ກອງປະຊຸມສຳມະນາເຜີຍແຜ່ຜົນການຄົ້ນຄວ້າຂອງສະຖາບັນ ERIA (ອີເລຍ)
By ໄພວັນ On 3 Aug, 2024 At 02:47 PM | Categorized As ຂ່າວສຳຄັນ | With 0 Comments

IMG_4899.jpg 5

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ຜົນການຄົ້ນຄວ້າ ໃນວັນທີ 02 ສິງຫາ 2024 ທີ່ນະຄອນຫລວງ ວຽງຈັນ ຜົນການຄົ້ນຄວ້າແມ່ນເພື່ອປະກອບສ່ວນໃນການສ້າງແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2025-2030). ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມເປັນປະທານເປີດກອງປະຊຸມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ຮັບການຊີ້ນໍາກອງປະຊຸມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ເທສຸຍາ ວາຕານາເບ ປະທານ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ. ກອງປະຊຸມໄດ້ຮັບຟັງການນໍາສະເໜີຂອງຊ່ຽວຊານຈາກ ERIA ແລະ ສະຖາບັນຄົ້ນຄວ້າຂອງລາວ ແລະ ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກເອກະຊົນ ຫຼາຍກວ່າ 60 ທ່ານ.       IMG_4842.jpg 2

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນຫນັກເຖິງ ຄວາມສໍາຄັນຂອງກອງປະຊຸມດັ່ງກ່າວ ໂດຍສະເພາະແມ່ນ ຜົນຂອງການຄົ້ນຄ້ວາ 4 ຫົວຂໍ້ ທີ່ຈະຊ່ວຍໃຫ້ ສປປ ລາວ ສາມາດພັດທະນາແບບຍືນຍົງ ແລະ ຍົກລະດັບການແຂ່ງ ຂັນຂອງທຸລະກິດລາວ ເຊິ່ງປະກອບມີຫົວຂໍ້: 1) ການພັດທະນາທີ່ຍືນຍົງ ແລະ ສາມາດແຂ່ງຂັນໄດ້ຂອງເຂດອຸດ ສາຫະກຳ, 2) ທິດທາງນະໂຍບາຍຄວາມໝັ້ນຄົງດ້ານພະລັງງານໃນການພັດທະນາແບບກວມລວມ ແລະ ຍືນຍົງຂອງ ສປປ ລາວ ແລະ ຜົນໄດ້ຮັບຕໍ່ອາຊຽນ, 3) ການສຶກສາກ່ຽວກັບການສົ່ງເສີມການຜະລິດມັນຕົ້ນແບບຍືນຍົງ ແລະ 4) ຜົນການສຳຫຼວດກ່ຽວກັບປະສິດທິພາບການດຳເນີນງານຂອງທ່າບົກ.

IMG_4917.jpg 87 ຜົນການຄົ້ນຄວ້າ ແຕ່ລະຫົວຂໍ້ ຍັງມີຄວາມສໍາຄັນ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ. ການປັບປຸງ ການດຳເນີນງານຂອງທ່າບົກ ແມ່ນເພື່ອຍົກລະດັບການບໍລິການດ້ານການຄ້າ ແລະ ການຂົນສົ່ງ. ສ່ວນການພັດທະນາອຸດສາຫະກໍາ ທີ່ຍືນຍົງ ຈະຊ່ວຍໃຫ້ ເສດຖະກິດຂະຍາຍຕົວ ແລະ ຮັບປະກັນ ການສ້າງສິ່ງ ແວດລ້ອມທີ່ດີໃນການດໍາເນີນທຸລະກິດ. ການສົ່ງເສີມການຜະລິດມັນຕົ້ນແບບຍືນຍົງ ແມ່ນເພື່ອສ້າງຄວາມຍືນຍົງດ້ານເສດຖະກິດ, ດ້ານສະບຽງອາຫານ ແລະ ເພີ່ມສະມັດຕະພາບ. ນະໂຍບາຍດ້ານພະລັງງານ ແມ່ນເພື່ອສ້າງນະໂຍບາຍພະລັງງານ ທີ່ຮອບດ້ານ ແລະ ຍືນຍົງ.

ກອງປະຊຸມດັ່ງກ່າວ ແມ່ນບາດກ້າວທີ່ສໍາຄັນ ຕິດພັນກັບການແກ້ໄຂບັນຫາ ກໍຄືການສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ ໃນປັດຈຸບັນ ແລະ ຍາວນານຂອງປະເທດ. ຜົນຂອງການຄົ້ນຄວ້າຈະເປັນຂໍ້ມູນ, ຄວາມຮູ້ ແລະ ເປັນບົດຮຽນອັນລໍາຄ່າໃຫ້ແກ່ລັດຖະບານ ກໍຄືຂະແໜງການ ແລະ ອົງການປົກຄອງທ້ອງຖີ່ນ ໃນການ ໝູນໃຊ້ເຂົ້າໃນການແກ້ໄຂບັນຫາ ແລະ ພັດທະນາຂະແໜງການ, ທ້ອງຖີ່ນຂອງປະເທດ.

IMG_4855.jpg3IMG_4850.jpg 9

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຖາບັນ ERIA ສໍາລັບການຊ່ວຍເຫລືອ ແລະ ການສະຫນັບສະຫນູນ ແລະ ຊົມເຊີຍ ກະຊວງອຸດສາຫະກຳ ແລະ ການຄ້າ ສໍາລັບການເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດໂຄງການ ແລະ ກອງປະຊຸມດັ່ງກ່າວ. ທ່ານໄດ້ຊຸກຍູ້ໃຫ້ມີການເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອນໍາເອົາຂໍ້ມູນເຫຼົ່ານີ້ ໄປສູ່ການປະຕິບັດ ເພື່ອປະໂຫຍດ ໃນໄລຍະຍາວ ຂອງຊາດ ແລະ ຍັງໄດ້ສະເໜີໃຫ້ ERIA ສືບຕໍ່ສະຫນັບ ສະຫນູນ ແລະ ຊ່ວຍເຫລືອທາງດ້ານວິຊາການໃຫ້ ສປປ ລາວ ເພື່ອປະກອບສ່ວນສ້າງຄວາມເຂັ້ມໃນການພັດ ທະນາເສດຖະກິດຂອງ ສປປ ລາວ ແລະ ເພື່ອຜັນຂະຫຍາຍແຜນວຽກບູລິມະສິດເສດຖະກິດອາຊຽນ (Priority Economic Deliverables) ທີ່ນໍາສະເໜີໂດຍ ສປປ ລາວ ໃນນາມເປັນປະເທດເຈົ້າພາບກອງປະຊຸມສຸດຍອດອາຊຽນ 2024, ໂດຍສະເພາະ ໃນຂົງເຂດ ການເຊື່ອມໂຍງ ແລະ ເຊື່ອມຈອດທາງດ້ານເສດຖະກິດ, ການພັດທະນາແບບຍືນຍົງ ແລະ ການຫັນເປັນດີຈີຕ໋ອນ (Digitalization).

6         IMG_4890.jpg 4ກອງປະຊຸມໄດ້ປິດລົງ ໂດຍໃຫ້ກຽດກ່າວປິດຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນຕອນບ່າຍຂອງວັນດຽວກັນດ້ວຍຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.

ຂ່າວ: ເພັດປະກາຍ

ພາບ: ໄພວັນ

About -