ກະຊວງອຸດສາຫະກໍາ ແລະ ການຄ້າ ເລັ່ງລະດົມການປະກອບສ່ວນຈາກພາກສ່ວນຕ່າງໆ ເພຶ່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ບັນດາແຂວງພາກເໜືອ
By ໄພວັນ On 12 Sep, 2024 At 01:22 PM | Categorized As ຂ່າວສຳຄັນ | With 0 Comments

IMG_0269

ໃນຕອນບ່າຍຂອງວັນທີ 11 ກັນຍາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ບໍລິສັດ ດິບຫວູ ຈໍາກັດ ໄດ້ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ເປັນຈໍານວນເງິນ 50 ລ້ານກີບ ກ່າວມອບໂດຍ ທ່ານ Poul Erik Christoffersen ອໍານວຍການບໍລິສັດ ແລະ ຕາງໜ້າກະຊວງ ກ່າວຮັບໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງກໍ່ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນ ແລະ ຈະມອບເງິນໃຫ້ພາກສ່ວນກ່ຽວຂ້ອງ ນໍາໄປໝູນໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ຖືກປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ໃຫ້ໄດ້ໄວທີ່ສຸດ.

ພ້ອມນັ້ນ, ທ່ານ ບຸນເຖິງ ດວງສະຫວັນ ກໍ່ໄດ້ອວຍພອນໃຫ້ ບໍລິສັດດັ່ງກ່າວ ປະສົບຜົນສໍາເລັດໃນການເຄື່ອນໄຫວທຸລະກິດຢູ່ ສປປ ລາວ ປະຈຸບັນ ບໍລິສັດ ດິບຫວູ ຈໍາກັດ ເປັນຜູ້ຜະລິດເຄື່ອງແບບພະນັກງານ ເປັນຕົ້ນ ຊູດພໍ່ຄົວ, ຊຸດດັບເພີ້ງ, ເຄື່ອງແບບໝໍ ແລະ ພະຍາບານ ເພື່ອສົ່ງອອກໄປປະເທດຍັງສະຫະພາບເອີຣົບ ເຊັ່ນ: ຝລັ່ງ, ປ້ອກຕຸ໋ຍການ, ແບນຊິກ, ຊູແອັດ, ດານມາກ, ເຊັກໂກ ແລະ ອັງກິດ ເຊິ່ງໄດ້ມີການຂະຫຍາຍໂຮງງານອອກເປັນຈໍານວນ 4 ແຫ່ງ ແລະ ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 1500 ຄົນ.

ຂ່າວ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -