ສສອຄ ຈັດສໍາມະນາ ການຄ້າລະຫວ່າງປະເທດ ແລະ ການແຂ່ງຂັນການຄ້າ
By sonsathit rasavong On 20 Mar, 2017 At 02:38 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 16 ກຸມພາ 2017​ ​ເວລາ 9:00​ໂມງ ທີ່ ​ສະ​ຖາ​ບັນ​ຄົ້ນຄວ້າ ເສດຖະກິດ​ອຸດສາຫະກຳ ​ແລະ ການ​ຄ້າ​ (ສສອຄ) ໄດ້ຈັດ​ກອງ​ປະຊຸມ ການ​ຄ້າ​ລະຫວ່າງ​ປະ​ເທດ ​ແລະ ການ​ແຂ່ງຂັນ​ການ​ຄ້າ ຕິດ​ພັນ​ກັບ​ວຽກງານ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃຫ້​ແກ່​ພະນັກງານ​ອຸດສາຫະກຳ ​ແລະ ການ​ຄ້າ ຂັ້ນ​ເມືອງ​ຂື້ນ​ເປັນ​ຄັ້ງ​ທີ VIII, ​ໂດຍ​ການ​ເປັນ​ປະທານ ທ່ານ ສັນຕິ​ສຸກ ວິ​ໄລ​ຈະ​ເລີນ ຫົວຫນ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດອຸດສາຫະກໍາ ​ແລະ ການ​ຄ້າ

ດັ່ງ​ທີ່​ພວກ​ເຮົາ​ໄດ້​ຮັບ​ຊາບ​ກັນ​ແລ້ວ​ວ່າ, ປະຈຸ​ບັນ, ປະ​ເທດ​ເຮົາ​​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ກວ້າງຂວາງ ກັບ​ພາກ​ພື້ນ​ ແລະ ​ສາກົນ, ມີ​ການ​​ແຂ່ງຂັນ​ໃນ​ເຄືອ​ຂາຍ​ການ​ຜະລິດ ​ແລະ​ ສາມາດ​ເຂົ້າຮ່ວມ​ໃນ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ຕັ້ງໜ້າ, ​ແຕ່​ຖ້າ​ຫາກ​ທຽບ​ໃສ່​ການ​ເຕີບ​ໂຕ​ເສດ​ຖະກິດ​​ໃນປະຈຸ​ບັນ ​ແມ່ນ​ຍັງໜັກ​ໄປ​ທາງ​ດ້ານ​ປະລິມານ, ບໍ່​ຮັບປະກັນ​ທາງ​ດ້ານ​ຄຸນ​ນະພາ​ບ​ເທົ່າ​ທີ່​ຄວນ; ສິນຄ້າ​ທີ່​ພວກ​ເຮົາ​ສົ່ງ​ອອກ ​ແມ່ນ​ມີ​ມູນ​ຄ່າ​ຕ່ຳ ​ແລະ ບໍ່​ມີ​ຄວາມ ຫຼາກຫຼາຍ ​ເຮັດ​ໃຫ້​ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັ້ນ​ທາງ​ດ້ານ​ການ​ຄ້າ ບໍ່​ວ່າ​ຈະ​ຢູ່​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ສາກົນ​ແມ່ນ​ບໍ່​ທັນ​ສູງ. ດັ່ງ​ນັ້ນ,  ການ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເຮັດ​ໃຫ້​ພະນັກງານ​ອຸດສາຫະກໍາ ການ​ຄ້າ​ເມືອງ

 1.  ຮັບ​ຮູ້​ບັນດາ​ນະ​ໂຍບາຍ, ລະບຽບການ ​ແລະ ຫລັກທິດສະ​ດີ​ກ່ຽວກັບການ​ຄ້າລະຫວ່າງ​ປະ​ເທດ;

 2.  ຮູ້​ໄດ້​ເຖິງ​ຜົນ​ປະ​ໂຫຍ​ດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ຄ້າ​ລະຫວ່າງ​ປະ​ເທດ​ໃນ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ສາກົນ​ໃນ​ປັດຈຸບັນ;

