ສະຫຼຸບໂຄງການຄວາມສະເໝີພາບລະຫວ່າງຍິງຊາຍຕໍ່ວຽກງານການພັດທະນາການຄ້າເອເລັກໂຕນິກພາຍຫຼັງການລະບາດຂອງພະຍາດໂຄວິດ-19.
By phaikhame evilay On 29 Jul, 2024 At 03:03 PM | Categorized As ຂ່າວພາຍໃນ | With 0 Comments

IMG_0270

       ສະຖາບັນອຸດສາຫະກໍາ ແລະ ການຄ້າ  ໄດ້ຮັບການສະໜັບສະໜູນ ຈາກໂຄງການ RT4D ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ແລະ RCEP ເພື່ອຈັດຕັ້ງປະຕິບັດໂຄງການ ຫົວຂໍ້: ຄວາມສະເໝີພາບລະຫວ່າງຍິງຊາຍຕໍ່ວຽກງານການພັດທະນາການຄ້າເອເລັກໂຕນິກພາຍຫຼັງການລະບາດຂອງພະຍາດໂຄວິດ-19 ກໍລະນີສຶກສາຂອງ ສປປ ລາວ ຂຶ້ນໃນວັນທີ 26 ກໍລະກົດ 2024 ທີ່ອາພັດເມັ້ນ  S.N.Residences ເປັນປະທານຂອງທ່ານ ທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນ ອຸດສາຫະກໍາ ແລະ ການຄ້າ , ທ່ານ ນາງ ສີອານົງ ພົມກອງ ຜູ້ອໍານວຍການໂຄງການ RT4D ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ, ມູນຄ່າການຈັດຕັ້ງປະຕິບັດໂຄງການເພື່ອຈັດຕັ້ງປະຕິບັດໂຄງການ ຫົວຂໍ້: ຄວາມສະເໝີພາບລະຫວ່າງຍິງຊາຍຕໍ່ວຽກງານການພັດທະນາການຄ້າເອເລັກໂຕນິກ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ກໍລະນີສຶກສາຂອງ ສປປ ລາວ 120.000 ໂດລາອົກສະຕຣາລີ ມີກໍານົດການຈັດຕັ້ງປະຕິບັດ 5 ເດືອນ.

IMG_0242

  ຈຸດປະສົງຂອງໂຄງການປະເມີນສະຖານະການດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍລວມທັງຜູ້ເສຍອົງຄະຕໍກັບວຽກງານການພັດທະນາການຄ້າເອເລັກໂຕນິກພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ກໍລະນີສືກສາຂອງ ສປປລາວ.

    ຮ່າງບົດແນະນໍາດ້ານນະໂຍບາຍ ໂດຍອີງໃສ່ຜົນການຄົ້ນຄວ້າ, ເສີມສ້າງຄວາມອາດສາມາດ ໃຫ້ແກ່ຜູ້ຂາຍອອນລາຍ, ສ້າງ ແລະ ຈັດພິມເຜີຍແຜ່ປື້ມຄູ່ມືກ່ຽວກັບຄໍາແນະນໍາ ການຂາຍອອນລາຍ ເປັນພາສາລາວ ເຊິ່ງທາງໂຄງການໄດ້ຈັດກິດຈະກໍາຢູ່ 2ແຂວງຄື: ແຂວງຫຼວງພະບາງ ໃນລະຫວ່າງວັນທີ 27-31 ພຶດສະພາ 2024  ແລະ ນະຄອນຫຼວງວຽງຈັນ  ລະຫວ່າງວັນທີ 3-7 ມິຖຸນາ 2024 ເພື່ອລົງເກັບກໍາຂໍ້ມູນ ສະພາບຄວາມສະເໝີພາບຍິງ-ຊາຍ ຕໍ່ກັບວຽກງານພັດະທນາການຄ້າເອເລກໂຕຣນິກ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອເປັນແນວທາງໃນການສະເໜີແນະ ດ້ານນະໂຍບາຍສົ່ງເສີມຜູ້ປະກອບການ ການຄ້າອອນລາຍ  ໂດຍສະເພາະແມ່ນກຸ່ມເປົ້າໝາຍ ທີ່ເປັນເພດຍິງ, ເພດຊາຍ ແລະ ຜູ້ເສຍອົງຄະໃຫ້ສາມາດຂະຫຍາຍຕະຫຼາດຄ້າຂາຍ ໃຫ້ກວ້າງຂວາງຫຼາຍຂຶ້ນກວ່າເກົ່າ  ແລະ ມີນະໂຍບາຍທີ່ແທດເໝາະ  ແລະ ສອດຄ່ອງໃນອານາຄົດ.

IMG_0317

       ນອກນັ້ນ ຍັງມີການຝືກອົບຮົມ ເພື່ອສ້າງຄວາມເຂົ້າໃຈສະພາບການຄ້າເອເລັກໂຕນິກ ໃນປັດຈຸບັນ ເຊິ່ງມີການຈັດຝືກອົບຮົມ 2 ຄັ້ງ ລວມມີຜູ້ເຂົ້າຮ່ວມ 64 ທ່ານ ໃນນັ້ນຍິງ 52 ທ່ານ, ຜູ້ພິການ 29 ທ່ານ ເຊິ່ງມາຈາກຂະແໜງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຂວງ, ສະມາຄົມຄົນພິການແຫ່ງຊາດ, ສະມາຄົມນັກທຸລະກິດຍິງ, ສະມາຄົມນັກທຸລະກິດໜຸ່ມ, ສະມາຄົມຫັດຖະກໍາລາວ, ກຸ່ມຜູ້ຜະລິດສິນຄ້າໂອດ໊ອບ, ມະຫາວິທະຍາໄລສຸພານຸວົງ ແລະ ສູນພັດທະນາຄົນພິການ. ໃນພິທີຍັງມີການມອບປື້ມ ຄູ່ມືການຂາຍອອນລາຍເພື່ອເປັນບ່ອນອີງ ແລະ ຂໍ້ມູນແກ່ຜູ້ສົນໃຈ ໃນການນໍາໃຊ້ເຂົ້າໃນການຄ້າຂາຍອອນລາຍ.

 ພາບ-ຂ່າວ: ໄພຄໍາອີ ຫ້ອງການກະຊວງ ອຄ.