ກອງປະຊຸມເປີດກ້ວາງ ການເຜີຍແຜ່ໂຄງການ ແລະ ການປົກປ້ອງຊັບສິນທາງປັນຍາ ໂດຍນໍາໃຊ້ເຄື່ອງໝາຍການຄ້າ
By ໄພວັນ On 7 Feb, 2025 At 11:55 AM | Categorized As ຂ່າວພາຍໃນ | With 0 Comments

2

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມເປີດກວ້າງ ພາກລັດ, ພາກເອກະຊົນ ແລະ ຜູ້ປະກອບການ ທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ລາຍລະອຽດຂອງໂຄງການ ແລະ ແນະນໍາວິທີການປົກປ້ອງຊັບສິນທາງປັນຍາ ໂດຍນໍາໃຊ້ເຄື່ອງໝາຍການຄ້າ ໃນລະຫວ່າງວັນທີ 02-03 ກຸມພາ 2025 ທີ່ແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງ ອຄ ແລະ ເປັນປະທານຮ່ວມໂດຍ ທ່ານ ນາງ ສີອໍາໄພ ໂສລະຖີ, ຮັກສາການຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ.

ມີຄະນະກົມຊັບສິນທາງປັນຍາ, ຄະນະພະແນກ ອຄ ແຂວງບໍ່ແກ້ວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ໃນ 05 ເມືອງ ທົ່ວແຂວງ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກແຜນການແຂວງ, ພະແນກ ຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ, ຕໍາຫຼວດເສດຖະກິດແຂວງ, ພະນັກງານກົມຊັບສິນທາງປັນຍາ ແລະ ບັນດາຜູ້ຜະລິດ ແລະ ຜູ້ປະກອບການ/ສະມາຄົມຫັດຖະກໍາ ເຂົ້າຮ່ວມ 70 ກວ່າທ່ານ.

8

ທ່ານ ນາງ ສີອໍາໄພ ໂສລະຖີ, ຮັກສາການຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ກ່າວຕ້ອນຮັບ ແລະ ມິຄໍາເຫັນຕໍ່ກອງປະຊຸມວ່າ: ຕໍ່ກັບການຈັ້ດຕັ້ງຜັນຂະຫຍາຍນິຕິກໍາ ກ່ຽວກັບການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ກັບຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຄວາມລະອຽດຊັດເຈນທັງນິ້ກໍ່ ເພື່ອເປັນການປົກປ້ອງຊັບສິນທາງປັນຍາຂອງຜະລິດ, ຫົວໜ່ວຍທຸລະກິດ ມີຄວາມສະດວກ ແລະ ເປັນລະບົບ ລະຫວ່າງທາງສູນກາງ ແລະ ທອງຖິ່ນ.

7

ໃນໂອກາດນີ້ ທ່ານ ໄຊສົມເພັດ ນໍລະສິງ ໄດ້ກ່າວເປີດກອງປະຊຸມວ່າ: ເພື່ອເປັນການເຜີຍແຜ່ລາຍລະອຽດຂອງໂຄງການ ໃນການສົ່ງເສີມ ແລະ ສ້າງຈິດສຳນຶກ ໃຫ້ແກ່ກຸ່ມຜູ້ຜະລິດຂອງຊຸມຊົນ ແລະ ທ້ອງຖິ່ນ ທີ່ຕິດພັນກັບວຽກງານຊັບສິນທາງປັນຍາ, ສ້າງຄວາມຮູ້, ຄວາມເຂົ້າໃຈ ໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ກຸ່ມຜູ້ຜະລິດສິນຄ້າ ໃຫ້ເຂົ້າໃຈກ່ຽວກັບແນວຄວາມຄິດການສ້າງຍີ່ຫໍ້, ການອອກແບບສິ່ງຫຸ້ມຫໍ່, ການໂຄສະນາສິນຄ້າ ທີ່ຊ່ວຍໃຫ້ເຂົ້າເຖິງກຸ່ມເປົ້າໝາຍທີ່ແທ້ຈິງ, ການນຳໃຊ້ເຄື່ອງມືທາງດ້ານຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມ ແລະ ຜູ້ເຂົ້າຮ່ວມສາມາດເຫັນໄດ້ເຖິງຄວາມສຳຄັນ ໃນການນຳໃຊ້ສິດປົກປ້ອງຊັບສິນທາງປັນຍາຂອງຕົນເອງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ເປັນຕົວຄັບເຄື່ອນຍູ້ແຮງສ້າງເສດຖະກິດໃຫ້ມີປະສິດທິຜົນ, ມີຄວາມສາມາດໃນການແຂ່ງຂັນກັບພາກພື້ນ ແລະ ສາກົນ, ພ້ອມນັ້ນ ເພື່ອເປັນການເປີດກວ້າງໃຫ້ບັນດາທ່ານຜູ້ເຂົ້າຮ່ວມ ໄດ້ສາມາດເຂົ້າໃຈຕື່ມ ກ່ຽວກັບວຽກງານຊັບສິນທາງປັນຍາ ໂດຍສະເພາະ ການສ້າງເຄື່ອງໝາຍການຄ້າ ຊຶ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ກິດຈະການ ຂອງບັນດາຜູ້ປະກອບການ ໄດ້ມີຊື່ສຽງ ແລະ ເປັນທີຮັບຮູ້ໃນທົ່ວສັງຄົມ.

