ຊົມເຊີຍ ຜົນສຳເລັດ ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ I ປະຈໍາປີ 2024 ອຄ
By ໄພວັນ On 23 Jul, 2024 At 03:39 PM | Categorized As ຂ່າວສຳຄັນ | With 0 Comments

IMG_0182

ກະຊວງອຸດສາຫະກຳ ແລະ ການຄ້າ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ 3 ເດືອນ ຊຸດທີ I ປະຈໍາປີ 2024 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນ​ທີ 19 ກໍລະກົດ 2024. ໃຫ້ກຽດເປັນປະທານຮ່ວມ ຂອງສະຫາຍ ນາງ ຈັນສຸກ ແສງພະຈັກ ຮອງເລຂາຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກ, ບັນດາສະຫາຍແຂກສອງພາກສ່ວນກ່ຽວຂ້ອງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

IMG_0198IMG_0211

ໄດ້ເລີ່ມພິທີເປີດຮຽນ ແຕ່ວັນທີ  22 ເມສາ ເຖິງ ວັນທີ 19 ກໍລະກົດ 2024 ກົມຈັດຕັ້ງ  ແລະ ພະນັກງານ ໃນນາມຄະນະຮັບຜິດຊອບຊຸດຮຽນທິດສະດີ ໂດຍການປະສານສົມທົບ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ຜ່ານການຮຽນ-ການສອນຕົວຈິງສາມາດຕີລາຄາສະພາບລວມ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຄື: ການຮຽນທິດສະດີການເມືອງ ຂັ້ນຕົ້ນ 3 ເດືອນ ຊຸດທີ I ມີນັກສໍາມະນາກອນ 30 ສະຫາຍ, ຍິງ 18 ສະຫາຍ,  ໃຊ້ເວລາຮຽນທັງໝົດ 65 ວັນ ເທົ່າກັບ 455 ຊົ່ວໂມງ, ປະກອບມີ 6 ກຸ່ມວິຊາຄື: ກຸ່ມວິຊາ ປັດ​ຊະ​ຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມວິຫານ, ທິດສະດີລັດ ແລະ ກົດໝາຍ ແລະ ກຸ່ມວິຊາ ປະຫວັດສາດພັກ ແລະ ກໍ່ສ້າງພັກ, ມີ 4 ຫົວຂໍ້ສະເພາະຈາກຄະນະນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທັດສະນະສຶກສາ. ພາຍຫຼັງສໍາເລັດການຮຽນການສອນ ນັກສໍາມະນາກອນໄດ້ຂຽນບົດເກັບກ່ຽວຜົນງານ ພ້ອມທັງປະເມີນຄວາມຮັບຮູ້ ຂອງແຕ່ລະສະຫາຍໄດ້ຄະແນນສະເລ່ຍເກຼດ A ມີຈໍານວນ 7  ສະຫາຍ, ຄິດເປັນ 23, 33 % ແລະ ຄະແນນສະເລ່ຍເກຼດ B+ ມີຈໍານວນ  23  ສະຫາຍ, ຄິດເປັນ 76, 67 % ຖືວ່າຜົນການຮຽນໃນຄັ້ງນີ້ ຜ່ານໝົດທຸກສະຫາຍ.

