ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ເຜີຍແຜ່ເອກະສານຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ – ກໍາປູເຈຍ
By theu vaenvongsod On 8 May, 2018 At 03:10 PM | Categorized As ຂ່າວພາຍໃນ | With 0 Comments

IMG_9911

        ການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2018 ນີ້ຢູ່ທີ່ຫ້ອງປະຊຸມພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໂດຍມີບັນດາຫົວໜ້າຂະແໜງການ, ສະມາຊິກພັກ – ພະນັກງານລັດຖະກອນທົ່ວພະແນກເຂົ້າຮ່ວມ.
      ໃນໂອກາດນີ້ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຜ່ານເອກະສານກ່ຽວກັບຄວາມເປັນຈິງຈຸດຄົງຄ້າງເສັ້ນຊາຍແດນ ລາວ – ກໍາປູເຈຍ ເຊິ່ງໃນຄວາມເປັນຈິງແລ້ວປະເທດລາວ ແລະ ກຳປູ ເຈຍເປັນປະເທດບ້ານໃກ້ເຮືອນຄຽງທີ່ເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ບູຮານນະການ ທັງສອງຊາດລ້ວນແຕ່ມີພາສາປາກເວົ້າ, ມີຕົວໜັງສືຂຽນ, ມີຮີດຄອງປະເພນີ, ມີປະຫວັດສາດ ແລະ ວັດທະນະທຳອັນເກົ່າແກ່ທີ່ເປັນເອກະລັກຂອງໃຜລາວ, ບັນພະບູລຸດລາວ ແລະ ກຳປູເຈຍ ໃນຫລາຍຍຸກຫລາຍສະໄໝຕ່າງກໍ່ມີຄວາມຜູກພັນຮັກແພງກັນ ເປັນແກ່ວດອງກັນ ໂດຍມີການຈາລຶກໄວ້ໃນໜ້າປະຫວັດສາດນັບແຕ່ຍຸກພະເຈົ້າຟ້າງຸ່ມເປັນຕົ້ນມາ ແຕ່ເຖິງຢ່າງໃດກໍ່ຕາມເມື່ອສະພາບການໄດ້ຜັນແປໄປຢ່າງບໍ່ມີຜົນດີໃຫ້ແກ່ສາຍພົວພັນສຳລັບທັງສອງຝ່າຍ ທາງລາວຈິ່ງໄດ້ຈັດຕັ້ງຄະນະວິຊາການດຳເນີນຄົ້ນຄວ້າວິໄຈຫາສາຍເຫດຄວາມເປັນຈິງທາງດ້ານປະຫວັດສາດ ຂອງການແບ່ງເຂດຊາຍແດນລະຫວ່າງ ລາວ – ກໍາປູເຈຍ ແລະ ສະເໜີບາງວິທີແກ້ໄຂເພື່ອເຮັດໃຫ້ປະຊາຊົນລາວກໍ່ຄືສາກົນມີຄວາມເຂົ້າໃຈທີ່ຖືກຕ້ອງຮັບຮູ້ເຖິງສາຍເຫດຂອງບັນຫາທີ່ເກີດຂຶ້ນແນໃສ່ສ້າງເຂດຊາຍແດນໃຫ້ເປັນຊາຍແດນແຫ່ງສັນ ຕິພາບ, ມິດຕະພາບ ແລະ ການຮ່ວມມື.

IMG_9918

             ສຳລັບເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ປະກອບມີ 3 ພາກຄື: ພາກທີ 1 ແມ່ນເວົ້າເຖິງຄວາມເປັນມາທາງດ້ານປະຫວັດສາດແຫ່ງການພົວພັນລະຫວ່າງ ລາວ ແລະ ກຳປູເຈຍ, ພາກທີ 2 ແມ່ນເວົ້າເຖິງການຕົກລົງລະຫວ່າງສອງປະເທດໃນການສຳຫລວດປັກຫລັກໝາຍຊາຍແດນ, ສ່ວນພາກທີ 3 ແມ່ນວິທີທາງແກ້ໄຂທີ່ສົມເຫດສົມຜົນ. ທັງນີ້ກໍ່ເພື່ອແນໃສເຮັດໃຫ້ຖັນແຖວສະມາຊິກພັກ – ພະນັກງານການນຳໃນຂົງເຂດພະແນກອຸດສາຫະກຳ ແລະ ການຄ້າໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ບັນຫາເຫດການຕ່າງໆ ທີ່ເກີດຂຶ້ນຢູ່ເຂດຊາຍແດນລະຫວ່າງສອງປະເທດ ໂດຍສະເພາະກໍ່ຄືການແກ້ໄຂບັນຫາຊາຍແດນດ້ວຍສັນຕິວິທີແມ່ນທາງອອກທີ່ດີ ທີ່ທາງລັດຖະບານ ແລະ ປະຊາຊົນສອງຊາດ ຄວນໃຫ້ຄວາມສຳຄັນ, ຄວນເອົາໃຈໃສ່ຢ່າງຕັ້ງໜ້າໂດຍອີງໃສ່ຫລັກການແຫ່ງມູນເຊື້ອມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີອັນແໜ້ນແຟ້ນຖານປະເທດບ້ານໃກ້ເຮືອນຄຽງທີ່ມີມາຫລາຍເຊັ່ນຄົນແລ້ວນັ້ນ ແລະ ກໍ່ຕ້ອງໃຫ້ສອດຄ່ອງກັບບັນດາຫລັກການແຫ່ງກົດໝາຍສາກົນ.

IMG_9922

[ຂ່າວ : ມະນີວັນ]
[ຮຽບຮຽງ: ນ ຖື]