ເປີດງານເທດສະການອາຫານລາວ ປີ 2025
By ໄພວັນ On 24 Jan, 2025 At 04:03 PM | Categorized As ຂ່າວສຳຄັນ | With 0 Comments

IMG_2389.jpg 1

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຈັດງານເທດສະການອາຫານລາວ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ” ຂຶ້ນຢ່າງເປັນທາງການໃນວັນທີ 24 ມັງກອນ ທີ່ສວນສາທາລະນະເຈົ້າອະນຸວົງ ນະຄອນຫລວງວຽງຈັນ, ໂດຍໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ປ້ານາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ບັນດາທ່ານ ຕາງໜ້າສະຖານທູດຕ່າງໆ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ບັນດາຄູ່ຮ່ວມຍຸດທະສາດ ຜູ້ສະໜັບສະໜູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_2326.jpg 1

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ປະທານຄະນະກຳມະການຈັດງານເທດສະການອາຫານລາວ ກ່າວວ່າ: ອາຫານເອກະລັກຂອງລາວ ກໍ່ແມ່ນວັດທະນະທຳການກິນຢູ່ທີ່ສ່ອງແສງໃຫ້ເຫັນວິຖີຊີວິດຂອງຄົນລາວທັງຊາດ ທີ່ ສທຍ ພວກເຮົາເປັນເຈົ້າການອະນຸລັກຮັກສາ ແລະ ສົ່ງເສີມໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວມາໂດຍຕະຫລອດດ້ວຍການຈັດງານເທດສະການອາຫານລາວ, ປີ 2025 ນີ້ ຄົບຮອບ 20 ປີພໍດີ. ທັງນີ້ກໍ່ເພື່ອໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກໃນລະດັບອາຊຽນ, ພາກພື້ນ ແລະ ສາກົນ ຮັບຮູ້ ຄວາມເຕີບໃຫຍ່ ແລະ ຂະຫຍາຍຕົວຂອງງານເທດສະການອຫານລາວ ຈາກມື້ເລີ່ມຕົ້ນຈົນມາເຖິງວັນນີ້. ງານຄັ້ງນີ້ ຈະດໍາເນີນໄປເປັນເວລາ 5 ວັນ (ທີ 22-26/01/2025, ເລີ່ມແຕ່ເວລາ 9:00-22:00 ໂມງຂອງທຸກວັນ, ຊຶ່ງມີຈໍານວນຮ້ານຂາຍທັງໝົດ 180 ຮ້ານ, ໃນນັ້ນ ມີຮ້ານອາຫານເອກະລັກຂອງແຕ່ລະທ້ອງຖິ່ນແບບລາວໆ, ອາຫານລາວປະຍຸກ, ຂອງຫວານ ເຄື່ອງດື່ມລວມ 165 ຮ້ານ, ສິນຄ້າຫັດຖະກຳ 15 ຮ້ານ, ຄາດວ່າປີນີ້ຈະມີເມັດເງິນໝູນວຽນໃນງານປະມານ 7 ຕື້ກີບ.

ພາຍໃນງານຈະມີການສຳມະນາໃນຫົວຂໍ້: “ອາຫານ ລາວ ເພື່ອສຸຂະພາບ, ແລະ ການແຂ່ງຂັນ “ພາເຂົ້າທ່ຽງອາຫານລາວ”. ໃນປີ 2025 ນີ້ ສທຍ ກຽມພ້ອມເຕັມທີ່ ໃນການຊຸກຍູ້, ສົ່ງເສີມ ອາຫານລາວເຮົາເພື່ອຮັບໃຊ້ງານຕ່າງໆ ໃນຖານະພວກເຮົາເປັນເຈົ້າພາບ ອາເວັນ, ແລະ ກະກຽມຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະມາຄົມນັກທຸລະກິດແມ່ຍິງລາວ ທີ່ຈະຈັດຂຶ້ນໃນຕໍ່ໜ້າ.

IMG_2196.jpg 3

ໂອກາດເປີດງານເທດສະການອາຫານລາວ ຄົບຮອບ 20 ປີຄັ້ງນີ້, ທ່ານ ມະໄລທອງ ກົົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂື້ນມອບໂລ້ລາງວັນ ແລະ ໃບກຽດຕິຄຸນ ໃຫ້ແກ່ ປະທານປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກຳມະການຈັດງານເທດສະການອາຫານລາວ. ຈາກນັ້ນ ທ່ານປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ກໍໄດ້ໃຫ້ກຽດມອບໂລ້ລາງວັນ ແລະ ໃບກຽດຕິຄຸນໃຫ້ແກ່ບັນດາບໍລິສັດທີ່ສະໜັບສະໜູນ.

IMG_2479.jpg 5

IMG_2454.jpg1

ງານເທດສະການອາຫານລາວ ຄົບຮອບ 20 ປີນີ້, ໄດ້ຮັບແຮງໃຈສະໜັບສະໜູນດ້ານງົບປະມານ, ວັດຖຸ, ປັດໃຈ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຈາກ 38 ພາກສ່ວນ ໃນນັ້ນ ມີ ບໍລິສັດເບຍລາວ ຈຳກັດ, ບໍລິສັດ ວຽງຈັນ ອໍໂຕເມ ຊັ່ນ ແອນໂຊລຸຍຊັ່ນ ອິນຈີເນຍຣັ່ງ, ກຸ່ມບໍລິສັດ ດາວເຮືອງຈຳກັດ, ບໍລິສັດ ແອວທີ ຈຳກັດ, ບໍລິສັດລາວຝອດຊິຕີ້, ກຸ່ມບໍລິສັດ K&C ຈຳກັດ, ຮ້ານອາຫານຄົວລາວ, ບໍລິສັດ (CNP) ສໍາຫຼວດ ແລະຂຸດຄົ້ນບໍ່ແຮຈຳກັດ, ບໍລິສັດສາມາດ ອີເວັ້ນອໍການາຍເຊີ, ທະນາຄານຫວຽດຕິນລາວ, ທະນາຄານ ສົ່ງເສີມກະສິກຳລາວ, ກຸ່ມບໍລິສັດ, ຄະນະທີ່ປຶກສາຂອງ ສທຍ, ບັນດາບໍລິສັດຕ່າງໆຂອງ ຄະນະບໍລິຫານ ແລະ ສະມາຊິກ ສທຍ, ທີ່ໄດ້ໃຫ້ການສະໜັບສະໜູນງານເທດສະການອາຫານລາວຄົບຮອບ 20ປີ.

ຂ່າວ-ພາບ: ໄພວັນ

About -