ລັດຖະມົນຕີ ອຄ ຕ້ອນຮັບການເຂົ້າຢ້ຽມຂຳນັບ ຂອງ ບໍລິສັດ ອຳມະຕະ
By ໄພວັນ On 19 Aug, 2024 At 10:26 AM | Categorized As ຂ່າວສຳຄັນ | With 0 Comments

IMG_0421.jpg 3

ໃນຕອນບ່າຍ ວັນທີ 16 ສິງຫາ 2024 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ວິກົມ ກົມມະດິດ ປະທານບໍລິຫານ ບໍລິສັດ ອຳມະຕະ ຈຳກັດມະຫາຊົນ ພ້ອມດ້ວຍຄະນະ ຈາກ JBIC, ກຸ່ມບໍລິສັດ ຈະເລີນ ໂພກປະພັນ (CP Group), MISUBISHI, NTT-DOCOMO ແລະ ບັນດາກົມກ່ຽວຂ້ອງເຂົ້າຮ່ວມ. ຈຸດ​ປະ​ສົງ​ການ​​ພົບ​ປະໃນຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ແລະ ທັດສະນະກ່ຽວກັບ ການສ້າງໂຮງງານໄຟຟ້າພະລັງງານປະລະມະນູ ຢູ່ ສປປ ລາວ ຢູ່ເຂດໂຄງການຂອງອຳມະຕະ ຢູ່ແຂວງອຸດົມໄຊ.

IMG_0330.jpg 6

ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ວິກົມ ກົມມະດິດ ປະທານບໍລິຫານ ບໍລິສັດ ອຳມະຕະ ຈຳກັດມະຫາຊົນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອໃນໄລຍະຜ່ານມາ ແລະ ຕັດສິນໃຈເຂົ້າມາລົງທຶນ ຢູ່ ສປປ ລາວ ເພື່ອພັດທະ ນາ ນິຄົມອຸດສາຫະກຳ/ເມືອງທັນສະໃໝ ເປັນມິດກັບສິ່ງແວດລ້ອມ ຢູ່ພາກເໜືອຂອງລາວ.

ທັດສະນະຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ກັບການສ້າງໂຮງງານໄຟຟ້າພະລັງງານປະລະມະນູ ຢູ່ ສປປ ລາວ ຢູ່ເຂດໂຄງການຂອງອຳມະຕະ ຢູ່ແຂວງອຸດົມໄຊ ເຫັນວ່າແນວຄິດດັ່ງກ່າວເປັນເລື່ອງໃໝ່ ສຳລັບ ສປປ ລາວ ແລະ ເປັນເລື່ອງທີ່ລະອຽດອ່ອນ ເຖິງວ່າພະລັງງານໄຟຟ້າປະລະມະນູ ຖືເປັນພະລັງງານສະອາດ ແຕ່ກໍຕ້ອງມີການສຶກສາຄົ້ນຄ້ວາລົງເລິກ ໃນລາຍລະອຽດຕື່ມຫຼາຍດ້ານ ຄື: 1. ດ້ານກົດໝາຍ ແລະ ລະບຽບການ ທີ່ມີສ່ວນກ່ຽວຂ້ອງ, 2. ດ້ານສົນທິສັນຍາ ແລະ ການຮ່ວມມືລະຫວ່າງປະເທດ ທີ່ຕິດພັນກັບການນຳໃຊ້ ລັງສີ-ນິວເຄຼຍ​, 3. ດ້ານບຸກຄະລະກອນ ຂອງ ສປປ ລາວ ທີ່ຍັງຂາດ ນັກວິທະຍາສາດ ແລະ ນັກຄົ້ນຄ້ວາ ໃນວຽກງານການນໍາໃຊ້ ຫຼື ການຄຸ້ມຄອງ ໂຮງງານໄຟຟ້າພະລັງງານປະລະມະນູ, ແລະ 4. ດ້ານສະຖານທີ່ຕັ້ງ ທີ່ເໝາະສົມຕາມເງື່ອນໄຂ ແລະ ມາດຕະຖານສາກົນ ດ້ານຄວາມປອດໄພ. ຖ້າ​ເບິ່ງ​​ເງື່ອນ​ໄຂຕົວຈິງ​ຂອງ ສປປ ລາວ ແລ້ວ ໃນທັດສະນະຂອງ ກະຊວງ ອຄ ເຫັນວ່າຖ້າຈະລົງທຶນຕ້ອງໄດ້ສຶກສາອະອຽດພໍສົມຄວນ ລວມໄປເຖິງສະຖານທີ່ຕັ້ງທີ່ເໝາະສົມ ແລະ ມາດຕະການ/ວິທີການ ທີ່ກຳຈັດສິ່ງເສດເຫຼືອທາດກຳມັນຕະພາບລັງສີ-ນິວເຄຼຍ ແລະ ບັນຫາອື່ນ.

IMG_0420.jpg 2

ໃນຕອນທ້າຍຂອງການພົບປະ ທ່ານ ລັດຖະມົນຕີ ໄດ້ສະ​ເໜີ​ວິ​ທີ​ຜັນ​ຂະ​ຫຍາຍຫລັງ​ການ​ພົບ​ປະ ເພື່ອຢາກໃຫ້ສືບຕໍ່ລົງເລິກເກັບກໍາຂໍ້ມູນ ແລະ ຟັງຄວາມເຫັນນຳຫຼາຍພາກສ່ວນຕື່ມ ລວມທັງບົດຮຽນຂອງປະເທດ ທີ່ມີຈຸດທີ່ຕັ້ງ ຄ້າຍຄືປະເທດພວກເຮົາ, ຖ້າຫາກມີແຜນສືບຕໍ່ສຶກສາລົງເລິກລະອຽດ ກໍ່ຈະໃຫ້ກົມອຸດສາຫະກຳ ປະສານງານ ພົວພັນໃນບາດກ້າວຕໍ່ໄປ.

ຂ່າວ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -