ອຄ ຝຶກອົບຮົມກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
By ໄພວັນ On 26 Jul, 2024 At 10:31 AM | Categorized As ຂ່າວສຳຄັນ | With 0 Comments

IMG_0012

ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດຝຶກອົບຮົບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ວັນທີ 25 ກໍລະກົດ 2024, ທີ່ກະຊວອຸດສາຫະກໍາ ແລະ ການຄ້າ ເປັນປະທານ ຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານກພັກ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຫາຍ ນ ຈັນສຸກ ແສງພະຈັນ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ອຄ, ຄະນະປະຈໍາພັກ, ສະຫາຍ ຄໍາປ່ຽນ ແກ້ວສໍລະສິງ ກໍາມະການຄະນະພັກ, ຫົວໜ້າກົມກົງຈັກການຕັດຕັ້ງ ແລະ ກົດລະບຽບພັກ ຄະນະຈັດຕັ້ງສູນກາງພັກ, ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈໍາພັກ, ຮອງປະທານກວດກາພັກ-ລັດ, ບັນດາເລຂາ/ຮອງເລຂາ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ທົ່ວກະຊວງ ອຄ ເຂົ້າຮ່ວມ ຈໍານວນ 120 ສະຫາຍ.

IMG_0030IMG_0048

ໃນການຝຶກອົບຮົມຄັ້ງນີ້ ຈະເປັນ 2 ເນື້ອໃນໃຫຍ່ ເຊິ່ງ ພາກເຊົ້າ ຈະເວົ້າເຖິງ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ເນື້ອໃນຫຼັກມີ: ຄວາມຮັບຮູ້, ຫຼັກການ ແລະ ເນື້ອໃນ ຂອງກອງປະຊຸມໃຫຍ່ຂອງພັກ, ບາດກ້າວໃນການກະກຽມ ແລະ ດຳເນີນ, ການກະກຽມດ້ານເນື້ອໃນ (ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາຂະແໜງການ), ການກະກຽມດ້ານຂະບວນການ (ເນື້ອໃນ, ຮູບການ, ວິທີການ ລະດັບຄາດໝາຍ), ການກະກຽມດ້ານບຸກຄະລາກອນ (ທັດສະນະຊີ້ນຳໃນການເລືອກເຟັ້ນ, ມາດຕະຖານ, ເງື່ອນໄຂ, ເປົ້າໝາຍຄັດເລືອກ, ການກໍານົດຈໍານວນຄະນະພັກແຕ່ລະຂັ້ນ ລວມທັງຄະນະປະຈຳພັກ, ຂັ້ນຕອນ ແລະ ວິທີການທາບທາມ, ມາດຖານເງື່ອນໄຂ ວິທີການເລືອກຕັ້ງແລະ ຂໍ້ຫ້າມສຳລັບ ຜູ້ແທນສົມບູນ-ສຳຮອງ) ລວມທັງເປົ້າໝາຍແຂກຖືກເຊີນ, ລະບອບການລາຍງານກ່ອນ ແລະ ຫຼັງກອງປະຊຸມໃຫຍ່ອົງຄະນະພັກ

IMG_0017IMG_0025

ສ່ວນພາກບ່າຍ ຈະລົງເລິກ ກ່ຽວກັບ ການດໍາເນີນຊີວິດທ້າຍສະໄໝຂອງຄະນະພັກແຕ່ລະຂັ້ນ ເນື້ອໃນຕົ້ນຕໍ ມີ: ຈຸດປະສົງ ແລະ ລະດັບຄາດໝາຍ ໂດຍສະເພາະແມ່ນສືບຕໍ່ປັບປຸງປົວແປງ ບົນພື້ນຖານຜົນຂອງກອງປະຊຸມກາງສະໄໝຜ່ານມາ ເພື່ອສ້າງໃຫ້ໄດ້ການຫັນປ່ຽນທີ່ເລິກເຊິ່ງ, ລົງເລີກດ້ານເນື້ອໃນ ແລະ ປະເດັນທີ່ຕ້ອງເຈາະຈິ້ມ ໃນການດຳເນີນການສຳຫຼວດການນຳພາລວມ, ສຳຫຼວດບຸກຄົນຄະນະພັກ, ສຳຫຼວດສະມາຊິກພັກ ເພື່ອໃຫ້ເຫັນໄດ້ ຈຸດດີ,ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ, ຂັ້ນຕອນການກະກຽມ ແລະ ວິທີການດໍາເນີນ ການດໍາເນີນຊີວິດທ້າຍສະໄໝ ເພື່ອໃຫ້ຮັບປະກັນໝາກຜົນ ແລະ ລະດັບຄາດໝາຍທີ່ກຳນົດ ພ້ອມທັງຮັກສາໄດ້ຄວາມສາມັກຄີແລະ ຈິດໃຈສ້າງການຫັນປ່ຽນແທ້, ຫຼີກເວັ້ນການໂຈມຕີທັບຖົມ ອັກຄະຕິ, ບັນດາເປົ້າໝາຍທີ່ຈະເຂົ້າຮ່ວມການສໍາຫຼວດ ແລະ ບາງບັນຫາທີ່ຄວນເອົາໃຈໃສ່.

IMG_0041IMG_0035

          ສໍາລັບເອກະສານທີ່ຈະນໍາໃຊ້ປະກອບມີ: ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023; ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງ 411/ຄລສພ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່3 ຂັ້ນຂອງພັກ; ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ກ່ຽວກັບການກະກຽມ ແລະ ດຳເນີນຊີວິດທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023; ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການສ້າງຂະບວນການເພື່ອກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 254/ຄອສພ, ລົງວັນທີ 06 ພະຈິກ 2023; ບົດແນະນຳ ຂອງຫ້ອງວ່າການສູນກາງພັກ ກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ ສະບັບເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023; ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຮາກຖານພັກ ອ້ອມຂ້າງກະຊວງ-ອົງການ, ສະບັບເລກທີ 122/ຄຈສພ, ລົງວັນທີ 15 ພຶດສະພາ 2024; ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈຳພັກ ແຕ່ລະຂັ້ນ ສະບັບເລກທີ 173/ຄລສພ, ລົງວັນທີ 05 ກໍລະກົດ 2024; ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຄົ້ນຄວ້າ, ເລືອກເຟັ້ນກຳມະການຄະນະບໍລິຫານງານພັກ ຊຸດປະຈຸບັນ ທີ່ມີອາຍຸກະສຽນເກີນເງື່ອນໄຂ ຕາມທີ່ນິຕິກຳກຳນົດໄວ້, ເພື່ອເປັນເປົ້າໝາຍອອກທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຕ່ລະຂັ້ນຊຸດໃໝ່ ສະບັບເລກທີ 186/ຄຈສພ, ລົງວັນທີ 03 ກໍລະກົດ 2024;  ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບ ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ ສະພາແຫ່ງຊາດ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກຫຼັງກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ສະບັບເລກທີ 197/ຄຈສພ, ລົງວັນທີ 08 ກໍລະກົດ 2024.

ຂ່າວ-ພາບ: ໄພວັນ

About -