ເປີດໂຕນໍາໃຊ້ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ (IP Portal)
By phaikhame evilay On 6 Aug, 2024 At 10:17 AM | Categorized As ຂ່າວພາຍໃນ | With 0 Comments

IMG_0055

         ວັນທີ 05 ສິງຫາ 2024, ທີ່ ລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີ ເປີດໂຕນໍາໃຊ້ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ (IP Portal), ໃຫ້ການສະໜູບສະໜູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ແລະ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ທຸລະກິດລາວ (LBE), ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. Elizabeth Chambers, ຮັກສາການຫົວໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID). ໃນພິທີຄັ້ງນີ້ ມີທ່ານ ນ. ພັນມະນີ ຄໍາພິລາວົງ, ຫົວໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ທຸລະກິດລາວ (LBE), ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງ ກະຊວງອຸດສາຫະກຳ ແລະ ການຄ້າ, ຜູ້ຕາງໜ້າຈາກບັນດາກະຊວງ, ມີບັນດາພະນັກງານກົມທີ່ກ່ຽວຂ້ອງ ແລະ ຕາງໜ້າພາກເອກະຊົນ ເຂົ້າຮ່ວມ. ຈຸດປະສົງ ຂອງການເປີດໂຕນໍາໃຊ້ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ (IP Portal) ແມ່ນເພື່ອອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອໃຫ້ ຜູ້ປະກອບການ, ນັກຄົ້ນຄວ້າ, ນັກວິໄຈ, ນັກສຶກສາ, ແລະ ປະຊາຊົນທົ່ວໄປ ໄດ້ມີຊ່ອງທາງໃໝ່ ເພື່ອສາມາດເຂົ້າເຖີງແຫຼ່ງຂໍ້ມູນຂ່າວສານ ແລະ ຮູ້ຈັກໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປົກປ້ອງ ແລະ ພັດທະນາຊັບສິນທາງປັນຍາຂອງພວກເຂົາ.

IMG_0007

       ໃນໂອກາດນີ້ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວເປີດພິທີໃນຄັ້ງນີ້ວ່າ: ການເປີດໂຕລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ຂອງ ສປປ ລາວ ໃນຄັ້ງນີ້. ຊຶ່ງເປັນບາດກ້າວອັນສໍາຄັນຂອງວຽກງານຊັບສິນທາງປັນຍາ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຄ້າ ຂອງ ສປປ ລາວ ພວກເຮົາ, ເນື່ອງຈາກວ່າ ແຫຼ່ງຂໍ້ມູນນີ້ ມັນຈະເຮັດໜ້າທີ່ເປັນຂົວເຊື່ອມຕໍ່ ລະຫວ່າງ ເຈົ້າຂອງຊັບສິນທາງປັນຍາ ກັບຜູ້ຊື້ສິນຄ້າດ້ານຊັບສິນທາງປັນຍາ, ເປັນຕະຫຼາດຊື້-ຂາຍ ສິນຄ້າດ້ານຊັບສິນທາງປັນຍາ ໃນທົ່ວປະເທດ ແລະ ເຊື່ອມຕໍ່ກັບຕະຫຼາດຕ່າງປະເທດ ອີກດວຍ. ນອກຈາກນັ້ນ ຍັງສາມາດເຂົ້າເຖິງການບໍລິການດ້ານຊັບສິນທາງປັນຍາ ຂອງກົມຊັບສິນທາງປັນຍາ ສະດວກວ່ອງໄວຂຶ້ນກວ່າເກົ່າ, ການເຂົ້າເຖິງແຫຼ່ງຂໍ້ມູນທີ່ຈຳເປັນ ໃນການກະກຽມຄວາມພ້ອມໃນການເຂົ້າຕະຫຼາດທາງດ້ານຊັບສິນທາງປັນຍາ ທັງພາຍໃນ ແລະ ຕ່າງປະເທດ ໄດ້ງ່າຍຂຶ້ນ, ການເຂົ້າເຖິງແຫຼ່ງຂໍ້ມູນດ້ານນະວັດຕະກຳ ທີ່ໄດ້ຮັບການຈົດທະບຽນສິດທິບັດ ຈະເຮັດໃຫ້ນັກຄົ້ນຄວ້າ, ນັກວິໄຈ, ນັກສຶກສາ ສາມາດຄິດຄົ້ນການປະດິດສ້າງ ແລະ ປະດິດຄິດແຕ່ງ ໄດ້ຢ່າງມີປະສິດທິຜົນສູງຂຶ້ນ, ການຮຽນຮູ້ກ່ຽວກັບວຽກງານຊັບສິນທາງປັນຍາ ສຳລັບນັກຮຽນນັກສຶກສາ ລວມທັງ ບໍລິສັດຕົວແທນ ທີ່ໃຫ້ບໍລິການດ້ານຊັບສິນທາງປັນຍາ ຈະເຮັດໄດ້ສະດວກຂຶ້ນກວ່າເກົ່າ ເຊັ່ນດຽວກັບການຝຶກອົບຮົມທາງອອນລາຍຕ່າງໆ ຈາກອົງການຊັບສິນທາງປັນຍາໂລກ ແລະ ບັນດາປະເທດທີ່ເປັນພາຄີ ຂອງເຮົາກໍຈະງ່າຍຂຶ້ນ.

