ກະຊວງ ອຄ ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ
By ໄພວັນ On 2 Sep, 2024 At 06:52 PM | Categorized As ຂ່າວສຳຄັນ | With 0 Comments

IMG_0005.jpg 1

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ, ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຄ ໃນວັນທີ 29 ສິງຫາ 2024 ທີ່ຫ້ອງປະຊຸມໃຫຍ່ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ), ເຂົ້າຮ່ວມເຜີຍແຜ່ຂອງ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກ ຄຸ້ມຄອງສັງຫາລິມະຊັບ, ກົມຊັບສິນແຫ່ງລັດ, ກະຊວງການເງິນ ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ພະນັກງານບຳນານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_0030.jpg 2

ທ່ານ ສົມບູນ ແກ່ນປະເສີດ ກ່າວວ່າ: ວຽກງານການຄຸ້ມຄອງ ແລະ ນໍາໃຊ້ລົດຂອງລັດຂອງພວກເຮົາໃນໄລຍະຜ່ານມາເຫັນວ່າພົບຄວາມຫຍຸ້ງຍາກ ແລະ ການຄຸ້ມຄອງກໍຍັງບໍ່ທັນຄົບຖ້ວນ ຕາມທີ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ດຳລັດວ່າດ້ວຍລົດຂອງລັດ ໄດ້ກຳນົດໄວ້ ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ປະຕິບັດໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງປະເທດເຮົາ, ສະນັ້ນ ເພື່ອເປັນການກະກຽມໃຫ້ແກ່ ການກວດກາ, ຈັດສັນ, ດຸ່ນດ່ຽງ ການນໍາໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ ເຊິ່ງເຫັນວ່າການສະສາງລົດເກົ່າຂອງລັດກໍແມ່ນເປັນການແກ້ໄຂບັນຫາການນໍາໃຊ້ລົດຂອງລັດໃຫ້ຖືກຕ້ອງຕາມ ເປົ້າໝາຍ ແລະ ລະບຽບການ, ແກ້ໄຂລົດພະນັກງານບໍານານທີ່ເອົາໄປນໍາໃຊ້ຜ່ານມານັ້ນ ເນື່ອງຈາກລົດປ້າຍລັດບໍລິຫານທີ່ພະນັກງານບຳນານນໍາໃຊ້ແມ່ນບໍ່ໄດ້ຕິດ ຄິວອາໂຄ້ດ (QR code) ເຊິ່ງຍັງມີຄວາມສັບສົນກັບລົດ ທີ່ນອນໃນບັນຊີລົດຂອງລັດຕົວຈິງທີ່ນໍາໃຊ້ໃນວຽກງານທາງລັດຖະການຂອງແຕ່ລະກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ.

IMG_0041.jpg 4

ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ ວ່າດ້ວຍການສະສາງລົດຂອງລັດ ເຊິ່ງລວມມີ 5 ໜວດ, 12 ມາດຕາ, ຮັບຟັງການເຜີຍແຜ່ ແຈ້ງການຂອງກະຊວງການເງິນ ເລກທີ 0589/ກງ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງໃນການຄຸ້ມຄອງ, ນຳໃຊ້ລົດຂອງລັດ, ເຜີຍແຜ່ປື້ມຄູ່ມືແນະນຳຂັ້ນຕອນການຈັດຕັ້ງປະຕິບັດຕີລາຄາລົດ ໂດຍສະເພາະບັນດາທ່ານທີ່ປະຕິບັດວຽກງານຕົວຈິງກ່ຽວກັບການຄຸ້ມຄອງນຳໃຊ້ລົດຂອງລັດແຕ່ລະປະເພດ ໃຫ້ກຳໄດ້ຢ່າງລະອຽດທາງດ້ານຫຼັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ ແລະ ຖອນຄືນລົດຂອງລັດ ແນໃສ່ຫັນກຳມະສິດລົດຂອງລັດທີ່ພະນັກງານນຳໃຊ້ ເຊິ່ງການຈັດຕັ້ງຂອງລັດບໍ່ມີແຜນການນຳໃຊ້ແລ້ວນັ້ນໃຫ້ຂາດຕົວ, ແກ້ໄຂບັນຫາບຸກຄົນ ຫຼື ການຈັດຕັ້ງ ເຊິ່ງບໍ່ນອນໃນອົງການຈັດຕັ້ງຂອງລັດແຕ່ນຳໃຊ້ລົດຂອງລັດໃຫ້ສຳເລັດ, ເພື່ອເປັນການກະກຽມໃຫ້ແກ່ການກວດກາ, ຈັດສັນ, ດຸ່ນດ່ຽງ ການນຳໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ, ແກ້ໄຂລົດທີ່ພະນັກງານບຳນານໄດ້ເອົາໄປນຳໃຊ້ໃນໄລຍະຜ່ານມານັ້ນ. ພ້ອມກັນນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ເອກະສານທີ່ໄດ້ເຜີຍແຜ່ນັ້ນຢ່າງກົງໄປກົງມາບົນພື້ນຖານເພື່ອການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຄວາມເອກະພາບ ແລະ ມີຜົນສຳເລັດ.

ຂ່າວ-ພາບ: ພະແນກບໍລິຫານ ແລະ ພິທີການ ຫອຄ

About -