ກອງປະຊຸມຄັ້ງທຳອິດຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້າ ແລະ ກອງປະຊຸມກ່ຽວຂ້ອງ
By Miss Phetpakai SISOMBOUN On 12 Aug, 2024 At 11:10 AM | Categorized As ຂ່າວ, ຂ່າວສຳຄັນ | With 0 Comments

 

 

C1060C01-1BDD-4A8A-824C-C2DF21DA4E17_1_201_a

   ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້າ ( The 1st ASEAN Coordinating Task Force on Blue Economy) ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນ ທີ 10-11 ສິງຫາ 2024, ທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍສຳຄັນໃນການເພິ່ມທະວີການຮ່ວມມືດ້ານເສດຖະກິດສີຟ້າໃນອາຊຽນ ເຊີງເສດຖະກິດສີຟ້າ ແມ່ນຈະສ້າງໝູນຄ່າເພີ່ມ ແລະ ລະບົບຕ່ອງໂສ້ມູນຄ່າຂອງຊັບພະຍາກອນທີ່ມີຢູ່ໃນມະຫາສະໝຸດ, ທະເລ, ແມ່ນໍ້າ ແລະ ນໍ້າຈືດ ຢ່າງຮອບດ້ານ ແລະ ມີຄວາມຍືນຍົງ. ເຖິງວ່າ ສປປ ລາວ ເປັນປະເທດທີ່ ບໍ່ມີຊາຍແດນຕິດກັບທະເລ ແຕ່ການຈັດຕັ້ງປະຕິບັດແຜນວຽກເສດຖະກິດສີຟ້າ ຈະຊ່ວຍເຮັດໃຫ້ເສດຖະກິດຂອງ ສປປ ລາວ ໄດ້ຮັບຜົນປະໂຫຍດໃນການເພິ່ມທະວີການເຊື່ອມໂຍງດ້ານການຂົນສົ່ງສິນຄ້າ ທາງນໍ້າ ແລະ ທ່າງບົກ, ການພັດທະນາດ້ານອຸດສາຫະກຳການປະມົງ, ການທ່ອງທ່ຽວ ແລະ ພະລັງງານທົດແທນແບບຍືນຍົງ ແລະ ການເພິ່ມຂື້ນຂອງວຽກເຮັດງານທຳໃນອຸດສາຫະກຳດັ່ງກ່າວ.

IMG_5623F8319C92-291D-401D-83F0-35BA0C9A85FF

ໃນໂອກາດການເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດ ຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້ານນີ້ ກໍໄດ້ຈັດກອງປະຊຸມເວທີສົນທະນາເສດຖະກິດສີຟ້າອາຊຽນ ຄັ້ງທີ 2 (The 2nd ASEAN Blue Economy Forum) ໃນວັນທີ 10 ສິງຫາ 2024 ໂດຍການໃຫ້ກຽດກ່າວເປີດໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ຫົວໜ້າເຈົ້າໜ້າທີສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ, ທ່ານ ນາງ Adhyanti Sardanarini Wirajuda, ຜູ້ອຳນວຍການ ການຮ່ວມມືດ້ານເສດຖະກິດອາຊຽນ, ກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ Tetsuya Watanabe ປະທານສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA). ເຊິ່ງມີຜູ້ເຂົ້າຮ່ວມ ປະມານ 80 ທ່ານ ທີ່ມາຈາກ ສະຖານທູດ, ຊ່ຽວຊານຈາກອົງການຈັດຕັ້ງສາກົນ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ຜູ້ແທນຈາກປະເທດສະມາຊິກອາຊຽນ. ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອສົ່ງເສີມ ແລະ ຊຸກຍູ້ການຮ່ວມມືໃນພາກພື້ນ ໃນການຈັດຕັ້ງປະຕິບັດຍຸດທະສາດ ເສດຖະກິດສີຟ້າແບບຍືນຍົງ ແລະ ແລກປ່ຽນຄວາມຄິດເຫັນ ໃນການແກ້ໄຂບັນຫາດສິ່ງແວດລ້ອມ ແລະ ສັງຄົມ, ແນໃສ່ຜັນຂະຫຍາຍຜົນການປຶກສາຫາລື ກາຍເປັນແຜນງານໂຄງການເພື່ອ ຫຼຸດຜ່ອນຜົນກະທົບຈາກບັນຫາດັ່ງກ່າວໃນກິດຈະກຳ ທີ່ຢູ່ພາຍໃຕ້ຍຸດທະສາດເສດຖະກິດສີຟ້າອາຊຽນ. ເຊິ່ງກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນກ່ຽວກັບ ການສົ່ງເສີມການອານຸລັກຊັບພະຍາກອນນໍ້າ ( Promoting Blue Conservation), ການສົ່ງເສີມນະວັດຕະກໍາ, ເຕັກໂນໂລຊີ, ວິທະຍາສາດ ສີຟ້າ ແລະ ການສົ່ງເສີມ ການສ້າງມູນຄ້າເພີ່ມ ໃນຂະແໜງບູລິມະສີດສີຟ້າ (Promoting Value Creation on Blue Priority Sectors).

IMG_0083

ຫຼັງຈາກນັ້ນ, ໃນຕອນເຊົ້າຂອງວັນທີ 11 ສິງຫາ 2024 ກໍໄດ້ຈັດກອງປະຊຸມຄັ້ງທຳອິດ ຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້າ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ການຮ່ວມມືເສດຖະກິດສາກົນ ທັງເປັນເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຂອງ ສປປ ລາວ, ມີຜູ້ເຂົ້າຮ່ວມ 50 ທ່ານ ຈາກ ປະເທດສະມາສິກອາຊຽນ, ສຳລັບ ສປປ ລາວ ກໍມີຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນຕົ້ນແມ່ນ ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອື່ນໆ. ໃນວາລະກອງປະຊຸມຄັ້ງ ທຳອິດນີ້, ໄດ້ຕົກລົງເຫັນດີແຕ່ງຕັ້ງໃຫ້ຕ່າງໜ້າຈາກປະເທດອິນໂດເນເຊຍມາເປັນຜູ້ຊ່ວຍປະທານຂອງທຸກປີ ເປັນ ໄລຍະ 2 ປີ. ນອກຈາກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຂອງ ຂໍ້ລິເລີ່ມພາຍໃນພາກພື້ນ ແລະ ການຮ່ວມມືໃນຂອບດັ່ງກ່າວກັບຕ່າງປະເທດ ເຊີງມີ ປະເທດຣັດເຊຍ, ອິນເດຍ, ນໍເວ ແລະ ສປ ຈີນ. ກອງປະຊຸມໄດ້ມີຄຳເຫັນໃສ່ ແຜນຍຸດທະສາດເສົາຄໍ້າປະຊາຄົມເສດຖະກິດອາຊຽນ 2026-2030 (AEC Strategic Plan 2026-2030). ພາຍຫຼັງ ທີ່ສໍາເລັດກອງປະຊຸມດັ່ງກ່າວ ໃນພາກທ່ຽງ, ກໍ່ຈັດໃຫ້ບັນດາຄະນະຜູ້ແທນໄປທັດສະນະສຶກສາຢູ່ເຂື່ອນນໍ້າງື່ມ 1 ເພື່ອໃຫ້ເຫັນເຖິງການຈັດຕັ້ງປະຕິບັດເສດຖະກິດສີຟ້າພາຍໃນ ສປປ ລາວ.

ຂ່າວ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ 

ພາບ: ເພັດປະກາຍ ສີສົມບູນ