ອາຊຽນຍົກສູງບົດບາດວຽກງານຊັບສິນທາງປັນຍາ ໃຫ້ກ້າວສູ່ສາກົນ
By ໄພວັນ On 18 Sep, 2024 At 08:22 PM | Categorized As ຂ່າວສຳຄັນ | With 0 Comments

4

ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ, ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ,  ມີບັນດາທ່ານ ລັດຖະມົນຕີເສດຖະກິດປະເທດສະມາຊິກອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ປະເທດຕິມໍເລດສເຕ, ພ້ອມດ້ວຍບັນດາຄະນະຜູ້ແທນເຂົ້າຮ່ວມ.

2

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ປີນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ “ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ພ້ອມກັນນັ້ນ, ສປປ ລາວ ໄດ້ຮັບກຽດ ເປັນປະທານໜ່ວຍງານຮ່ວມມືດ້ານຊັບສິນທາງປັນຍາອາຊຽນ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງຮຽກຮ້ອງໃຫ້ອາຊຽນຕ້ອງເພີ່ມທະວີ​ຄວາມ​ສາມັກຄີເປັນໜຶ່ງດຽວ ​ແລະ ​ຮ່ວມ​ມືກັນຢ່າງສະໜິດແໜ້ນ ເພື່ອຊຸກຍູ້ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນວຽກງານຊັບສິນທາງປັນຍາ ເພື່ອປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນ ໃນພາກພື້ນອາຊຽນ ເທື່ອລະກ້າວ.

1

ອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ເປັນຄູ່ຮ່ວມມືທີ່ຍາວນານ ໃນດ້ານວຽກງານ ຊັບສິນທາງປັນຍາ ສະແດງອອກໃນຜົນສຳເລັດຫຼາຍດ້ານ ເປັນຕົ້ນຜົນສໍາເລັດໃນການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ວ່າດ້ວຍການຂະຫາຍາຍການຮ່ວມມືໃນການສົ່ງເສີມ ທຸລະກິດຂະໜາດນ້ອຍ ຫຼື SMEs, ການນໍາໃຊ້ເຕັກໂນໂລຊີດິຈີຕ໋ອນ, ການນໍາໃຊ້ຊັບສິນທາງປັນຍາ ໃຫ້ເປັນສິນເຊື່ອ, ການນໍາໃຊ້ຊັບສິນທາງປັນຍາໃນອຸດສາຫະກໍາສ້າງສັນ ໃນເດືອນສິງຫາປີຜ່ານມາ. ຜົນສໍາເລັດດັ່ງກ່າວ ເປັນບາດກ້າວສຳຄັນ ໃນການເພີ່ມທະວີການຮ່ວມມື ແລະ ຍົກສູງບົດບາດຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາໃນພາກພື້ນອາຊຽນ ໃຫ້ກ້າວສູ່ສາກົນ.

5

ການພົບປະປຶກສາຫາລື​ໃນ​ຄັ້ງນີ້ ​ສະ​ແດງ​​ເຖິງ ​ຄວາມໝາຍ​ໝັ້ນ ທີ່ຈະຮ່ວມມືກັນ ໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ ສໍາລັບປີ 2016-2025 ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທໍາ ໂດຍສະເພາະ ການທົບທວນສັນຍາການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ ທີ່ເປັນໜຶ່ງໃນແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ເຊິ່ງອົງການຊັບສິນທາງປັນຍາໂລກ ໄດ້ໃຫ້ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດແຜນວຽກດັ່ງກ່າວ ຢ່າງມີຜົນສຳເລັດ. ປີນີ້, ອາຊຽນ ພວມກະກຽມສ້າງແຜນຍຸດທະສາດການຮ່ວມມືດ້ານວຽກງານຊັບສິນທາງປັນຍາອາຊຽນ 2045. ເພື່ອເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນເພື່ອກໍານົດທິດທາງການພັດທະນາວຽກງານຊັບສິນທາງປັນຍາ ໃຫ້ກ້າວສູ່ລະດັບສາກົນ ເທື່ອລະກ້າວ.   ການປຶກສາຫາລືຄັ້ງນີ້ ເປັນໂອກາດດີໃນການ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອໝູນໃຊ້ວຽກງານ ຊັບສິນທາງປັນຍາ ເຂົ້າໃນການຊຸກຍູ້ ການເຕີບໂຕເສດຖະກິດສີຂຽວ, ເສດຖະກິດສີຟ້າ, ເສດຖະກິດສ້າງສັນ, ເສດຖະກິດດີຈີຕ໋ອນ ແລະ ເສດຖະກິດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອກໍານົດທິດທາງການຮ່ວມມືດ້ານຊັບສິນທາງປັນຍາ ຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.

ຂ່າວ: ໄພວັນ ຫອຄ

ພາບ: ເພັດປະກາຍ ຫອຄ

About -