 IMG_0074

        ທ່ານ ກ່າວຕື່ມອີກວ່າ: ຊັບສິນທາງປັນຍາ ເປັນສິ່ງທີ່ມີຄວາມສໍາຄັນຢ່າງຍິ່ງ ຕໍ່ການສົ່ງເສີມຄວາມຄິດສ້າງສັນ ແລະ ສ້າງນະວັດຕະກໍາໃໝ່ ເພື່ອມາແກ້ໄຂບັນຫາ ຫຼື ປ່ຽນແປງສັງຄົມເຮົາ ເຮັດໃຫ້ການດຳລົງຊີວິດມີຄວາມສະດວກວ່ອງໄວ ຂຶ້ນກວ່າເກົ່າ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃນຍຸກເຕັກໂນໂລຊີດີຈີຕອນ ທີ່ໂລກເຮົາເຂົ້າສູ່ການພັດທະນາທາງເຕັກໂນໂລຊີ ຢ່າງວ່ອງໄວ ເປັນຕົ້ນ:​ ອິນເຕີເນັດແຫ່ງຊັບປະສິ່ງ, Big Data, AI, 5G ແລະ ອື່ນໆ… ສະນັ້ນ, ການຄຸ້ມຄອງ ແລະ ຈັດການຊັບສິນທາງປັນຍາທີ່ມີປະສິດທິຜົນ ແລະ ປະສິດທິພາບສູງ ໄດ້ກາຍເປັນສິ່ງທີ່ຈໍາເປັນຢ່າງຍິ່ງເພື່ອຊ່ວຍໃຫ້ທຸລະກິດຂອງພວກເຮົາສາມາດເຂົ້າເຖິງຕະຫຼາດໂລກໄດ້ອີກວິທີໜຶ່ງ, ພ້ອມທັງສ້າງຄວາມສາມາດແຂ່ງຂັນໃນຕະຫຼາດໂລກ ແລະ ສ້າງມູນຄ່າເພີ່ມໃຫ້ກັັບສິນຄ້າຂອງພວກເຮົາໄດ້ ອີກດ້ວຍ.

IMG_0044

         ສະນັ້ນ ການນໍາໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ໃໝ່ນີ້ ບໍ່ພຽງແຕ່ຈະຊ່ວຍໃຫ້ປະຊາຊົນ, ນັກທຸລະກິດ ນັກວິໄຈ, ນັກຄົ້ນຄວ້າ ແລະ ນັກສຶກສາ ສາມາດເຂົ້າເຖິງຂໍ້ມູນ ຊັບສິນທາງປັນຍາ ໄດ້ງ່າຍຂຶ້ນເທົ່ານັ້ນ ແຕ່ຍັງເປັນເຄື່ອງມືທີ່ສໍາຄັນໃນການຊ່ວຍເຫຼືອໃນການເຂົ້າເຖິງຕະຫຼາດຂອງທະລະກິດ ໂດຍສະເພາະ ວິສະຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນກໍາລັງສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໄດ້ອີກດ້ວຍ.

ຂ່າວ-ພາບ: ກົມຊັບສິນທາງປັນຍາ