ກອງປະຊຸມປະຈຳປີ 2017 ຂອງ ກົມແຜນການ ແລະ ການຮ່ວມມື ລະຫວ່າງວັນທີ 26-28 ກໍລະກົດ 2017, ທີ່ ກະຊວງ ອຸດສາຫະກຳ ແລະ ການຄ້າ
By theu vaenvongsod On 26 Jul, 2017 At 01:14 PM | Categorized As ຂ່າວພາຍໃນ | With 0 Comments

IMG_3462   IMG-20170726-WA0026

   ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2017 ກົມ​ແຜນການ ​ແລະ ການ​ຮ່ວມ​ມື ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ໄດ້​ເປີດ​ກອງ​ປະຊຸມ​ປະຈຳ​ປີ 2017 ຂຶ້ນທີ່​ຫ້ອງ​ປະຊຸມ​ໃຫຍ່ ກະຊວງ ອຄ ໂດຍການເປັນປະທານ ຂອງ ທ່ານ ສີ​ລິ​ສຳພັນ ວໍຣະຈິດ ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ມີ ຜູ້ຕາງໜ້າຮອງຫົວໜ້າກົມ, ຫົວໜ້າພະແນກແຜນການ-ສັງລວມ, ວິຊາການ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ ແລະ ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫລວງ, ຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ວິຊາການ ຈາກ​ທ້ອງ​ຖິ່ນ ເຂົ້າຮ່ວມ ຈຳນວນ 130 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມ ​ແມ່ນເພື່ອຕີ​ລາຄາ​ຄືນ ການຈັດຕັ້ງປະຕິບັດ​ວຽກ​ງານ​ຂອງ​ກົມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເປັນ​ເວທີ​ສຳ​ມະ​ນາ​ໄປ​ໃນ​ຕົວ ​ໃນ​ວຽກ​ງານ​ວິຊາ​ສະ​ເພາະ​ຂອງ​ກົມ ຊຶ່ງ​ກອງ​ປະຊຸມ​ຈະ​ໄດ້​ຮັບ​ຟັງ​ການສະ​ເໜີ​ໃນ​ຫລາຍໆ​ຫົວ​ຂໍ້ ​ເຊັ່ນ: 1/ ຮ່າງ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ກົມ ຜຮ ​ໄລຍະ 10ປີ (2017-2027).

2/ ​ເຜີຍ​ແຜ່​ພາລະ​ບົດບາດ​ໃໝ່​ຂອງ​ກົມ ຜຮ

3/ ນຳ​ສະ​ເໜີ ການ​ນຳ​ໃຊ້​ລະບົບ​ເອກະສານ​ຂາ​​ເຂົ້າ-ຂາ​ອອກ ​ແລະ ລະບົບ​ແຈກ​ຢາຍ​ເອກະສານ​ທີ່​ສ້າງ​ຂຶ້ນ ​ໂດຍ​ກົມ ​ແຜນການ ​ແລະ ການ​ຮ່ວມ​ມື

4/ ນຳ​ສະ​ເໜີ ຮ່າງ​ສະບັບ​ປັບປຸງ ​ແຜນ​ພັດທະນາ ອຄ 5 ປີ (2016-2020)

5/ ນຳ​ສະ​ເໜີ ​ແຜນ​ຍຸດ​ທະ​ສາດ ວຽກ​ງານ​ຂ່າວສານ​ຂອງ​ກົມ

6/ ນຳ​ສະ​ເໜີ ຍຸດ​ທະ​ສາດ ICT  ຂອງກະຊວງ ອຄ (2016-2020)

7/ ການ​ຄຸ້ມ​ຄອງ​ການຈັດຕັ້ງປະຕິບັດໂຄງການ ການ​ຊ່ວຍ​ເຫລືອ​ຂອງ​ຕ່າງປະ​ເທດ; ວຽກງານການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ​ແລະ ບັນຫາ​ອື່ນໆ ທີ່​ພົວພັນ​ເຖິງ​ພາລະ​ບົດບາ​ດຂອງກົມ.

IMG-20170726-WA0037

​ກອງປະຊຸມ​ຈະດຳ​ເນີນ​ເປັນ​ເວລາ 2 ວັນ​ເຄິ່ງ ຈົນ​ເຖິງ​ວັນ​ທີ 28 ກໍລະກົດຈຶ່ງ​ສິ້ນສຸດ ພິ​ເສດ​ກອງ​ປະຊຸມ​ໄດ້​ຮັບ​ກຽດ​ຈາກ​ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້​ກຽດ​ເປັນ​ປະທານ​ກ່າວ​ເປີດ ​ແລະ ​ໂອ້​ລົມ​ໃນ​ມື້​ທຳ​ອິດ ຊຶ່ງ​ທ່ານ​ໄດ້​ຍົກ​ຫລາຍ​ບັນຫາ​ສົມຄວນ ​​ເພື່ອ​ໃຫ້​ກອງ​ປະຊຸມ​ຄົ້ນຄວ້າ​ປຶກສາ​ຫາລື ຮ່ວມ​ກັນ​ເປັນຕົ້ນ 3 ​ເສົ​າຄ້ຳທີ່​ໄດ້​ກຳນົດ​ໃນ​ແຜນ​ພັດທະນາ​ ຂອງ​ຂະ​ແໜງ ອຄ, ​ເຮັດ​ແນວ​ໃດໃຫ້​ເກີດ​ຜົນ​ເປັນ​ຈິງ; ວຽກງານສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ; ວຽກງານ​ການ​ລົງທຶນ​ຂອງ​ລັດ; ວຽກງານ​ຄຸ້ມ​ຄອງການ​ຊ່ວຍ​ເຫລືອ​ ຂອງ​ຕ່າງປະ​ເທດ ​ແລະ ວຽກງານ​ຮ່ວມ​ມື​ເສດ​ຖະກິດການ​ຄ້າ. ສໍາລັບ​ມື້ ສຸດ​ທ້າ​ຍຂອງກອງ​ປະຊຸມ​ຍັງ​ຈະ​ໄດ້​ຮັບ​ກຽດ​ຈາກ ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳແລະ ການຄ້າກໍຈະ​​ໃຫ້ກຽດ​ເຂົ້າຮ່ວມໂອ້ລົມ​ໃນ​ເວລາ​ປິດ​ກອງ​ປະຊຸມ. 

   ໃນວັນທີ 28 ກໍລະກົດ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນກຽດເຂົ້າຮ່ວມໂອ້ລົມ ຕໍ່ກອງປະຊຸມຂອງ ກົມ ຜຮ ແລະ ຖ່າຍຮູບນຳຜູ້ເຂົ້າຮ່ວມທັງໝົດ

IMG-20170728-WA0008

[ພາບ ແລະ ຂ່າວໂດຍ: ຂະແໜງຂ່າວສານ]