ອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ຮ່ວມກັບຂະແໜງການກ່ຽວຂ້ອງ ລົງກວດກາຕິດຕາມການຂຶ້ນປ້າຍລາຄາສິນຄ້າ ຕາມທ້ອງຕະຫລາດໃນເທດສະບານເມືອງທ່າແຂກ
By theu vaenvongsod On 17 Jul, 2017 At 08:19 PM | Categorized As ຂ່າວພາຍໃນ | With 0 Comments

ໃນວັນທີ 13 ກໍລະກົດ 2017 ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ນຳໂດຍ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຮ່ວມກັບບັນດາພະແນກການກ່ຽວຂ້ອງລົງຊຸກຍູ້ຕິດຕາມກວດກາບັນດາປ້າຍລາຄາສິນຄ້າຕາມທ້ອງຕະຫລາດພາຍໃນເທດສະບານເມືອງທ່າແຂກຄື : ຕະຫລາດສຸກສົມບູນ  ( ຫລັກ 03 ), ຕະຫລາດຫລັກ 02 ແລະ ຕະຫລາດນາໂບ.

DSC_2509

ຈຸດປະສົງເພື່ອຄຸ້ມຄອງປະເພດລາຄາສິນຄ້າຕ່າງໆ ໂດຍສະເພາະລາຄາເຂົ້າ, ຊີ້ນສັດ, ປາ, ຊິງຊັ່ງ  ໃຫ້ມີຄວາມຊັດເຈນຂຶ້ນ, ມີການຕິດປ້າຍລາຄາສິນຄ້າເປັນປົກກະຕິ ທັງເປັນການປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ພ້ອມທັງນິຕິກຳໃນການຄຸ້ມຄອງຜູ້ຊົມໃຊ້ ເພື່ອຕິດຕາມກວດກາບັນດາສິນຄ້າກະສິກຳ, ການປູກການ ລ້ຽງ, ສິນຄ້າປະເພດຊີ້ນ, ປາ ແລະ ອື່ນໆ ທີ່ມາຈຳໜ່າຍໃນທ້ອງຕະຫລາດ.  ​ເຊິ່ງພາຍຫລັງ​ທີ່​ເຈົ໊າໜ້າທີ່​ກວດກາ​ການ​ຄ້າ​ໄດ້ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ​ລົງ​ເກັບ​ກຳ​ຂໍ້​ມູນ​ໃນ​ໄລຍະ​ຜ່ານ​ມາ​ ຈິ່ງ​ໄດ້​ກຳນົດ​ລາຄາ​ອີງ​ໃສ່​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນແມ່ນ​ໄດ້​ກຳນົດ : ລາຄາ​ເຂົ້າສານໜຽວປະ​ເພດ 01 ​ແມ່ນ 6.000 ກີບ/​ໂລ, ປະ​ເພດ 02  : 5.000 ກີບ/​ໂລ, ​​ເຂົ້າສານ​ຈ້າວປະ​ເພດ 01 : 8.000 ກີບ/​ໂລ, ​ເຂົ້າສານ​ຈ້າວ​ປະ​ເພດ 02 : 7.000 ກີບ/​ໂລ, ລາຄາ​ຊີ້ນງົວ ​ແລະ ຄວາຍ​ປະ​ເພດ 01 : 70.000 ກີບ/​ໂລ ຊີ້ນງົວ ​ແລ​ະ ຄວາຍປະ​ເພດ 02 : 50.000 ກີບ, ລາຄາ​ຊິ້ນໝູພັນ​ປະ​ເພດ 01 ​​: 35.000 ກີບ/​ໂລ, ປະ​ເພດ 02 : 30.000 ກີບ/​ໂລ, ລາຄາ​ປາ​ກະຊັງ 20.000 ກີບ/​ໂລ, ປາດຸກ​ພັນ 18.000 ກີບ​. ມາຮອດປະຈຸບັນທັງສາມຕະຫລາດແມ່ນໄດ້ສຳເລັດການຕິດປ້າຍລາຄາລວມ,​ ປ້າຍລາຄາເຂົ້າ, ລາຄາປາ, ລາຄາຊີ້ນລວມທັງໝົດມີ 12 ຈຸດ, ຊິງກາງ 9 ຈຸດ ຕາມຈຸດການຊື້-ຂາຍສິນຄ້າດັ່ງກ່າວ ເພື່ອຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນແຕ່ລະໄລຍະໄດ້ມີການຄວບຄຸມໃນລະດັບທີ່ຜູ້ຊື້ – ຜູ້ຂາຍ ສາມາດຈໍລະຈອນສິນຄ້າໄດ້ໃນລະດັບລາຄາຍຸຕິທຳ, ລະດັບທີ່ຄວບຄຸມເໝາະສົມ. ໃນການຕິດປ້າຍລາຄາສິນຄ້ານີ້ ນາງ ອ່ອນ ແມ່ຄ້າຂາຍເຂົ້າປະຈຳຕະຫລາດຫລັກ 03 ໄດ້ສະແດງຄວາມຮູ້ສຶກຕໍ່ນັກຂ່າວພວກເຮົາວ່າ : ຂ້າພະເຈົ້າເຫັນດີແລ້ວທີ່ທາງພາກສ່ວນກ່ຽວຂ້ອງ ໄດ້ມີການຕິດປ້າຍລາຄານີ້ເພາະເປັນຄວາມພໍໃຈຂອງແມ່ຄ້າ ແລະ ທາງເຈົ້າໜ້າທີ່ທີ່ໄດ້ຕົກລົງກັນຂາຍໃນລາຄາລະດັບທີ່ທາງລັດຖະບານຄວບຄຸມ ແລະ ກໍ່ຍິນດີຂາຍຕາມລາຄາທີ່ເພິ່ນກຳນົດໃຫ້ ແລະ ນາງນ້ອຍແມ່ຄ້າຂາຍປາປະຈຳຕະຫລາດຫລັກ 02 ກໍ່ກ່າວເຊັ່ນດຽວກັນ. ໃນໂອກາດດຽວກັນ ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍໃຫ້ປະຕິບັດຕາມລະບຽບການ, ຕາມປ້າຍທີ່ພວກເຮົາໄດ້ຕິດຕັ້ງຕາມຈຸດຕ່າງໆນັ້ນ ຕໍ່ຜູ້ທີ່ລະເມີດແມ່ນຈະຖືກປັບໄໝ ແລະ ຖ້າຫາກບັນດາຜູ້ທີ່ເຂົ້າມາໃຊ້ບໍລິການຕາມທ້ອງຕະຫລາດຫາກພົບເຫັນການຂາຍເກີນລາຄາແມ່ນໃຫ້ແຈ້ງເຈົ້າໜ້າທີ່ພວກເຮົາໄດ້ ຕາມໝາຍເລກ 030 5784040. ທັງນີ້ກໍ່ເພື່ອໃຫ້ສອດຄ່ອງກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ຫລີກ​ເວັ້ນບໍ່​ໃຫ້​ມີ​ການ​ເອົາ​ລັດ​ເອົາ​ປຽບ​ເຊິ່ງກັນ ​ແລະ ກັນ​ ລະຫວ່າງ​ຜູ້​ຊື້ ​ແລະ ຜູ້​ຂາຍ.

DSC_2512

DSC_2515

DSC_2517

DSC_2534

DSC_2538

ຂ່າວ : ມະນີວັນ

[ຮຽບຮຽງໂດຍ: ຂະແໜງຂ່າວສານ]