ລາຍງານການເຄື່ອນໄຫວວຽກງານຂອງຄະນະຮັບຜິດຊອບຕິດຕາມການລົງເຄື່ອນໄຫວເກັບກໍາຂ່າວກ່ຽວກັບຄວາມຄືບຫນ້າຂອງບັນດາໂຄງການການຮ່ວມມືລາວ-ຈີນ ຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ (ຂອງຈີນເຊື່ອມຈອດກັບຍຸດທະສາດ) ປ່ຽນຈາກແລນລ໋ອກເປັນແລນລີ້ງ ຢູ່ບັນດາແຂວງທີ່ມີແລວທາງລົດໄຟຜ່ານ
By sonsathit rasavong On 28 Dec, 2016 At 11:01 AM | Categorized As ຂ່າວພາຍໃນ | With 0 Comments

ການ​ລົງ​ສໍາພາດ​ໃນ​ຄັ້ງ​ນີ້​ແມ່ນ​ເລີ່​ມຈາກ​ແຂວງ​ຫລວງ​ນໍ້າ​ທາ ​ໃນ​ວັນ​ທີ ​08 ທັນວາ 2016 ​ໄດ້ເຂົ້າ​ສໍາພາດ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແຂວງ​ຫລວງ​ນໍ້າ​ທາ​ໂດຍ​ແມ່ນ​ທ່ານ​ບຸນ​ຈັນ ອຸ​ໄທ​ວັນ ຫົວຫນ້າ​ຫ້ອງການ​ເປັນ​ຜູ້​ໃຫ້​ສໍາພາດ ​ແລະ ​ໃນ​ເວລາ​ຕໍ່​ມາ​ໄດ້​ເຂົ້າ​ພົບ​ປະ​ສໍາພາດ ພະ​ແນ​ກ​ໂຍທາ​ທິການ ​ແລະ ການຂົນ​ສົ່ງ ທ່ານ ຈັນທະ​ຈອນ ​ແກ້ວ​ນະຄອນ ​ເປັນ​ຜູ້​ປະສານ​ງານ​​ໂຄງການ​ທາງ​ລົດ​ໄຟລາວ-​ຈີນ ​ແລະ ສໍາພາດ​ບໍລິສັດ​ຢາງພາລາຢຸນນານ​ຈໍາກັດ ທີ່​ເປັນ​ບໍລິສັດ​ໃຫຍ່ ​ແລະ ມີ​ບົດບາດ​​​ໃນ​ແຂວງ​ຫລວງ​ນໍ້າ​ທາ. ​ໃນ​ວັນ​ທີ 09 ທັນວາ 2016 ​ໄດ້​ເຂົ້າ​ພົບ​ປະ​ສໍາພາດ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ​ອຸດົມ​ໄຊ​ໃຫ້​ສໍາພາດ​ໂດຍ ທ່ານ ອ່ອນ​ແກ້ວ ອຸ່ນ​ອາລົມ ຫົວຫນ້າ​ພະ​ແນ​ກ ແຜນການ ​ແລະ ການລົງທຶນ​ແຂວງ​ອຸດົມ​ໄຊ ​ແລະ ​ໃນ​ເວລາ​ຕໍ່​ມາ​ແມ່ນ​ໄດ້​ເຂົ້າ​ສໍາພາດ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ ແຂວງ​ອຸດົມ​ໄຊ​ໂດຍ​ສໍາພາດ​ທ່ານ ຄໍາ​ເພົາ ສິລິ​ສຸກ ​ຫົວຫນ້າ​ພະ​ແນ​ກ​ອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ​ອຸດົມ​ໄຊ ​ແລະ ​ສໍາ​ພາດ ທ່ານ ສີນ​ວນ ຄໍາ​ດີ ຮອງ​ຫົວຫນ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ແຂວງ​ອຸດົມ​ໄຊ  ​ແລະ ຕໍ່​ມາສໍາພາດ​ໂຄງການຄະນະ​ສ້າງ​ທາງ​ອຸດົມ​ໄຊ-​ປາກ​ມອງໂດຍ​ສໍາພາດ​ ທ່ານ ຈັນ​ເພັງ ມະນີ​ວັນ​ ຮັກສາ​ການ​ຄະນະ​ໂຄງການ ​ແລະ ​ໃນ​ເວລາ​ຕໍ່​ມາ​​ໃຫ້ກຽດ​​ແກ່​ຄະນະ ໂຄງການ​ການ​ຮ່ວມ​ມື​ລາວ​-ຈີ​ນ ​ແມ່ນ​ໄດ້​ເຂົ້າ​ສໍາພາດ ທ່ານ ຮອງ​ເຈົ້າ​ແຂວງ ​ແຂວງ​ອຸດົມ​ໄຊ  ທ່ານ ສົມ​ຈິດ ບັນຍາ​ສັກ ຜູ້​ຊີ້​ນໍາ​ວຽກ​ງານ​ເສດຖະກິດ.

ວັນ​ທີ 12 ທັນວາ 2016 ​​ເດີ​ນທາງ​ໄປ​ແຂວງ​ຫລວງ​ພະ​ບາງ ​ໄດ້​ເຂົ້າ​ພົບ​ປະ​ສໍາພາດ​ເຈົ້າ​ຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ນໍ້າ​ອູ 2 ທີ່​ກໍາ​ລັງດໍາ​ເນີນ​ການ​ກໍ່ສ້າງ ​ແລະ ​ເຂື່ອນ​ໄຟຟ້າ​ນໍ້າ​ອູ1ທີ່​ສໍາ​ເລັດ​ການ​ກໍ້​ສ້າງ​ໄປ​ແລ້ວ.

ໃນ​ວັນ​ທີ 13 ທັນວາ 2016 ​ແມ່ນ​ໄດ​້​ເຂົ້າ​ສໍາພາດ​ທ່ານ ນາງ ສິລິ​ພອນ ສຸພັນ​ທອງ​ ຫົວຫນ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແຂວງ​ຫລວງ​ພະ​ບາງ ​ແລະ ​ເວລາ​ຕໍ່​ມາ ​​ໄດ້ສໍາພາດ​ ທ່ານ ຄໍາ​ຕັນ ສົມ​ພັນ​ວິ​ໄລ ຮອງ​ຫົວຫນ້າ​ພະ​ແນ​ກ ອຸດສາຫະກໍາ ​ແລະ ການ​ຄ້າ ​ແຂວງ​ຫລວງ​ພະ​ບາງ​ ຫລັງ​ຈາກ​ນັ້ນ​ໄດ້​ເຂົ້າ​ສໍາພາດ​ ທ່ານ ຟ້າ​ສະ​ຫນັ່ນ ທໍາ​ມະ​ວົງ ຫົວຫນ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຂວງ​ຫລວງ​ພະ​ບາງ. ​ໃນ​ວັນ​ທີ 14 ທັນວາ 2016 ​ເດີ​ນທາງມາ​ແຂວງ​ວຽງ​ຈັນ​ໂດຍ​ໄດ້​ເຂົ້າ​ພົບ​ປະ​ສໍາພາດ​ໂຮງງານ​ສີ​ມັງ​ລາວ​ວັງ​ວຽງ​ໂດຍ​ສໍາພາດ​ ທ່ານ ມາ​ຈັນ ຮອງ​ອໍານວຍ​ການ​ຝ່າຍ​ຈີນ ​ເຊິ່ງ​ເປັນ​ບໍລິສັດ​ທີ່​ຜະລິດ ​ແລະ ຈໍາຫນ່າຍ​ໃນ​ປະ​ເທດ​ລາວ100% ​ແລະ ທາງ​ບໍລິສັດ​ກໍ່ໄດ້​ຕອນ​ຮັບ​ເປັນ​ຢ່າງ​ດີ. ​ໃນ​ວັນ​ທີ 16 ທັນວາ 2016 ​ໃນ​ພາກ​ເຊົ້າກໍ່​ໄດ້​ເຂົ້າ​ສໍາພາດ​ເຂດ​ເສດຖະກິດ​ພິ​ເສດ​ໄຊ​ເສດ​ຖາ. ສ່ວນ​ໃນ​ພາກ​ບ່າຍ​ສໍາພາດ​ກະຊວງ​ແຜນການ ​ແລະ ການ​ລົ​ງທຶນ​ໂດຍ​ສໍາພາດ​ທ່ານ ວິຈິດ ຊິນ​ດາ​ວົງ ຮອງ​ປະທານ ຄະນະ​ກໍາມາ​ທິການ​ຮ່ວມ​ມື​ລາວ-​ຈີນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ. ​ໃນ​ຄະນະ​ດັ້ງ​ກ່າວ​ມີ​ທັງ​ຫມົດ 23 ທ່ານ ນັກ​ຂ່າວ​ຈີນ 5 ທ່ານ. ​ໃຊ້​ເວລາ​ທັງ​ຫມົດ 11 ​ວັນ.

 

[ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າ​ວສານ]

Pic02

Pic01