3.  ​ເພື່ອ​ປຶກສາ​ຫາລື ​ແລະ ​ແລກປ່ຽນປະສົບ​ການ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ອຸດສາຫະກຳ​ ແລະ ການ​ຄ້າ ລະຫວ່າງ​ພະນັກງານຫຼັກ​ແຫຼ່ງ​ໃນ​ຂະ​ແໜງອຸດສາ​ຫະກຳ ​ແລະ​ການ​ຄ້າ​ຂັ້ນ​ເມືອງ (​ເມືອ​ງສາມ​ສ້າງ) ​ແລະ ຂັ້ນ​ສູນ​ກາງ; ​ແລະ

4.  ​ເພື່​ອ​ເປັນ​ການ​ປຶກສາ​ຫາລື​ກ່ຽວກັບ​ຂອບ​ເຂດ ​ແລະ ຫົວ​ຂໍ້​ຂອງ​ການ​ຝຶກ​ອົບຮົມ​ຍົກ​ລະດັບ​ໃຫ້​ແກ່​ພະນັກງານອຸດສາຫະກໍາ ​ແລະ ​ການ​ຄ້າ​ເມືອງ ​ໃນ​ຊຸດ​ທີ 9. ສຳ​ລັບ​ກອງ​ປະຊຸມ​ສຳ​ມະ​ນາ ຂອງ​ພວກ​ເຮົາ​ໃນ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ 02 ວັນ​ເຕັມ ຄື:

        ມື້​ທໍາ​ອິດແມ່ນ​ຈະ​ໄດ້ ຮັບ​ຟັງການ​ບັນຍາຍ ​ແລະ ສົນທະນາ​ປຶກສາ​ຫາລື​ໃນ​ຫົວ​ຂໍ້​ດັ່ງ​ນີ້:

1.  ​ແຜນ​ຍຸດ​ທະ​ສາດ​ວຽກງານ​ອຸດສາຫະກຳ ​ແລະ ການ​ຄ້າ 2025 ​ແລະ ວິ​​ໄສ​ທັດ ປີ 2030;

2.  ບົດບາດ​ຂອງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ໃນ​ສະພາບ​ປັດຈຸບັນ ​ແລະ ​ແນວ​ໂນ​້ມ​ໃນ​ອະນາຄົດ;

3.  ການ​ເຊື່ອມ​ໂຍງ​​ເສດຖະກິດ​-ການ​ຄ້າ ​ແລະ ການ​ໃຊ້​ປະ​ໂຫຍ​ດຈາກ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ຫຼື AEC ຂອງ ສປປ ລາວ;

4.  ນະ​ໂຍບາຍ​ການ​ສົ່ງ​ເສີມ​ການສົ່ງ​ອອກ​ສິນຄ້າ​ໄປ​ຕ່າງ​ປະ​ເທດ ​ແລະ ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ.

