳ ຈຳກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົົ້າໃຈ (MOU) ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ການຮ່ວມມືພັດທະນາລະບົບການຕິດຕາມ ແລະ ຄຸ້ມຄອງການປະກອບທຶນຈົດທະບຽນວິສາຫະກິດແບບທັນສະໄໝ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ທະນາຄານສົົ່ງເສີມກະສິກຳ ຈຳກັດ ຈັດຂື້ນໃນວັນທີ 26 ມິຖຸນາ  2024, ທີ່ໂຮງແຮມດອນຈັນພາເລດ. ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພົງສະຫວັດ ເສນາພວນ, ປະທານສະພາບໍລິຫານທະນາຄານສົ່ງເສີມກະສິກຳ ຈຳກັດ ມີບັນດາຄະນະກົມ, ຄະນະຫ້ອງການ, ຄະນະປະທານສະພາບໍລິຫານ, ຄະນະຜູ້ອຳນວຍການ, ກໍາມະການສະພາບໍລິຫານ ແລະ ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທະນາຄານສົ່ງເສີມກະສິກຳ ຈຳກັດ ຈຳນວນທັງໝົດຫລາຍກວ່າ 60 ທ່ານ.

IMG_0454

ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງໂຄງການຮ່ວມມືພັດທະນາລະບົບການຕິດຕາມ ແລະ ຄຸ້ມຄອງການປະກອບທຶນຈົດທະບຽນວິສາຫະກິດແບບທັນສະໄໝ, ເຊິ່ງໂຄງການດັ່ງກ່າວ ເພື່ອພັດທະນາລະບົບການຕິດຕາມ ແລະ ຄຸ້ມຄອງການປະກອບທຶນຈົດທະບຽນວິສະຫະກິດທີ່ທັນສະໄໝ ແລະ ມີປະສິດທິພາບ, ສົ່ງເສີມໃຫ້ຜູ້ປະກອບທຸລະກິດຈົດທະບຽນວິສະຫະກິດຖືກຕ້ອງຕາມກົດໝາຍ ແລະ ສະໜັບສະໜູນໃຫ້ເກີດສະພາບແວດລ້ອມທາງທຸລະກິດ ທີ່ມີການເອື້ອອໍານວຍຄວາມສະດວກແກ່ຜູ້ປະກອບການ ແລະ ລັດຖະບານ ແລະ ໂຄງການຮ່ວມມືດັ່ງກ່າວ ຈະເປັນປະໂຫຍດແກ່ຜູ້ປະກອບທຸລະກິດ, ປະຊາຊົນ ແລະ ເສດຖະກິດຂອງປະເທດ.

IMG_0245IMG_0260

ໃນພິທີລົງນາມດັ່ງກ່າວ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນວິສາຫະກິດ ກໍ່ໄດ້ໃຫ້ກຽດກ່າວຕ້ອນຮັບແຂກດ້ວຍຄວາມອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ແຂກຜູ້ເຂົ້າຮ່ວມ, ພ້ອມທັງໄດ້ກ່າວເຖິງສະພາບຄວາມເປັນມາ ແລະ ຄວາມສຳຄັນຂອງການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ. ຫລັງຈາກນັ້ນ, ທ່ານ ພິລາວັນ ສໍພາບມີໄຊ, ຜູ້ອໍານວຍການທະນາຄານສົ່ງເສີມກະສິກຳ ຈຳກັດ ກໍ່ໄດ້ໃຫ້ກຽດກ່າວເຖິງຄວາມສໍາຄັນຂອງການພັດ ທະນາເສດຖະກິດຂອງປະເທດ, ໂດຍສະເພາະຢ່າງຍິ່ງການສົ່ງເສີມໃຫ້ເກີດວິສາຫະກິດໃໝ່ໆ ເຊິ່ງການຂຶ້ນທະບຽນວິສະຫະກິດ ແມ່ນມີຄວາມສະດວກໃນປັດຈຸບັນ,ແຕ່ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕົວຈິງຂອງວິສາຫະກິດຍັງບໍ່ສູງ ໂດຍສະເພາະຄວາມຊັດເຈນຂອງຂອງຕົວເລກສະຖິຕິທຶນຈົດທະບຽນຂອງວິສາຫະກະກິດທີ່ໄດ້ຖືກຮັບຮອງການສ້າງຕັ້ງແລ້ວຕາມກົດໝາຍ. ຍ້ອນເລັງເຫັນເຖິງຄວາມຫຍຸ້ງຍາກຄືແນວນີ້, ກົມທະບຽນວິສະຫະກິດ,ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທະນາຄານສົ່ງເສີມກະສິກໍາ ຈໍາກັດ ຈຶ່ງໄດ້ຕົກລົງເຫັນດີເຊັນບົດບັນທຶກດັ່ງ ກ່າວຂຶ້ນ.

IMG_0308

ໃນການລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາ ຄານສົ່ງເສີມກະສິກຳ ແມ່ນໄດ້ຮັບກຽດໃນການລົງນາມໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ພິລາວັນ ສໍພາບມີໄຊ, ຜຸ້ອຳນວຍການທະນາຄານສົ່ງເສີມກະສິກຳ ຈໍາກັດ. ນອກຈາກນີ້ ກໍ່ໄດ້ຮັບກຽດໃນການເຂົ້າຮ່ວມເປັນສັກຂີພະຍານຄັ້ງນີ້ ໂດຍທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພົງສະຫວັດ ເສນາພວນ, ປະທານສະພາບໍລິຫານທະນາຄານສົ່ງເສີມກະສິກຳ ຈຳກັດ, ບັນດາທ່ານຄະນະຫ້ອງການ, ຄະນະກົມຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກະຊວງເຕັກໂນໂລຊີ ແລະ ການຄ້າ ແລະ ຄະນະປະທານສະພາບໍລິຫານ, ບັນດາທ່ານຜູ້ອຳນວຍ ການຂອງທະນາຄານສົ່ງເສີມກະສິກຳ.

ຂ່າວ: ກົມທະບຽນວິສາຫະກິດ

ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -