ນັກຊ່ຽວຊານ ກ່ຽວກັບການຂູດຮີດແຮງງານ ແລະ ການລັກລອບຄ້າຂາຍເດັກນ້ອຍ ຂອງອົງການສະຫະປະຊາຊາດ ພວມຮຽກຮ້ອງໃຫ້ລັດຖະບານລາວ ປັບປຸງຊ່ອຍເຫຼືອດ້ານສະຫວັດດີການ ແກ່ພວກເດັກນ້ອຍ ຜູ້ທີ່ໄດ້ຮັບເຄາະທັງຫຼາຍ ທັງໃຫ້ເພີ່ມການຮ່ວມມືຫຼາຍຂຶ້ນໃນຂົງເຂດ ເພື່ອຮັບມືກັບການຄ້າມະນຸດ. ນັກຂ່າວຂອງວີໂອເອ ຣອນຄໍເບັນ ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງວັນນະສອນ ຈະມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານນາງ ໂມດ ເດີ ໂບເອີ-ບູຄິກອີໂອ ນັກຂ່າວພິເສດ ຂອງອົງການສະຫະປະຊາຊາດກ່ຽວກັບການຄ້າຂາຍ ແລະ ການຂູດຮີດທາງເພດພວກເດັກນ້ອຍ ໄດ້ຮຽກຮ້ອງ ພາຍຫຼັງການຢ້ຽມຢາມຢ່າງເປັນທາງການ ໃນຂະນະທີ່ລັດຖະບານລາວ ເອົາບາດກ້າວທາງກົດໝາຍ ແລະ ທຳການເຜີຍແຜ່ ເພື່ອຮັບມືກັບການປະຕິບັດຜິດ ຕໍ່ພວກເດັກນ້ອຍ ແລະ ການຄ້າຂາຍມະນຸດ.
ທ່ານນາງ ເດີ ໂບເອີ-ບູຄິກອີໂອ ສະໜັບສະໜູນບາດກ້າວຕ່າງໆ ຂອງກະຊວງແຮງງານ ແລະ ປະຊາສົງເຄາະ ດ້ວຍການອູ້ມຊູ ຂອງກອງທຶນເພື່ອພວກເດັກນ້ອຍ ຂອງສະຫະປະຊາຊາດ ຫຼື ຢູນີເຊບ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼື ເອັນຈີໂອ ເພື່ອສ້າງຕາໜ່າງປົກປ້ອງຄຸ້ມຄອງພວກເດັກນ້ອຍຢູ່ໃນໝູ່ບ້ານ ແລະ ຫົວເມືອງຕ່າງໆ. ແຕ່ທ່ານນາງກ່າວວ່າ ທັງນີ້ແມ່ນຍັງມີຢູ່ຢ່າງກະຈັດກະຈາຍ ທັງເປັນແບບອາສາສະໝັກຢູ່.
ທ່ານນາງໄດ້ຮຽກຮ້ອງ ໃຫ້ມີ “ຄວາມພະຍາຍາມເພີ່ມຂຶ້ນຕື່ມ” ໃນການມອງເຫັນບັນຫາ ແລະ ການປ້ອງກັນບັນຫາລະດັບສູງຂຶ້ນໄປຕື່ມ ໃນດ້ານການຂູດຮີດທາງເພດພວກຍິງສາວ ແລະ ຂູດຮີດແຮງງານເດັກນ້ອຍຜູ້ຊາຍ.
ທ່ານນາງ ເດີ ໂບເອີ-ບູຄິກອີໂອ ໄດ້ເວົ້າສູ່ວີໂອເອຟັງວ່າ “ອີງຕາມການສຳພາດຂອງຂ້າພະເຈົ້າ ກັບພວກເຄາະຮ້າຍ ແລະ ກຸ່ມປົກປ້ອງພວກເດັກນ້ອຍ ແລະ ພວກທີ່ມີຫຼັກຖານທັງຫຼາຍແລ້ວ ຂ້າພະເຈົ້າສາມາດເວົ້າໄດ້ວ່າ ມັນຍັງມີບັນຫາຫຼາຍຢູ່ ໃນທຸກໆພາກສ່ວນຂອງການຄ້າມະນຸດ.”
ສປປ ລາວ ຍັງຖືກຈັດຢູ່ໃນບັນຊີ ຂອງກຸ່ມທີ 2 ຂອງການສິ້ງຊອມເບິ່ງ ໂດຍສະຫະລັດທີ່ເຝົ້າກວດກາ ແລະ ຮັບມືກັບການຄ້າມະນຸດ ໃນທາງສ່ວນຕົວ ແລະ ໃນເວລາທີ່ຍັງບໍ່ຜ່ານລະບຽບການມາດຕະຖານຂັ້ນຕໍ່າສຸດ ໃນການກຳຈັດການຄ້າມະນຸດຢູ່ນີ້ ຈຶ່ງຕ້ອງໄດ້ໃຊ້ “ຄວາມພະຍາຍາມຢ່າງແຂງຂັນ” ເພື່ອແກ້ໄຂບັນຫາດັ່ງກ່າວ.
ລັດຖະບານ ລາວ ບໍ່ໄດ້ໃຫ້ຄວາມຄິດເຫັນໃດໆ ກ່ຽວກັບເລື່ອງນີ້, ແຕ່ວ່າ ຫ້ອງການການຄ້າມະນຸດທີ່ກຳກັບດ້ວຍຕົວ ຂອງສະຫະລັດ ປີ 2017 ໄດ້ລາຍງານເນັ້ນໃສ່“ຄວາມພະຍາຍາມທີ່ພໍສົມຄວນ ຂອງກົດໝາຍຂອງປະເທດ,” ການຮັບຜ່ານ ຂອງກົດໝາຍຕໍ່ຕ້ານການຄ້າມະນຸດໃນປີ 2015 ແລະການຈັບກຸມ ແລະ ການຕັດສິນລົງໂທດພວກຄ້າຂາຍມະນຸດຫຼາຍຄົນ.
ລາຍງານນັ້ນເວົ້າວ່າ ສປປ ລາວ ເອົາໃຈໃສ່ “ການປ້ອງກັນ” ໂດຍສົ່ງເສີມໃຫ້ມີຄວາມຮູ້ ກ່ຽວກັບໂຄງການຕໍ່ຕ້ານການຄ້າມະນຸດມະນຸດ ຜ່ານທາງສື່ມວນຊົນຂອງລັດຖະບານ ແລະ ຕິດຕໍ່ກັບບັນດາຜູ້ນຳໃນລະດັບແຂວງ ແລະ ສະມາຊິກປະຊາຄົມເຂດທ້ອງຖິ່ນນຳ ກ່ຽວກັບໄພອັນຕະລາຍຂອງການຄ້າມະນຸດ.
ທ່ານນາງ ເດີ ໂບເອີ-ບູຄິກອີໂອ ກ່າວວ່າ ການເຊື້ອເຊີນໃຫ້ທ່ານນາງໄປຢ້ຽມຢາມລາວ ແລະ ສືບສວນນີ້ ສະແດງໃຫ້ເຫັນ “ສັນຍານຂອງຄວາມຕ້ອງການທີ່ຈະເປີດກ້ວາງ ແລະ ພັດທະນາສາຍພົວພັນ ກັບປະຊາຄົມນາໆຊາດ. ທ່ານນາງກ່າວວ່າ “ຂ້າພະເຈົ້າ ເຫັນວ່າ ມັນເປັນບາດກ້າວໃນທາງສ້າງສັນຢ່າງໃຫຽ່.”
ພວກທີ່ເປັນປາກເປັນສຽງສຳລັບສິດທິ ຂອງພວກເດັກນ້ອຍ ກ່າວວ່າ: ສປປ ລາວ ແມ່ນແຫຼ່ງທີ່ສຳຄັນຂອງການຄ້າມະນຸດ ໂດຍສະເພາະ ການນຳສົ່ງພວກເດັກນ້ອຍເຂົ້າໄປຍັງປະເທດເພື່ອນບ້ານ ໃນປະເທດໄທ ເພື່ອເຮັດວຽກໃນຮ້ານອາຫານ ຕາມບາຂາຍເຫຼົ້າຕ່າງໆ ແລະ ອຸດສາຫະກຳຂອງການຄ້າປະເວນີ.