IMG_0298IMG_0299

ປະທານໄດ້ຕີລາຄາສູງ ຕໍ່ຄະນະ​ຮັບຜິດຊອບ ແລະ ນັກສໍາມະນາກອນ ​ຊຸດຮຽນທິດສະດີການເມືອງ​, ພິ​ເສດ​ແມ່ນ​ສະ​ຖາ​ບັນ​ການ​ເມືອງ​ ແລະ ການ​ປົກຄອງ​ແຫ່ງ​ຊາດ ທີ່​ໄດ້​ອຸທິດກຳລັງ, ​ເຫື່ອ​ແຮງ, ​ສະຕິປັນຍາ ​ແລະ ເປັນ​ເຈົ້າການ​ຊ່ວຍ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ໃນ​ການກະກຽມ,​ ສ້າງ​ເງື່ອນ​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ​ໃນ​ທຸກ​ດ້ານເພື່ອກໍ່ສ້າງ-ບຳລຸງ ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ທິດສະດີການເມືອງຄັ້ງນີ້ສຸດ​ມີ​ຄວາມໝາຍ, ຄວາມ​ສຳ​ຄັນ​ຍິ່ງ ເພາະວ່າ ເປັນການ​ສ້າງພະນັກງານນຳພາ-ຄຸ້ມຄອງຂັ້ນຄະນະພະແນກ ແລະ ວິຊາການຈຳນວນໜຶ່ງເພື່ອສ້າງພະນັກງານສືບທອດ-ປ່ຽນແທນໃນອະນາຄົດ ຂອງກະຊວງອຸດສາຫະກຳ ແລະ ການຄ້າ  ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມ ເທື່ອລະກ້າວຮັບປະກັນ​ໂຄງປະກອບບຸກຄະລາກອນໃຫ້ມີ 3 ລຸ້ນ: ລຸ້ນອາວຸໂສ, ລຸ້ນກາງ, ລຸ້ນໜຸ່ມນອກຈາກນີ້ກໍຕ້ອງເອົາໃຈໃສ່ບັນຫາເພດ, ​ເຜົ່າແລະແມ່ຍິງເພື່ອສືບທອດປ່ຽນແທນ, ການ​ຍົກລະດັບຄວາມ​ຮູ້ທາງ​ດ້ານທິດສະດີການເມືອງ, ​ແນວທາງ,​ ​ແຜນນະໂຍບາຍຂອງພັກ, ເຊີດ​ຊູ​ທັດສະນະ​ຊົນຊັ້ນຢ່າງ​ຈະ​ແຈ້ງໂດຍ​ສະ​ເພາະ​ບັນດາ​ສະຫາຍ​​ໃນ​ຖານະທີ່​ເປັນພະນັກງານການນຳລຸ້ນໜຸ່ມແໜ້ນ,​ ພະນັກງານຫຼັກແຫຼ່ງຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ຈະສືບທອດພາລະກິດຂອງພັກ, ຂອງຊາດ.

IMG_0261IMG_0237

ທ່ານໄດ້ເນັ້ນວ່າ: ບັນດາສະຫາຍເປັນເຈົ້າການນຳເອົາບົດຮຽນ, ຄວາມຮູ້ທີ່ໄດ້ຮຽນມາເຂົ້າສູ່ພຶດຕິກຳຕົວຈິງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະມີແບບແຜນວິທີເຮັດວຽກທີ່ວິທະຍາສາດ, ບັນດາ​ສະຫາຍ​ແມ່ນ​ຜະລິດ​ຕະພັນຊຸດ​ໜຶ່ງ​ທີ່​ມີ​ຄຸນ​ນະພາ​ບ, ​ຮັກສາ​​ຊື່​ສຽງ, ກຽດ​ສັກ​ສີ​ຂອງ​ຕົນ ກໍ​ຄື​ຂອ​ງສະຖາບັນການສຶກສາ ແລະ ຍຶດໝັ້ນ​ໃນ​ທາດ​ແທ້​ຂອງ​ຊົນ​ຊັ້ນ​ກຳມະກອນ​ຂອງ​ພັກ ຢາງ​ສະ​ ເໝີ​ຕົ້ນ​ສະ​ເໝີ​ປາຍ; ​ມີ​ຄວາມ​ເປັນ​ແບບ​ຢ່າງ​ໃນ​ການເຄົາລົບ ​ແລະ ປະຕິບັດ​ກົດໝາຍ ​ແລະ ລະບຽບການ​ຕ່າງໆ​ຂອງ​ລັດຢ່າງ​ເປັນ​ເຈົ້າ​ການ, ສະຫາຍ​ລ້ວນ​​ແມ່ນ​ສະມາຊິກພັກ-ພະນັກງານ ​ທີ່​ກຳ​ບັນຫາ​ຂອງ​ຂະແໜງອຸດສາຫະກຳ ແລະ ການຄ້າ ​​ ໄດ້​ຢ່າງ​ເລິກ​ເຊິ່ງສົມຄວນ ​ແລະ ຈະ​ເປັນ​ຜູ້​ສືບ​ທອດປ່ຽນແທນ ໃນສະເພາະໜ້າ ແລະ ຍາວນານ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -