ວຽກງານປົກປ້ອງຜູ້ຊົມໃຊ້ ທີ່ແຂວງຫລວງນໍ້າທາ ລະຫວ່າງວັນທີ 27-28 ກໍລະກົດ 2017
By theu vaenvongsod On 3 Aug, 2017 At 04:27 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2017-08-02 at 10.06.11 AM

ໃນລະຫວ່າງວັນທີ 27-28 ກໍລະກົດ 2017, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານປົກປ້ອງຜູ້ຊົມໃຊ້ ເປັນຕົ້ນການຕິດສະຫຼາກສີນຄ້າ ເປັນພາສາລາວ, ວຽກງານການຄຸ້ມຄອງສິນຄ້າ-ລາຄາ, ກວດກາການຄ້າ, ວຽກງານສາຍດ່ວນ 1510 ໂດຍສະເພາະການໂຄສະນາ ໂປສະເຕີ ສາຍດ່ວນ 1510 ແລະ ວຽກງານອື່ນທີ່ກ່ຽວຂ້ອງ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຳສີ ພົມພິທັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຫຼວງນ້ຳທາ ຊຶ່ງມີຜູ້ເຂົ້າຮ່ວມທັງພາກລັດ ແລະ ພາກເອກະຊົນ ໃນນັ້ນມີຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າ ສີ່ ແຂວງພາກເໜືອ ເຊັ່ນ: ແຂວງຜົ໊ງສາລີ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ, ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜົ໊ງສາລີ, ບັນດາຂະແໜງການກ່ຽວຂ້ອງອອ້ມຂ້າງແຂວງຫຼວງນ້ຳທາ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດປະມານ 80 ກວ່າທ່ານ. ການຈັດກອງປະຊຸມເຜີຍແຜ່ ວຽກງານປົກປ້ອງຜູ້ຊົມໃຊ້ຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ຈາກໂຄງການຮ່ວມມື ລາວ-ສະຫະລັດອາເມລິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ ( USAID LUNA II )

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໂຄສະນາເຜີຍແຜ່ວຽກງານຜູ້ປົກປ້ອງຊົມໃຊ້ ໃຫ້ກວ້າງຂວາງແນໃສ່ສ້າງຄວາມຮັບຮູ້ ແລະ ຄວາມເຂັ້ມແຂງໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ຈາກການຊົມໃຊ້ສິນຄ້າ ແລະ ການບໍລິການທີ່ບໍ່ໄດ້ຄຸນນະພາບ ແລະ ມາດຕະຖານຕາມກຳນົດ, ເຜີຍແຜ່ນິຕິກຳ ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ ໃຫ້ບັນດາຫົວໜ້າທຸລະກິດເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ເຜີຍແຜ່ນິຕິກຳ ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ການສະເໜີຊ່ອງທາງການຮ້ອງທຸກ ແລະ ກົນໄກການແກ້ໄຂຄຳຮ້ອງທຸກ ຜ່ານໂທລະສັບສາຍດ່ວຍ 1510.

ໃຫ້ກຽດກວ່າເປີດ ແລະ ກວ່າຈຸດປະສົງຕໍ່ກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ຄຳສີ ພົມພິທັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າຫຼວງນ້ຳທາ, ຈາກນັ້ນ ທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ຈຸດປະ ສົງ ແລະ ຄວາມຈຳເປັນໃນການເຜີຍແຜ່ວຽກງານດັ່ງກ່າວ. ນອກຈາກນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮັບຟັງການບັນຍາຍຂອງຜູ້ຕາງໜ້າ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງສາທາ ລະນະສຸກ ຊຶ່ງຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນ ແລະ ສົນທະນາແລກປ່ຽນບົດຮຽນ ຕໍ່ກອງປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມເຜີຍແຜ່ດັ່ງກ່າວ ມີຄວາມໝາຍຄວາມສຳຄັນຍິ່ງຂຶ້ນ.

ໃນມື້ສຸດທ້າຍຂອງກອງປະຊຸມ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ໃຫ້ກຽດມາໃຫ້ທິດຊີ້ນຳ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ບັນດາພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ບັນດາຂະແໜງການກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບການວາງແຜນຢ່າງເຂັ້ມງວດ ແລະ ປະສານສົມທົບວຽກງານເຊິ່ງກັນ ແລະ ກັນ ໃຫ້ເປັນແບບຕ່ອງໂສ້ ຈຶ່ງສາມາດຮ່ວມກັນຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ໃຫ້ຮັບປະສິດທິຜົນສູງ ຕາມທິດຂອງລັດຖະບານວາງອອກ.

(ພາບ ແລະ ຂ່າວ: ທ. ແສງພອນ, ຮຽບຮຽງໂດຍ: ຂະແໜງຂ່າວສານ)