ແຕ່ ທ່ານນາງ ເດີ ໂບເອີ-ບູຄິກອີໂອ ກ່າວວ່າ: ການສືບສວນຂອງທ່ານນາງຍັງໄດ້ເນັ້ນໃສ່ການປະຕິບັດຜິດ ຕໍ່ພວກເດັກນ້ອຍ ຜ່ານຂະບວນການຄ້າມະນຸດພາຍໃນສປປ ລາວ, ການຂູດຮີດທາງເພດ “ໃນຫົວເມືອງໃຫຍ່ທັງຫຼາຍ” ແລະ ໃນເຂດເສດຖະກິດພິເສດ ໃນທົ່ວປະເທດ.
ເຂດເສດຖະກິດພິເສດ ດຶງດູດເອົາການລົງທຶນຕ່າງປະເທດເຂົ້າໄປ ໂດຍສະເພາະຈາກບັນດານັກທຸລະກິດຊາວຈີນ ໃນເຂດຊາຍແດນທີ່ຕິດກັບປະເທດຈີນ ທີ່ຮູ້ກັນດີວ່າເປັນແຫຼ່ງກາຊີໂນ, ການຟອກເງິນ, ການຄ້າປະເວນີ ແລະ ການພະນັນອື່ນໆ.
ທ່ານນາງ ໄດ້ກ່າວອີກວ່າ ພວກເດັກນ້ອຍ ຍັງໄດ້ກາຍເປັນແຫຼ່ງທີ່ມາຂອງຄຳວ່າ ເຈົ້າສາວເດັກນ້ອຍ ສຳລັບພວກນັກທຸລະກິດຊາວຈີນ ຢູ່ໃນລາວ.
ທ່ານນາງ ເດີ ໂບເອີ-ບູຄິກອີໂອ ກ່າວວ່າ “ເມື່ອເວົ້າເຖິງຂະບວນການຄ້າມະນຸດຂ້າມຊາຍແດນແລ້ວ ມັນກໍກ່ຽວພັນກັບການບັງຄັບໃຫ້ແຕ່ງງານຫຼາຍກໍລະນີ, ດ້ວຍການຮັບຮູ້ຂອງຄອບຄົວ ຫຼື ບໍ່ກໍຕາມ ໂດຍສະເພາະໃນຈຳພວກນັກທຸລະກິດ, ພວກນັກທຸລະກິດຊາວຈີນ ໂດຍສະເພາະຢູ່ທາງພາກເໜືອຂອງປະເທດ,” ສປປ ລາວ ຍັງຖືກຈັດຢູ່ໃນລາຍຊື່ ຂອງບັນດາປະເທດທີ່ທຸກຍາກທີ່ສຸດ ໃນເຂດເອເຊຍອາຄະເນ ໂດຍທີ່ພວກໜຸ່ມນ້ອຍແມ່ນມີພາລະໜ້າທີ່ຕ້ອງໄດ້ລ້ຽງຄອບຄົວ ດ້ວຍການເຮັດວຽກ ຫຼືບໍ່ ກໍແຕ່ງງານໄປ ເພື່ອແລກກັບຄ່າດອງ.
ທ່ານນາງ ເດີ ໂບເອີ-ບູຄິກອີໂອ ກ່າວວ່າ: ເດັກນ້ອຍທີ່ຍັງມີອາຍຸຕ່ຳ ພຽງແຕ່ 11 ປີກໍຕົກໄປເປັນຜູ້ເຄາະຮ້າຍ ເປັນເຫຽື່ອຂອງພວກຄ້າຂາຍມະນຸດ ແລະ ເປັນເຈົ້າສາວເດັກ ຊຶ່ງເຮັດໃຫ້ພວກເຄາະຮ້າຍນີ້ ຍິ່ງມີອາຍຸຕ່ຳລົງໄປອີກ ຈາກປີທີ່ຜ່ານມາ.
ທ່ານນາງກ່າວວ່າ: “ປັດຈຸບັນນີ້ ແມ່ນແຮງມີພວກອາຍຸຕ່ຳກວ່ານັ້ນອີກ. ເຖິງແມ່ນວ່າມັນຈະມີການຄ້າມະນຸດຂ້າມຜ່ານຊາຍແດນໜ້ອຍລົງ ແຕ່ພວກເຄາະຮ້າຍກໍແມ່ນມີອາຍຸຕ່ຳຫຼາຍກວ່າທີ່ເຄີຍເປັນມາ ຊຶ່ງມັນເປັນແນວໂນ້ມທີ່ໜັກໃຈຫຼາຍ,” ກະຊວງການຕ່າງປະເທດຂອງສະຫະລັດ ລາຍງານໃນແບບບຸກຄົນ ນັ້ນເຕືອນວ່າ“ການຄ້າປະເວນີກັບພວກນັກທ່ອງທ່ຽວ” ຈາກສະຫະລາດຊະອານາຈັກອັງກິດ, ອອສເຕຣເລຍ ແລະ ສະຫະລັດ ແມ່ນເຂົ້າໄປຍັງສປປ ລາວ ເພື່ອແນໃສ່ພວກເດັກນ້ອຍເຫຼົ່ານັ້ນ.
ຂະບວນການຄ້າມະນຸດ ຈາກລາວ ແມ່ນສ່ວນໃຫຍ່ແນໃສ່ປະເທດເພື່ອນບ້ານ ຄື:ປະເທດໄທ ຍ້ອນການມີປະເພນີເຊື່ອມໂຍງກັນ ລະຫວ່າງສອງປະເທດນີ້.
ປະເທດໄທ ແລະ ສປປ ລາວ ໄດ້ຊອກຫາຊ່ອງທາງແກ້ໄຂບັນຫານີ້ ໂດຍຜ່ານການຕົກລົງສອງຝ່າຍ ແລະ ບົດບັນທຶກຄວາມເຂົ້າໃຈກັນ. ແຕ່ທ່ານນາງ ເດີ ໂບເອີ-ບູຄິກຊິໂອ ກ່າວວ່າ ມາດຕະການເຫຼົ່ານີ້ ຍັງບໍ່ເປັນການພຽງພໍ.
ຄວາມເຫັນຂອງທ່ານນາງ ເດີ ໂບເອີ-ບູຄິກຊິໂອກໍຄື “ກົດໝາຍການຄ້າມະນຸດ ໄດ້ມີການຮັບຮອງຜ່ານມາແລ້ວ. ມັນມີບົດບັນທຶກຄວາມເຂົ້າໃຈກັນ ແຕ່ການຈັດຕັ້ງປະຕິບັດກົດໝາຍ ແລະ ການປ້ອງກັນແບບມີປະສິດທິຜົນ ແລະ ການໃຫ້ຄວາມຊ່ອຍເຫຼືອໂດຍສະເພາະແມ່ນຍັງບໍ່ພຽງພໍ.”
ທ່ານນາງ ກ່າວອີກວ່າ ພວກເດັກນ້ອຍທີ່ຄາດວ່າ ຈະເຮັດວຽກໃນຮ້ານອາຫານ ຫຼື ໃນບ້ານເຮືອນ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນບໍ່ໄດ້ຄຳນຶງເຖິງບັນຫາທີ່ຈະເກີດຂຶ້ນໃນຕໍ່ໜ້າ ເວລາໃດທີ່ເຂົາເຈົ້າໄດ້ຂ້າມເຂົ້າໄປໃນປະເທດໄທແລ້ວ.
ທ່ານນາງ ກ່າວວ່າ “ພວກຄ້າຂາຍມະນຸດ ຮູ້ດີ ເຖິງຄວາມຫຼໍ່ແຫຼມ ຂອງພວກເດັກນ້ອຍ ໃນທາງທີ່ວ່າ ພວກເຂົາເຈົ້າບໍ່ຮູ້ກົດລະບຽບຕ່າງໆ ໃນການຂ້າມຊາຍແດນ ແລະ ພວກເຂົາເຈົ້າ ກໍບໍ່ຈຳເປັນຕ້ອງໄດ້ໄປເຮັດບັດປະຈຳຕົວ ເຖິງຈຸດນີ້ແລ້ວ ມັນກໍເປັນການງ່າຍທີ່ສຸດ ທີ່ວ່າ ພວກເດັກນ້ອຍທັງຫຼາຍຈະຕົກເປັນເຫຍື່ອ ຂອງພວກຄ້າຂາຍມະນຸດ ເປັນເຫຍື່ອທີ່ງ່າຍໆ ແລະ ງ່າຍຫຼາຍ.” ຢູ່ໃນປະເທດໄທ ບັນດາເຈົ້າໜ້າທີ່ ກັກຂັງພວກເຂົ້າເມືອງ ຜິດກົດໝາຍ ຊຶ່ງລວມທັງພວກເດັກນ້ອຍນຳໃນລະຫວ່າງການກວດຄົ້ນຕາມຮ້ານອາຫານ,ໂຮງໂສເພນີຕ່າງໆ ໂດຍຈະກັກຂັງພວກເຂົາເຈົ້າໄວ້ ຢູ່ບ່ອນຄຸມຂັງພວກຄົນເຂົ້າເມືອງ ກ່ອນທີ່ຈະສົ່ງກັບຄືນໄປລາວ.
ທ່ານນາງ ເດີ ໂບເອີ-ບູຄິກຊີໂອ ໄດ້ກ່າວວ່າ ໂຄງການສົ່ງກັບຄືນປະເທດແມ່ນບໍ່ພຽງພໍໃນການປົກປ້ອງ ແລະ ຊ່ອຍເຫຼືອພວກເດັກນ້ອຍ.
ທ່ານນາງກ່າວວ່າ “ເມື່ອເວົ້າເຖິງ ການສົ່ງກັບຄືນປະເທດ ຊຶ່ງມັນເກີດຂຶ້ນແທ້, ແຕ່ມັນກໍມີຊ່ອງຫວ່າງ ທີ່ໃຫຍ່ແທ້ໆ ໃນການໃຫ້ການຊ່ອຍເຫຼືອ ເວລາພວກເຂົາເຈົ້າກັບຄືນໄປ ສປປ ລາວ ແລ້ວ ຍ້ອນວ່າ ອີກຄັ້ງນີ້ ພວກເດັກນ້ອຍເຫຼົ່ານີ້ ບໍ່ຮູ້ວ່າ ຈະໄປຫາຜູ້ໃດ ພວກເຂົາເຈົ້າບໍ່ຮູ້ເຖິງສິດທິຂອງຕົນ ບາງຄັ້ງ ມັນກໍມີການສໍ້ລາດບັງຫຼວງຕາມຊາຍແດນ ສະນັ້ນການກັບຄືນໄປລວມຕົວກັບຄອບຄົວ ຂອງພວກເຂົາເຈົ້າ ກໍແມ່ນມີບັນຫາໜັກຫຼາຍ.”
ການເຈລະຈາກັນສອງຝ່າຍ ກັບປະເທດໄທ ກ່ຽວກັບການຄ້າມະນຸດ ໃນເດືອນກໍລະກົດຜ່ານມາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ຄໍາຂານ ພິນສະຫວັນ ໄດ້ປະຕິຍານວ່າ ຈະຕິດຕາມພວກເຄາະຮ້າຍທີ່ຖືກສົ່ງກັບຄືນໄປລາວ ເພື່ອຊ່ອຍເຫຼືອພວກເຂົາເຈົ້າ ກັບໄປໃຊ້ຊີວິດ ແບບປົກກະຕິໃນສັງຄົມ ແລະ ກັບຄືນໄປຢູ່ກິນກັບຄອບຄົວຂອງພວກເຂົາ.
[ແຫຼ່ງຂ່າວ: VOA]
[ຮຽບຮຽງໂດຍ: ນາງ ຖື]