ສປປ ລາວ ລົງນາມສັນຍາການຮ່ວມມື ປັບປຸງລະບົບບໍລິຫານວຽກຊັບສິນທາງປັນຍາ
By ໄພວັນ On 18 Sep, 2024 At 09:03 PM | Categorized As ຂ່າວສຳຄັນ | With 0 Comments

1

ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ໄດ້ຈັດພິທີລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບ ການພັດທະນາການໃຫ້ບໍລິການ-ບໍລິຫານຊັບສິນທາງປັນຍາ ແລະ ເປີດສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ ທີ່ມະຫາວິທະຍາໄລແຫ່ງຊາດ ຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ມະໄລທອງ ກົມມະສິດ ລັດຖະ ມົນຕີກະຊວງ ອຄ ແລະ ທ່ານ ດາເຣັນ ຕັງ (Daren Tang) ຜູ້ອໍານວຍການໃຫ່ຍ ອົງການຊັບສິນທາງປັນຍາໂລກ ມີທ່ານຮອງລັດຖະມົນຕີກະຊວງ ອຄ ແລະ ຮອງຜູ້ອໍານວຍການໃຫ່ຍ ອົງການຊັບສິນທາງປັນຍາໂລກ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

2

ສັນຍາການຮ່ວມມືດັ່ງກ່າວ ແມ່ນເພື່ອຮ່ວມກັນປັບປຸງລະບົບການບໍລິຫານວຽກງານຊັບສິນທາງປັນຍາ ເຊິ່ງອົງການຊັບສິນທາງປັນຍາໂລກ (WIPO) ຈະຊ່ວຍປັບປຸງລະບົບການຄຸ້ມຄອງສິດຊັບສິນທາງປັນຍາ ການຄຸ້ມຄອງເອກະສານ ການບໍລິການອອນລາຍ ແລະ ການຄົ້ນຫາຂໍ້ມູນ ໃຫ້ກັບກະຊວງ ອຄ  ໃຫ້ຊ່ວຍເຫຼືອໃນການພັດທະນາລະບົບ ແລະ ເຕັກໂນໂລຊີທີ່ທັນສະໄໝ ຫຼຸດຜ່ອນຂັ້ນຂອດການດໍາເນີນງານພ້ອມທັງພັດທະນາຄວາມອາດສາມາດທາງດ້ານທັກສະ ແລະ ຖ່າຍທອດຄວາມຮູ້ໃຫ້ພະນັກງານ ເພື່ອເສີມສ້າງຄວາມເປັນມືອາຊີບ ແລະ ມີຄຸນນະພາບ ໃນການພັດທະນາ ຄຸ້ມຄອງວຽກງານຊັບສີນທາງປັນຍາ.

3

ພ້ອມທັງສົ່ງເສີມນະວັດຕະກຳ ແນວຄິດປະດິດສ້າງ ໂດຍການເຮັດວຽກຮ່ວມກັນ ແລະ ສ້າງຄວາມຮັບຮູ້ວຽກງານ ແລະ ຄວາມສຳຄັນ ຂອງສິດທິວຽກງານຊັບສີນທາງປັນຍາ ເພື່ອຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດ  ເສີມຂະຫຍາຍຄວາມເຂັ້ມແຂງການຮ່ວມມືກັບສາກົນ ການແລກປ່ຽນຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນ ເຊິ່ງກະຊວງ ອຄ ກໍຄື ກົມຊັບສິນທາງປັນຍາ ສາມາດແລກປ່ຽນຂໍ້ມູນຊັບສີນທາງປັນຍາ ກັບ WIPO ແລະ ບັນດາປະເທດຕ່າງໆ ເພື່ອສົ່ງເສີມ ເຊື່ອມໂຍງຂໍ້ມູນໃນການຈັດຕັ້ງປະຕິບັດ ພ້ອມທັງຮ່ວມມືທາງດ້ານພື້ນຖານໂຄງລ່າງ ແລະ ເທັກໂນໂລຊີ ເຊິ່ງ WIPO ຈະສະໜອງແຜນແນະນຳ ກ່ຽວກັບ ພື້ນຖານໂຄງລ່າງ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ແນະນຳເທັກໂນໂລຊີທີ່ເໝາະສົມ ໃຫ້ຖືກກັບຄວາມຕ້ອງການຂອງກະຊວງ ອຄ ກໍຄື ກົມຊັບສິນທາງປັນຍາ.

ຂ່າວ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -