ກອງປະຊຸມໜ່ວຍງານການຄ້າລາວ-ອີຍູ
By sonsathit rasavong On 20 Mar, 2017 At 01:03 PM | Categorized As ຂ່າວພາຍໃນ | With 0 Comments

 

ຕອນບ່າຍຂອງວັນທີ 16 ກຸມພາ 2017 ທີ່ຫ້ອງສ່ອງແສງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີກອງ ປະຊຸມຂອງໜ່ວຍງານການຄ້າລາວ-ອີຍູ ຄັ້ງ ທີ 06 ຂຶ້ນ ຊຶ່ງໄດ້ຈັດຄຽງຄູ່ໄປກັບກອງປະຊຸມ ຄະນະກໍາມາທິການຮ່ວມ ມືລາວ-ອີຍູ ຄັ້ງທີ 8. ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ພູວຽງ ພົງສາ, ຮອງຫົວຫນ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ Philipp Dupuis, ລັດຖະທີ່​ປຶກສາ, ຫົວຫນ້າ​ຂະ​ແໜງ​ການ​ຄ້າ ​ໂດຍ​ມີ​ຜູ້​ຕາງ​ຫນ້າ​ຈາກ​ຂະ​ແໜງ​ການ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ເພື່ອ ທົບ​ທວນຄືນ​ການ​ຮ່ວມ​ມື​ ລະຫວ່າງ​ສອງ​ຝ່າຍ​ໃນ​ປີ​ທີ່​ຜ່ານ​ມາ ການຈັດ​ຕັ້ງ​ພັນ ທະ​ຂອງ ສປປ ລາວ ພາຍຫລັງ​​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ ​ໃນ​ປີ 2013  ສະພາບ​ແວດ​ລ້ອມ​ຂອງ​ການ​ລົງທຶນ ​ແລະ ການ​ດໍາ​ເນີນ​ທຸລະ​ກິດ​ຢູ່​ໃນ ສປປ ລາວ ​​ແລະ ປະ​ເດັນ​ອື່ນໆ, ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ພົວ​ພັນ​ການ​ຄ້າ​ສອງ​ຝ່າຍ ​ແລະ ທີ່ສໍາຄັນ​ປີຜ່ານມາ​ມູນ​ຄ້າ​ການ​ຄ້າ​ສອງ​ຝ່າຍ​ ມີ​ທ່າ​ອ່ຽງຫລຸດລົງເນື່ອງ​ຈາກ​ສະພາບ​ເສດຖະກິດ​ຂອງ​ໂລກ​ມີ​ການ​ປ່ຽນ​ແປງ, ອີ່​ຍູ​ໄດ້​ຖື​ເອົາ​ໂອກາດ​ນີ້​ແຈ້ງ​ໃຫ້​ຝ່າຍ​ລາວ​ຊາບ​ກ່ຽວ​ກັບ​ການ​ນໍາ​ໃຊ້​ສິດທິ​ພິ​ເສດ​ການ​ສົ່ງ​ສິນຄ້າ​ໄປ​ອີ​ຍູ (GSP) ​ແຕ່​ປະຈຸ​ບັນ ຮອດ​ປີ 2023 ​ເມື່ອ ສປປ ລາວ ຫລຸດ​ພົ້ນອອກ​ຈາກ LDC ​ແລະ ຄວນ​ພິຈາລະນານໍາ​ໃຊ້​ສິດທິ​ພິ​ເສດ ​ໃນ​ຮູບ​ແບບ GSP Plus  ພາຍຫລັງ​ປີ 2023.

ນອກ​ນີ້​ລາວ​ຍັງ​ໄດ້​ລາຍ​ງານ​ໃຫ້​ອີ​ຍູຮັບຮູ້ສະພາບ​ການ​ເຊື່ອມ​ໂຍງ​ສະພາບ​ເສດຖະກິດ​ຂອງ ສປປ ລາວ ​ໃນ​ຂອບ​ເຂດ​ຮ່ວມ​ມື​ອາ​ຊຽນ ​ແລະ ການຈັດ​ຕັ້ງ​ພັນທະ​ຂອງ​ ສປປ ລາວ​ ພາຍຫລັງ​ໄດ້​ເຂົ້າ​​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ໃນ​ປີ 2013, ​ແລະ ​ໄດ້​ລາຍງານກ່ຽວ​ກັບ​ການ​ປັບປຸງ​ກົດຫມາຍ​ສົ່ງ​ເສີມ​ການ​ລົງທຶນ​ສະບັບ​ໃໝ່ ​ເພື່ອ​ເອື້ອ​ອໍາ​ນວຍ​ໃຫ້​ແກ່​ການ​ດໍາ​ເນີນ​ທຸລະ​ກິດ​ຢູ່​ໃນ ສປປ ລາວ ​ແລະ ປະຈຸ​ບັນ ສປປ ລາວ ກໍາລັງ​ດໍາ​ເນີນ​ການກະກຽມ​ຈັດ​ກອງ​ປະຊຸມ​ທຸລະ​ກິດ​ລາວ ຄັ້ງ​ທີ 10 ທີ່ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ມີນາ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

???????????????????????????????

???????????????????????????????