ສໍາມະນາ ແບ່ງປັນຜົນໄດ້ຮັບຈາກການເພີ່ມຜະລິດຕະພາບ ໃນການພັດທະນາຊົນນະບົດ
By ໄພວັນ On 2 Oct, 2024 At 06:18 PM | Categorized As ຂ່າວສຳຄັນ | With 0 Comments

DSC_7589.jpg 5

ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ),  ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ຈັດກອງປະຊຸມຮ່ວມກັບ ອົງການຜະລິດຕພາບແຫ່ງອາຊີ APO ໃນຫົວຂໍ້: ຊຸມຊົນໄດ້ຮັບຜົນປະໂຫຍດຈາກການເພີ່ມຜະລິດຕະພາບ “Conference on Productivity Gainsharing for Rural Development” ຂຶ້ນຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງ ອຄ, ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 130 ທ່ານ ຈາກ 18 ປະເທດ ທີ່ເປັນປະເທດສະມາຊິກ ລວມທັງ ສປປ ລາວ .

DSC_7465.jpg 8

ຈຸດປະສົງຂອງການຈັດກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ເລີກເຊີ່ງ ກ່ຽວກັບການແບ່ງປັນຜົນປະ ໂຫຍດ ຈາກການເພີ່ມຜະລິດຕະພາບທີ່ມີປະສິດທິຜົນ, ຄົ້ນຄວ້າວິທີການແບ່ງປັນຜົນປະໂຫຍດເພື່ອການພັດທະນາຊຸມຊົນ. ພ້ອມນີ້ ກໍ່ເພື່ອຖອດຖອນບົດຮຽນຈາກບັນດາປະເທດສະມາຊິກ ອົງການຜະລິດຕະພາບແຫ່ງອາຊີ ດ້ວຍກັນ ໃນການຈັດຕັ້ງປະຕິບັດ ວຽກງານຜະລິດຕະພາບທີ່ໄດ້ຮັບຜົນສຳເລັດສູງ ແນ່ໃສ່ນຳເອົາຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ ໄປນຳໃຊ້ເຂົ້າໃນ ວຽກງານພັດທະນາຊົນນະບົດແບບຢືນຍົງ ແລະ ກວ້າງຂວາງ.

ໃນກອງປະຊຸມ ມີບັນດາຜູ້ຊ່ຽວຊານຈາກປະເທດສະມາຊິກ ອົງການຜະລິດຕະພາບແຫ່ງອາຊີ ຜູ້ທີ່ມີຄວາມຮູ້ກ່ຽວກັບນະໂຍບາຍ ແລະ ມີປະສົບການໃນການຈັດຕັ້ງປະຕິບັດຕົວຈິງ ກ່ຽວວຽກງານການຊຸກຍູ້ສົ່ງເສີມການເພີ່ມຜະລິດຕະພາບຢູ່ຊຸມຊົນ ໂດຍໄດ້ລົງເລີກປຶກສາຫາລື, ແລກປ່ຽນຄວາມຄິດເຫັນ, ແລກປ່ຽນປະສົບກ່ຽວກັບ ການນໍາໃຊ້ຮູບແບບແນວຄວາມຄິດທີ່ທັນສະໄໝ ແລະ ວີທີການແບ່ງປັນຜົນໄດ້ຮັບຈາກການເພີ່ມຜະລິດຕະພາບທີ່ສາ ມາດນໍາໃຊ້ເຂົ້າໃນການພັດທະນາຊົນນະບົດ ແລະ ໄດ້ຮຽນຮູ້ວິທີການສົ່ງເສີມວຽກງານເພີ່ມຜະລິດຕະພາບໃຫ້ແທດ       ເໝາະກັບສະພາບການຕົວຈິງຂອງພວກເຂົາໃນປະຈຸບັນ ແລະ ອານາຄົດ.

DSC_7548.jpg1

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະ ຊວງ ອຄ ກ່າວເປີດກອງປະຊຸມ ສະແດງຄວາມຕ້ອນຮັບ  ແລະ  ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດວຽກງານຜະລິດຕະພາບຢູ່ ສປປ ລາວ ເຊິ່ງລັດຖະບານໄດ້ຖືເປັນວຽກໜຶ່ງທີ່ສຳຄັນ ເຊິ່ງໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025)  ຂອງ ສປປ ລາວ ໄດ້ກຳນົດແຈ້ງກ່ຽວກັບວຽກງານການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຍົກລະດັບປະສິດຕິພາບການຜະລິດ ແລະ ເຮັດໃຫ້ມີສິນຄ້າທີ່ມີຄຸນນະພາບສູງຂຶ້ນ, ໃນເດືອນ ເມສາ 2024 ນີ້ ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາ ແຜນແມ່ບົດຜະລິດຕະພາບແຫ່ງຊາດ ເຖິງ ປີ 2030 ແລະ ປະຈຸບັນກຳລັງກະ ກຽມຈັດຕັ້ງຜັນຂະຫຍາຍ.

DSC_7599.jpg6

ກອງປະຊຸມໃນຄັ້ງນີ້ ຖືເປັນກິດຈະກຳໜຶ່ງທີ່ສຳຄັນ ໃນການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດຜະລິດຕະພາບແຫ່ງຊາດ  ເພື່ອໃຫ້ໄດ້ຮັບຜົນປະໂຫຍດສູງສຸດຈາກການເພີ່ມຜະລິດຕະພາບ, ສ້າງຄວາມສາມາດໃນການແຂ່ງຂັນຂອງສິນຄ້າລາວ ໃຫ້ສາມາດສົ່ງອອກສູ່ຕະຫຼາດ ພາກພື້ນ ແລະ ສາກົນ ພ້ອມທັງຍົກລະດັບຜະລິດຕະພາບແຮງງານໃຫ້ໃກ້ຄຽງ ແລະ ໄລ່ທັນບັນດາປະເທດອາຊຽນ ແລະ ປະເທດສະມາຊິກ ອົງການຜະລິດຕະພາບແຫ່ງອາຊີ ໃນຕໍ່ໜ້າ.

ຂ່າວ: ໄພວັນ, ພາບ: ສູນທອງ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -