ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມກົມມາດຕະຖານ ແລະ ວັດແທກ
By phaikhame evilay On 14 Aug, 2024 At 03:42 PM | Categorized As ຂ່າວພາຍໃນ | With 0 Comments

IMG_0202

                ນາງ ແສງທິບ ພິມພາວົງ ຮອງເລຂາໜ່ວຍຊາວໜຸ່ມຊຸດເກົ່າ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ III.

  ໃນຕອນເຊົ້າຂອງວັນທີ 13 ສິງຫາ  2024 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ປອ ບຸນເພັງ ສີບຸນເຮືອງ  ຄະນະບໍລິຫານງານຊາວໜູ່ມປະຊາຊົນປະຕິວັດລາວ ເລຂາ ຊາວໜູ່ມກະຊວງອຸດສາຫະກໍາ ແລະ ການຄ້າ, ສະຫາຍ ວຽງທອງ ວົງທະວິໄລ ຄະນະພັກກະຊວງ ເລຂາໜ່ວຍພັກ ກົມມາດຕະຖານ ແລະ ວັດແທກ, ສະຫາຍ ບຸດສະກອນຫລວງລາດ ເລຂາຊາວໜູ່ມກົມມາດຕະຖານ ແລະ ວັດແທກ ມີຕາງໜ້າປະທານກໍາມະບານ ຫົວໜ້າໜ່ວຍສະຫະພັນແມ່ຍິງ ກົມມາດຕະຖານ ແລະ ວັດແທກ ມີບັນດາໜ່ວຍຊາວໜຸ່ມ ບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມກົມມາດຕະຖານ ແລະ ວັດແທກເຂົ້າຮ່ວມຕົວຈິງທັງໝົດ 52 ສະຫາຍ, ຍິງ 20 ສະຫາຍ ແລະ ເຂົ້າຮ່ວມທາງອອນລາຍ 22 ສະຫາຍ ຍີງ 3 ສະຫາຍ:

IMG_0224

         ໃນກອງປະຊຸມໃຫຍ່ຄັ້ງນີ້ສະຫາຍບຸດສະກອນ ຫລວງລາດ ເລຂາ ຊາວໜູ່ມ ກມວ ໄດ້ຂື້ນຜ່ານຮ່າງບົດລາຍງານການເມືອງ ນັບແຕ່ປີ 2019-2024 ແລະ ທິດທາງ ແຜນການ 5 ປີ 2024-2029,  ສະຫາຍ ນາງ ແສງທິບ ພິມພາວົງ ຮອງເລຂາ ໜ່ວຍຊາວໜູ່ມ ກມວ ໄດ້ຂື້ນຜ່ານຮ່າງບົດສໍາຫລວດຊີ້ນໍານໍາພາຂອງຄະນະຊຸດເກົ່າຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດໄວ້ຄື: ເພີ່ມທະວີຄວາມເປັນເຈົ້າການ ໃນການນໍາພາ-ຊີ້ນໍາ ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມພາຍໃນກົມ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມທັງເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ທິດສະດີການເມືອງ-ການປົກຄອງ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະ ເພື່ອຮັບປະກັນໄດ້ ປະສິດທິພາບ ແລະ ປະສິດທິຜົນສູງສຸດ.

IMG_0199

     ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມ ກົມມາດຕະຖານ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຕະຖານ-ເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 07 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 05 ສະຫາຍ, ຍີງ 01 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ຄະນະໜ່ວຍຊາວໜຸ່ມ ຄື: 1 ສະຫາຍ ອູ່ທອງ ອູ່ນນະລົງ ເປັນເລຂາໜ່ວຍ 2 ສະຫາຍ ອາພອນ ສຸລັດເປັນຮອງ ເລຂາ 3 ສະຫາຍ ພູມີສັກວົງເດືອນ ເປັນປະທານ ກວດກາ 4 ສະຫາຍ ວັນນະກອນ ຕົ້ນແພງ ເປັນຄະນະ 5 ສະຫາຍ ນາງ ແອ້ນນີ້ ສີສານ ເປັນຄະນະ;

IMG_0219

       ໃນໂອກາດນີ້, ສະຫາຍ ປອ. ບຸນເພັງ ສີບຸນເຮືອງໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມ ກມວ ໃນໄລຍະຜ່ານມາ ເເລະ ເຫັນດີເປັນເອກະພາບ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ຂອງຄະນະໜ່ວຍຊາວໜຸ່ມ ຊຸດເກົ່າ ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນຜົນງານອັນໃຫຍ່ຫຼວງ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການສືບຕໍ່ ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຊາວໜຸ່ມ ກມວ ພາຍໃຕ້ຂໍ້ແຂ່ງຂັນ 4 ບຸກ ທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ. ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍຊາວໜຸ່ມ ກມວ ຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຊາວໜຸ່ມ ກມວ ກໍຄື ຂອງ ຄະນະບໍລິຫານງານ ຊປປລ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ວາງອອກຢ່າງເຂັ້ມງວດ ແລະ ເຊີດຊູຄວາມເປັນເຈົ້າການເປັນແບບຢ່າງນໍາໜ້າໃນທຸກດ້ານ, ເພີ່ມທະວີຄວາມເປັນເອກະພາບ ຄວາມສາມັກຄີຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກງານ, ທິດທາງແຜນການໃນ 5 ປີຕໍ່ໜ້າ ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

 ຂ່າວ-ພາບ: ໄພຄໍາອີ ຫ້ອງການກະຊວງ ອຄ.