ການຊົມໃຊ້ເຫຼັກ ແລະ ຊີມັງໃນ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຕະຫຼອດຫຼາຍປີຜ່ານມາ. ຂະນະທີ່ການຜະລິດຢູ່ພາຍໃນເພື່ອຕອບສະໜອງຍັງບໍ່ພຽງພໍເຮັດໃຫ້ກຸ່ມບໍລິສັດລາຍໃຫຍ່ ທັງພາຍໃນ ແລະ ຕ່າງປະເທດ ວາງເປົ້າສ້າງໂຮງງານຊີມັງຂະໜາດໃຫຍ່ຂຶ້ນໃນພາກກາງຂອງລາວ.
ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ລາຄາເຫຼັກ ແລະ ຊີມັງເປັນສິນຄ້າຄວບຄຸມຂອງລັດ, ໂດຍລວມເຫັນວ່າການຜະລິດພາຍໃນ ແມ່ນມີພຽງພໍກັບຄວາມຕ້ອງການ, ສ່ວນມີການນຳເຂົ້າຈຳນວນໜຶ່ງ ກໍ່ເປັນໂຄງການໄດ້ເລັ່ງໃສ່ຜະລິດຕະພັນຄຸນນະພາບຈາກຕ່າງປະເທດ ເຊິ່ງກໍ່ຂຶ້ນກັບແຕ່ລະໂຄງການວ່າຈະເລື່ອກເອົາຜະລິດຕະພັນແບບໃດ.
ທ່ານໃຫ້ຮູ້ຕື່ມອີກວ່າ: ຢູ່ບາງທ້ອງຖິ່ນທີ່ມີເງື່ອນໄຂຢູ່ຊາຍແດນ ພາກທຸລະກິດໄດ້ມີການນຳເຂົ້າ ທັງນີ້ກໍ່ເປັນປັດໄຈດ້ານລາຄາ ແລະ ການຂົນສົ່ງ ເນື່ອງຈາກວ່າຖ້າເຮົາຈະປົກປ້ອງບໍ່ໃຫ້ນຳເຂົ້າເອົາແຕ່ຜະລິດຕະພັນພາຍໃນໄປສ່ົງພັດບໍ່ຄຸ້ມຄ່າ ຕົ້ນທຶນການຂົນສ່ົງແພງ ສ່ວນການນຳເຂົ້າພັດສະດວກ ລາຄາກໍ່ຖືກວ່າ ອັນນີ້ກໍ່ເປັນເງື່ອນໄຂສຳຄັນຕ້ອງໄດ້ນຳເຂົ້າ ໂດຍມອບໃຫ້ເຈົ້າໜ້າທີ່ແຂວງເປັນຜູ້ຕິດຕາມ.
ທ່ານ ທອງປົນ ກິ່ງຄຳເພັດ ຮ້ອງຜູ້ອຳນວຍການ ບໍລິສັດ ຊີມັງລາວ ຈຳກັດ ກ່າວວ່າ: ສປປ ລາວ ມີໂຮງງານຜະລິດຊີມັງທັງໝົດ 9 ແຫ່ງ ລວມກຳລັງການຜະລິດໄດ້ທັງໝົດປະມານ 4.740.000 ໂຕນ/ປີ ເຊິ່ງເຫັນວ່າຍັງບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ພາຍໃນ ໂດຍສະເພາະບາງໂຄງການລົງທຶນໃຫຍ່ໆແມ່ນສັ່ງມາແຕ່ຕ່າງປະເທດເລີຍ ແລະ ບາງທ້ອງຖິ່ນທີ່ການຂົນສົ່ງເຂົ້າບໍ່ເຖິງ ໂດຍສະເພາະເຂດທີ່ຕິດກັບຊາຍແດນກໍ່ນຳເຂົ້າມາເລີຍ ລາຄາກໍ່ຖືກກວ່າ.