 ສຳລັບ​ມື້​ວັນ​ທີ 2, ວັນ​ທີ 17 ກຸມພາ 2017 ​ແມ່​ນໄດ້​ຮັບ​ຟັງ​ການ​ບັນຍາຍ ​ແລະ ສົນທະນາ​ປຶກສາ​ຫາລື​ໃນ ຫຼາຍຫົວ​ຂໍ້​ຕ່າງໆ​ເຊັ່ນ: ນະ​ໂຍບາຍ​ສົ່ງ​ເສີມ, ບັນ​ຫາ ​ແລະ ສິ່ງ​ທ້າ​ທາຍ​ຂອງວຽກງານ​ຄຸ້ມ​ຄອງ​ວຽກບຽນວິ​ສາ​ຫະກິດ​ຢູ່​ຂັ້ນ​ສູນ​ກາງ; ການ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດນ້ອຍ​ ແລະ ​ກາງ ຂອງ ສປປ ລາວ ​ແລະ​ ການ​ເຂົ້າຫາ​ແຫຼ່ງທຶນ​ຂອງ​ວິ​ສາ​ຫະກິດ; ນະ​ໂຍບາຍ​ສົ່ງ​ເສີມ​ອຸ​ດສາ​ຫະກຳ​ປຸງ​ແຕ່ງ ​ແລະ ການ​ຄຸ້ມ​ຄອງ​ອຸດສາຫະກຳ ຢູ່ ສປປ ລາວ ​ແລະ ​ແບບສອບ​ຖາມ​ເພື່ອ​ສຶກສາ​ຄວາມ​ຕ້ອງ​ການ​ຝຶກ​ອົບ​ຮົມຍົກ​ລະດັບ​ໃຫ້​ແກ່​ພະນັກງານ​ອຸດສາຫະກໍາ ​ແລະ ການ​ຄ້າ​ຂັ້ນ​ເມືອງ, ​ເວົ້າ​ລວມ​ແລ້ວ​ກອງ​ປະຊຸມ​ຂອງ​ພວກ​ເຮົາ​ເທື່ອ​ນີ້ ​ແມ່ນ​ມີ​ຄວາມໝາຍ ຄວາມ​ສຳຄັນຫຼາຍຕໍ່​ພະນັກງານ​ທົ່ວ​ຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ​ຂອງ​ພວກ​ເຮົາ​ທີ່​ຈະ​ໄດ້​ສົນທະນາ, ຄົ້ນ​ຄວ້າ, ປຶກສາ​ຫາລື ​ແລະ ​ແລກປ່ຽນດ້ານ​ວິຊາ​ການ​ຈາກ​ກົມ​ວິຊາ​ການ​ທີ່​ຮັບຜິດຊອບ​ແຕ່ລະ​ຂົງ​ເຂດ ​ແລະ ທີ່​ສໍາຄັນທີ່​ສຸດ​ແມ່ນ​ໄດ້​ຮັບ​ຄວາມ​ຮ່ວມ​ມື​ນໍາ​ນັກ​ສໍາ​ມະ​ນາກ​ອນທຸກໆ​ທ່ານ ທີ່​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ໃນ​ການ​ຖອດ​ຖອນ​ບົດ ຮຽນ ​ແລ​ກປ່ຽນ​ຄວາມ​ຄິດ​ເຫັນ ​ໃນ​ການ​ສົ່ງ​ຄວາມ​ຮູ້​ເຊິ່ງກັນ ​ແລະ ກັນ.

ມີ​ນັກ​ສຳ​ມະ​ນາກ​ອນ​ເຂົ້າ​ຮ່ວມຕາງໜ້າຈາກ​ບັນດາ​ຫ້​ອງການ ອຸດສາ​ຫະກໍາ ​ແລະ ​ການຄ້າ​ເມື​ອງ ສາມ​ສ້າງ ​ໃນ​ແຕ່ລະ​ແຂວງ 17 ​ແຂວງ​ພ້ອມ​ກັບ​ຕາງໜ້າຫ້ອງ​ການອຸດສາ​ຫະກໍາ ​ແລະ ການຄ້າ 9 ຕົວ​ເມືອງ​ຂອງ​ນະຄອນຫຼວງ, ວິທະຍາກອນ​ແມ່ນ​ມາ​ຈາກ​ສະ​ຖາ​ບັນຄົ້ນຄວ້າ​ເສດຖະກິດ ​ແລະ ການ​ຄ້າ, ກົມ​ການ​ຄ້າ​ພາຍ​ໃນ, ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ກົມການ​ນຳ​ເຂົ້າ ​ແລະ ສົ່ງອອກ, ກົມ​ອຸດສາຫະກຳ ​ແລະ ຫັດຖະ​ກໍາ, ກົມສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ແລະ ກົມ​ນະ​ໂຍບາຍການ​ຄ້າ​ຕ່າງປະ​ເທດ.

 [ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

WhatsApp Image 2017-02-20 at 16.48.18

WhatsApp Image 2017-02-20 at 16.48.15

WhatsApp Image 2017-02-20 at 16.48.25