3

ທ່ານກ່າວຕື່ມອີກວ່າ: ສະພາບເງື່ອນໄຂແຫ່ງການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ແມ່ນມີຄວາມຮຽກຮ້ອງຕ້ອງການໃຫ້ມີການສ້າງເສດຖະກິດ ໃຫ້ມີປະສິດທິຜົນ ແລະ ມີຄວາມອາດສາມາດໃນດ້ານການແຂ່ງຂັນ ຊຶ່ງຊັບສິນທາງປັນຍາ ກໍແມ່ນເຄື່ອງມືອັນໜຶ່ງທີ່ສໍາຄັນ ໃນການສ້າງເສດຖະກິດດັ່ງກ່າວ, ໃນໄລຍະຜ່ານມາ ຢູ່ ສປປ ລາວ ເຮົາ ກໍມີການພັດທະນາໄປເທື່ອລະກ້າວ ໂດຍສະເພາະ ແມ່ນແນວທາງການພັດທະນາວຽກງານຊັບສິນທາງປັນຍາ ໃນກອບອາຊຽນ.

ໃນຫຼາຍປັດໄຈ ຂອງການເລີ່ມເຮັດທຸລະກິດຂະໜາດນ້ອຍ ຫຼື ກາງ ການຄຳນຶງເຖິງຊັບສິນທາງປັນຍາຂອງຕົນ, ການສ້າງມູນຄ່າເພີ່ມ ລວມທັງການສ້າງເຄື່ອງໝາຍການຄ້າຂອງຕົນນັ້ນ, ປັດຈຸບັນຖືວ່າ ຍັງຢູ່ໃນລະດັບທີ່ໜ້ອຍຫຼາຍ, ການນຳໃຊ້ຊັບສິນທາງປັນຍາ ຄືກຸນແຈສຳຄັນຂອງການຂັບເຄື່ອນດັ່ງກ່າວ, ຍິ່່ງໄປກວ່ານັ້ນ, ການປົກປ້ອງຊັບສິນທາງປັນຍາ ທີ່ເຂັ້ມແຂງ ຍັງຈະເປັນປັດໄຈສຳຄັນຂອງການເຮັດໃຫ້ເກີດການລົງທຶນ ແລະ ກິດຈະກຳທາງການຄ້າ ຈາກຕ່າງປະເທດອີກດ້ວຍ.

ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນຂອງ ກົມຊັບສິນທາງປັນຍາ ໃນຫົວຂໍ້ຕ່າງໆ ເຊັ່ນ: ແນວທາງການພັດທະນາວຽກງານຊັບສິນທາງປັນຍາໃນກອບອາຊຽນ, ແຜນພັດທະນາຊັບສິນທາງປັນຍາ ແລະ ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ສໍາລັບທຸລະກິດ, ຄວາມສໍາຄັນຂອງເຄື່ອງໝາຍການຄ້າ ຕໍ່ກັບຂະບວນການຜະລິດເປັນສິນຄ້າ, ຂັ້ນຕອນ ແລະ ສະຖິຕິການຈົດທະບຽນເຄື່ອງໝາຍການຄ້າ ທີ່ ສປປ ລາວ. ພ້ອມນັ້ນ ໃນກອງປະຊຸມດັ່ງກ່າວ ໄດ້ມີການສົນທະນາ ຖາມ-ຕອບ ແລະ ແລກປ່ຽນຄວາມຄິດເຫັນ ລະຫວ່າງ ຜູ້ເຂົ້າຮ່ວມ ກັບນັກວິທະຍາກອນຜູ້ທີ່ມີປະສົບການ ກ່ຽວກັບຊັບສິນທາງປັນຍາ ທີ່ຈະຊ່ວຍເຮັດໃຫ້ຜູ້ປະກອບການ ສາມາດເຂົ້າໃຈໄດ້ເຖິງບັນດາປະເພດຂອງຊັບສິນທາງປັນຍາ, ຊ່ວຍໃຫ້ຜູ້ປະກອບການ ເຂົ້າໃຈເຖິງຜົນປະໂຫຍດຈາກການນຳໃຊ້ຊັບສິນທາງປັນຍາ ໃນທຸລະກິດຂອງຕົນ ໂດຍຕິດພັນກັບຂະບວນການຜະລິດ, ສິນຄ້າຫັດຖະກຳ ແລະ ສິນຄ້າລາວ.

6

ໃນວັນທີ 04-05 ກຸມພາ 2025, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ອຍຄະນະ ກໍໄດ້ລົງຢ້ຽມຢາມ, ສຸກຍູ້ສົ່ງເສີມໃຫ້ຄໍາປຶກສາ, ແນະນໍາ ແລະ ຊ່ວຍເຫຼືອໃນການຈົດທະບຽນເຄື່ອງໝາຍການຄ້າ ຂອງຫົວໜ່ວຍຜູ້ປະກອບການ ຈໍານວນ 05 ຫົວໜ່ວຍ ຄື: ບໍລິສັດ ບໍ່ແກ້ວ ແຮນດີກຣາຟ ຈໍາກັດ ແລະ ໂຄງການ; ໂຮງງານເຂົ້າປຸ້ນແຫ້ງ; ບໍລິສັດ ດາວສະໃໝ ຈໍາກັດ; ຮ້ານແກະສະຫຼັກໄມ້ ແລະ ຫັດຖະກໍາຜ້າໃໝ.

ຂ່າວ ແລະ ຮູບພາບ: ພະແນກ ເຄື່ອງໝາຍການຄ້າ ກົມຊັບສິນທາງປັນຍາ

About -