ຢ່າງໃດກໍ່ຕາມ ເບິ່ງພາບລວມແລ້ວຕະຫຼາດຊີມັງກຳລັງເປັນທີ່ສົນໃຈຂອງນັກລົງທຶນຫຼາຍຂຶ້ນ ໂດຍປັດຈຸບັນ ກຸ່ມບໍລິສັດເອັສຊີຈີ ຂອງໄທ ແລະ ກຸ່ມບໍລິສັດສຸກສົມບູນ ຂອງລາວ ກໍ່ໄດ້ລົງມືສ້າງໂຮງງານຊີມັງຂະໜາດໃຫຍ່ຂຶ້ນທີ່ແຂວງຄຳມ່ວນ ເພື່ອຮອງຮັບການລົງທຶນໂຄງການໃຫຍ່ໃນລາວ ແລະ ຕະຫຼາດເອອີຊີ.
ແຕ່ສິ່ງທ້າທາຍຂອງອຸດສາຫະກຳຊີມັງລາວ ກໍ່ຄືເລື່ອງພະລັງງານຖ່ານຫີນເຊິ່ງມີໜ້ອຍ ຂະນະທີ່ປະເທດອື່ນນຳໃຊ້ພະລັງງານທາງເລືອກທີ່ຖືກກວ່າ.
ສ່ວນອຸດສາຫະກຳເຫຼັກ ກໍ່ປະເຊີນກັບການແຂ່ງຂັນທີ່ສູງຂຶ້ນນັບມື້ ໂດຍສະເພາະການສ້າງຄວາມໜ້າເຊື່ອຖືຂອງຜະລິດຕະພັນພາຍໃນຕໍ່ຜູ້ຊົມໃຊ້ ແລະ ການປັບປຸງກຳລັງການຜະລິດ ແລະ ຄຸນນະພາບ ເພື່ອຮອງຮັບກັບຕະຫຼາດເອອີຊີ.
ທ່ານ ຄຳຮຸ່ງ ໄຊຈະເລີນ ຜູ້ອຳນວຍການໂຮງງານ ຄຳຮຸ່ງໄຊຈະເລີນ ອຸດສາຫະກຳເຫຼັກຈຳກັດ ໄດ້ກ່າວວ່າ: ອຸດສາຫະກຳເຫຼັກຂອງລາວມີການຂະຫຍາຍຕົວຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບເຫັນໄດ້ຈາກ 10 ປີຄືນຫຼັງ ບໍລິສັດມາສ້າງຕັ້ງໂຮງງານຈຳໜ່າຍເຫຼັກ ສະເລ່ຍ 300 ໂຕນ/ເດືອນ, ມາເຖິງປັດຈຸບັນສາມາດຈຳໜ່າຍໄດ້ 1.500 – 1.700 ໂຕນ/ເດືອນ. ຢ່າງໃດກໍ່ຕາມ ທ່າມກາງການແຂ່ງຂັນ ບັນດາບໍລິສັດທີ່ນຳວັດຖຸດິບເຂົ້າມາແປຮູບເພື່ອຈຳໜ່າຍຈະບໍ່ມີຄວາມສ່ຽງໃນຕະຫຼາດ ແລະ ລາຄາ ເນື່ອງຈາກຜູ້ປະກອບການສາມາດຮູ້ລາຄາ ແລະ ຕົ້ນທຶນໄດ້, ແຕ່ກຸ່ມບໍລິສັດທີ່ເຮັດການຕົ້ມ ແລະ ຫຼອມເຫຼັກໂດຍການນຳເຂົ້າວັດຖຸດິບ ແລະ ໄດ້ຈາກການເກັບຊື້ເຫຼັກເສດພາຍໃນຈະມີຄວາມທ້າທາຍໃນດ້ານລາຄາ, ການສ້າງຄຸນນະພາບ ແລະ ກ່າວໄປເຖິງການແຂ່ງຂັນ ເນື່ອງຈາກຂອດວັດຖຸດິບ, ຄ່າໄຟຟ້າ ແລະ ບັນຫາອື່ນໆທີ່ເຮັດໃຫ້ຕົ້ນທຶນສູງກວ່າ.
ທ່ານ ນາງ ສຸພາລັກ ວົງປະເສີດ ເຈົ້າຂອງຮ້ານຂາຍເຄື່ອງກໍ່ສ້າງ ໃນນະຄອນຫຼວງວຽງຈັນໄດ້ກ່າວວ່າ: ກຳລັງການຜະລິດຊີມັງ ແລະ ເຫຼັກຂອງລາວມີພຽງພໍ, ປົກກະຕິໃນຂອບເຂດຂອງຕົນຂາຍ ( ເມື່ອງຫາດຊາຍຟອງ ແລະ ເມືອງໄຊເຊດຖາ ) ເຊິ່ງເຫັນວ່າການສະໜອງ ແລະ ຄວາມຕ້ອງການສ່ວນໃຫຍ່ແມ່ນດຸ່ນດ່ຽງກັນ ( ສິນຄ້າພາຍໃນ ແລະ ຕະຫຼາດພາຍໃນ ) ສ່ວນລາຄາຈຳໜ່າຍແມ່ນອີງໃສ່ກົນໄກການຕະຫຼາດ ຄື: ປັດຈຸບັນຊີມັງຂຽວກາສິງ ໂຕນລະ 7 ແສນກີບ, ຊີມັງແດງກາກະທິງ 8,3 ແສນກີບ/ໂຕນ ສ່ວນວ່າການປັບລາຄາບາງກໍລະນີ ສະເລ່ຍບໍ່ເກີນ 50 ພັນກີບ ( ໃນກໍລະນີໂຮງງານຂາດ ເຊິ່ງມີການແຂ່ງຂັນລະຫວ່າງໂຮງງານພາຍໃນ ).
ສ່ວນການຊົມໃຊ້ເຫຼັກ ຖ້າທຽບໃສ່ຊີມັງກໍ່ບໍ່ແຕກຕ່າງກັນຫຼາຍ ທ່ານ ນາງ ເຮືອງ ໂຊກທະວີ ຜູ້ອຳນວຍການຮ້ານຄ້າເຫຼັກໂຊກທະວີ ໃຫ້ຮູ້ວ່າ: ອັດຕາການຊົມໃຊ້ໃນນະຄອນຫຼວງວຽງຈັນໄດ້ເພີ່ມຂຶ້ນຕາມການຂະຫຍາຍຕົວຂອງເສດຖະກິດ ບັນດາຫ້າງຮ້ານ ຫຼື ຕົວແທນຈຳໜ່າຍທັງພາຍໃນ ແລະ ນັກລົງທຶນຕ່າງປະເທດໄດ້ເພີ່ມຂຶ້ນ ດ້ານໜຶ່ງຂອດການຜະລິດຂອງບໍລິສັດພາຍໃນ ແມ່ນມີຈຳກັດຄວາມຫຼາກຫຼາຍຂອງຜະລິດຕະພັນ ຖ້າຈະກ່າວໄປເຖິງການແຂ່ງຂັນມີທາງດຽວກໍ່ຕ້ອງຮັກສາຄຸນນະພາບ ແລະ ລາຄາໃຫ້ສົມດຸນກັບຕະຫຼາດ ໂດຍສົມທຽບກັບປະເທດໃກ້ຄຽງ ຫຼື ອາດຈະສ້າງຄູ່ຮ່ວມລົງທຶນກັບຕ່າງຊາດ ໂດຍເນັ້ນຜະລິດຢູ່ພາຍໃນ ເພື່ອຕັດບັນຫາຄ່າຂົນສົ່ງຫຼຸດຜ່ອນຕົ້ນທຶນລົງ.
[ບົດຂ່າວ: ໜັງສືພິມເສດຖະກິດ-ການຄ້າ]