ເອກອັກຄະລັດຖະທູດ ອິນໂດເນເຊຍເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 31 Jul, 2024 At 03:42 PM | Categorized As ຂ່າວສຳຄັນ | With 0 Comments

IMG_0371

ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 31 ກໍລະກົດ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ກຣາຕ້າ ເອັນດາ ເວີດັນນິງຕີຢາດ (Grata EndahWerdaningtyas), ​ເອກ​ອັກຄະ​ລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ ສປປ ລາວ; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າປະມານ 12 ທ່ານ.

        ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ ນາງ ກຣາຕ້າ ເອັນດາ ເວີດັນນິງຕີຢາດ, ​ເອກອັກຄະ​ລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ  ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ທູດ ໄດ້ສົນທະນາກ່ຽວກັບວຽກງານທາງດ້ານການຮ່ວມມື ລະຫວ່າງ ສປປ ລາວ- ສ.ອາເມຣິກາ  ພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາ ດ້ານວັດທະນາທໍາ, ດ້ານສັງຄົມ ແລະ ດ້ານເສດຖະກິດນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນ​ວັນ​ທີ 30 ສິງຫາ 1957 ​ເປັນ​ຕົ້ນ​ມາ, ເຫັນວ່າ ການຮ່ວມມືທາງດ້ານການເມືອງມີໄດ້ບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວສູ່ລວງເລິກຫຼາຍດ້ານ ໂດຍສະເພາະນັບຕັ້ງແຕ່ທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນໃນປີ 1997 ເປັນຕົ້ນມາ, ບັນດາຜູ້ນໍາຂັ້ນສູງຂອງສອງປະເທດໄດ້ຜັດປ່ຽນຢ້ຽມຢາມເຊິ່ງກັນແລະກັນ, ເຊິ່ງໄດ້ກາຍເປັນພື້ນຖານອັນດີເຮັດສອງປະເທດ ມີຄວາມຄວາມເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນ, ພ້ອມທັງໄດ້ປຶກສາຫາລືແລກປ່ຽນບົດຮຽນໃນການພັດທະນາປະເທດ, ແລກປ່ຽນທັດສະນະຕໍ່ສະພາບການຂອງໂລກໃນແຕ່ລະໄລຍະ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ.

ການ​ລົງທຶນ​ທົ່ວ​ໄປ ປີ 2019-2024 ມີນັກທຸລະກິດອິນໂດເນເຊຍເຂົ້າມາລົງທຶນ ຈໍານວນ 04 ຫົວໜ່ວຍວິສາຫະກິດ ມູນຄ່າທຶນຈົດທະບຽນທັງໝົດ 52,548,910,080 ກີບ. ໃນນັ້ນ, ຂະແໜງການຕົ້ນຕໍທີ່ໄດ້ລົງທຶນໄດ້ແກ່ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ; ການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການອາຫານ; ແລະ ອຸດສາຫະກຳບໍ່ແຮ່ ແລະ ການຂຸດຄົ້ນ.

ສິນຄ້າຫຼັກທີ່ ສປປ ລາວສົ່ງອອກໄດ້ແກ່: ໂລຫະຄຳປະສົມເງິນ, ກົ່ວ, ຜະລິດຕະພັນໄມ້, ກາເຟ (ຍັງບໍ່ທັນປຸງແຕ່ງ), ຂີ້ຊີ, ເກືອໂບມ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.​.​

ສິນຄ້າຫຼັກທີ່ ສປປ ລາວ ນຳເຂົ້າໄດ້ແກ່: ຜະລີດຕະພັນການຢາ (ເພສັດຊະກຳ)ພາຫະນະທາງບົກ (ນອກຈາກລົດໄຖນາ ແລະ ລົດຈັກ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນລົດຈັກ (ນອກຈາກເຄືື່ອງກົນຈັກພາຫະນະ), ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ກະໂລ , ເຄື່ອງນຸ່ງຫົ່ມ  ແລະ ອື່ນໆ.

IMG_0377

          ພ້ອມດຽວກັນນີ້, ທ່ານ ນາງ ກຣາຕ້າ ເອັນດາ ເວີດັນນິງຕີຢາດ, ​ເອກອັກຄະ​ລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ທ່ານລັດຖະມົນຕີ, ໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ-ອິນໂດເນເຊຍ ​​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດ.

ພາບ-ຂ່າວ: ໄພຄໍາອີ ຫ້ອງການກະຊວງ ອຄ.