ຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ III ໜ່ວຍຊາວໜຸ່ມກົມຊັບສິນທາງປັນຍາ
By ໄພວັນ On 8 Jul, 2024 At 05:41 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_2047

ໜ່ວຍ​ຊາວໜຸ່ມກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງ​ໃຫຍ່​ຄັ້ງທີ III ຂອງໜ່ວຍ​ຊາວໜຸ່ມກົມຊັບສິນທາງປັນຍາ ໃນຄັ້ງວັນທີ 5 ກໍລະກົດ 2024, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສໍານັກງານສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການເປັນທານຮ່ວມຂອງ ສະຫາຍ ໄຊສົມເພັດ ນໍລະສິງ, ກໍາມະການຄະນະບໍລິຫານງານພັກຊວງ, ເລຂາໜ່ວຍພັກກົມຊັບສິນທາງປັນຍາ, ສະຫາຍ ວັນດີ ສີມະໂນທອງ, ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງ ອຄ ແລະ ສະຫາຍ ນ. ລິດດາວັນ ທີລະກຸນ ເລຂາໜ່ວຍຊາວໜຸ່ມກົມຊັບສິນທາງປັນຍາ, ​ມີຕາງໜ້າໜ່ວຍຊາວໜຸ່ມບັນດາກົມ 13 ສະຫາຍ, ຍິງ 4 ສະຫາຍ  ແລະ ສະມາຊິກຊາວໜຸ່ມພາຍໃນກົມ 40 ສະຫາຍ ຍິງ 19 ສະຫາຍ.

IMG_2043

ສະຫາຍ ນ. ລິດດາວັນ ທີລະກຸນ ເລຂາໜ່ວຍຊາວໜຸ່ມກົມຊັບສິນທາງປັນຍາ ໄດ້ກ່າວເປີດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມກົມ ກຊປ ວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ເພື່ອເປັນການທົບທວນຄືນການຈັດປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ, ຊຶ່ງວາລະສໍາຄັນແມ່ນ ການຜ່ານບົດລາຍງານການເມືອງ, ບົດສໍາຫຼວດການນໍາພາ  ທີ່ສະແດງໃຫ້ເຫັນຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນໄລຍະ 5 ປີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີຈັດຕັ້ງປະຕິບັດ ຂອງຄະນະໜ່ວຍຊາວໜຸ່ມ ກຊປ. ພ້ອມນັ້ນ ບັນດາຜູ້ແທນຊາວ  ໜຸ່ມຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນເພື່ອປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມ ກຊປ ຊຸດໃໝ່.

IMG_2195

ກອງປະຊຸມໄດ້ເຫັນດີເປັນເອກະພາບສູງ ຕໍ່ໜ້າທີການເມືອງຂອງຕົນ ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເມືອງ, ບົດ​ສຳ​ຫຼວດການ​ນຳພາ​ຂອງ​ຄະນະ​ໜ່ວຍ ແລະ ທິດທາງແຜນການຕໍ່ໜ້າ ຂອງ​ຄະນະໜ່ວຍ​ຊາວໜຸ່ມ​ກົມຊັບສິນ. ພ້ອມນັ້ນ ກໍ່ປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ສະໄໝທີ III   ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ສອດຄອງກັບມາດຖານເງື່ອນໄຂທີ່ກໍານົດໄວ້,  ມີຜູ້ສະໝັກເລືອກຕັ້ງເປັນຄະນະໜ່ວຍຊຸດໃໝ່ ຈໍານວນ 7 ສະຫາຍ. ຊຶ່ງຜົນ​ຂອງ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​​ຊຸດ​ໃໝ່ ​ໄດ້​ຈຳນວນ 05 ສະຫາຍ ແລະ ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ​​ໄດ້​ເປັນ​ເອກະ​ສັນ​ເລືອກ​ເອົາ​ຫົວໜ້າໜ່ວຍ, ຮອງຫົວໜ້າໜ່ວຍ ແລະ ຄະນະໜ່ວຍ ຄື: 1. ສະຫາຍ ບັນຊາ ຈັນມິ່ງ ເປັນເລຂາໜ່ວຍ; 2. ສະຫາຍ ສໍລະສີນ ແສງສີລາວົງ ເປັນຮອງເລຂາໜ່ວຍ; 3. ສະຫາຍ ນ. ລັດຕະນາ ສຸທໍາມະວົງ ເປັນຮອງເລຂາໜ່ວຍ(ຜູ້ກວດກາວຽກຊາວໜູ່ມ); 4. ສະຫາຍ ພອນພະສິດ ອິນສີຊຽງໃໝ່ ເປັນຄະນະໜ່ວຍ; ແລະ 5. ສະຫາຍ ສົມສະລິດ ໄມລໍຄໍາ ເປັນຄະນະໜ່ວຍ.

IMG_2069IMG_2157

ຄະນະປະທານໄດ້ໃຫ້ທິດຊີ້ນໍາວ່າ: ຊົມເຊີຍມາຍັງຄະນະໜ່ວຍຊາວໜຸ່ມ ກຊປ ຊຸດເກົ່າ ທີ່ໄດ້ສຸມໃສ່ທຸກ​ເຮື່ອແຮງ ແລະ ​ສະ​ຕິ​ປັນ​ຍາໃນການຊີ້ນໍາ-ນໍາພາ ສະມາຊິກພາຍໃນໜ່ວຍຊາວໜຸ່ມ ກຊປ ເຫັນວ່າໄດ້ຮັບໝາກຜົນສໍາເລັດຕາມເປົ້າໝາຍ ໃນ​ໄລ​ຍະຜ່ານ​ມາ, ພ້ອມນັ້ນ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ​ຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່. ກອງປະຊຸມໃນຄັ້ງນີ້ ເປັນບາດກ້າວທີ່ສໍາຄັນ ໃຫ້ກັບຄະນະໜ່ວຍຊາວໜຸ່ມ ກຊປ ຊູດເກົ່າ ແລະ  ຊຸດໃໝ່ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ກໍຄື ເຮັດ​ສຳ​ເລັດ​ຕາມແຜນການ 5 ປີ ຂອງຄະນະໜ່ວຍຊາວໜຸ່ມກົມ, ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ວາງອອກ ແລະ ເປັນກໍາລັງແຮງປະກອບສ່ວນເຂົ້າໃນການກໍ່ສ້າງ, ຊີ້ນໍາ-ນໍາພາ ສະມາຊິກຊາວໜຸ່ມ ກໍຄືສະມາຊີກພັກ ຂອງກົມຊັບສິນທາງທາງປັນຍາ ໃຫ້ນັບມື້ນັບມີຄວາມເຂັ້ມແຂງຂື້ນທາງດ້ານວຽກງານວິຊາສະເພາະ ແລະ ວຽກງານ​ການເມືອງແນວຄິດ.

IMG_2198IMG_2204

ຕອນທ້າຍສະຫາຍກ່າວວ່າ: ມີຄວາມເຊື້ອໜັ້ນ ແລະ ຕີລາຄາສູງ ຕໍ່ຄວາມຮັບຜິດຊອບ ຂອງຄະນະໜ່ວຍຊາວໜຸ່ມ ຊຸດໃໝ່ ສືບຕໍ່ຮັກສາມູນເຊື້ອຄວາມສາໝັກຄີເປັນປືກແຜນ ໃນການສ້າງສາ ແລະ ພັດທະນາວຽກງານຂອງກົມ ໃຫ້ນັບມື້ນັບພັດທະນາຂື້ນ ເພື່ອຮອງຮັບໜ້າທີ່ການເມືອງຕາມແນວທາງຂອງ ພັກ-ລັດ ວາງອອກ ໄວ້ເປັນຢ່າງດີ.

ຂ່າວ-ພາບ:ໄພ່ຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -