ຄຳມ່ວນ ຜ່ານຮ່າງປຶ້ມຄູ່ມືແນະນຳການສົ່ງອອກເຂົ້າໄປຈຳໜ່າຍຢູ່ຕ່າງປະເທດ
By theu vaenvongsod On 8 May, 2018 At 04:15 PM | Categorized As ຂ່າວພາຍໃນ | With 0 Comments

[000036]

      ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນຈັດເຜີຍແຜ່ຜ່ານຮ່າງປຶ້ມຄູມືແນະນຳການສົ່ງອອກເຂົ້າໄປຈຳໜ່າຍຢູ່ຕ່າງປະເທດ ໂດຍສະເພາະກໍລະນີສົ່ງອອກເຂົ້າ ໄປຈຳໜ່າຍຢູ່ ສປ ຈີນ, ສສ ຫວຽນາມ ແລະ ສະຫະພາບເອີຣົບ. ພິທີໄດ້ຈັດຢູ່ທີ່ຫ້ອງປະຊຸມສູນຝຶກວິຊາຊີບແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໄຊສົມເພັດ ນໍລະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ມີທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ຕະຫລອດເຖິງຜູ້ປະກອບການກຸ່ມໂຮງສີເຂົ້າ ແລະ ກຸ່ມຊາວນາທີ່ກ່ຽວຂ້ອງເຂົ້າຮ່ວມ.

      ໃນພິທີບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ກຳນົດກ່ຽວກັບລະບຽບ ແລະ ຂັ້ນຕອນ,​ ຮ່າງປຶ້ມຄູ່ມືແນະນໍາການສົ່ງອອກເຂົ້າໄປຈຳໜ່າຍຢູ່ຕ່າງປະເທດ ເປັນຕົ້ນກໍ່ແມ່ນສະພາບລວມການກະກຽມຄວາມພ້ອມກ່ອນຈົດທະບຽນເປັນຜູ້ສົ່ງອອກເຂົ້າ, ຂັ້ນຕອນການຊື້ – ຂາຍເຂົ້າ ( ເງື່ອນໄຂທີ່ຈຳເປັນຕ້ອງຮູ້ ),​ ລະບຽບ ແລະ ວິທີການປະຕິບັດກ່ຽວກັບການສົ່ງອອກເຂົ້າໄປຈຳໜ່າຍຢູ່ຕ່າງປະເທດກໍລະນີສົ່ງອອກເຂົ້າໄປຈຳໜ່າຍຢູ່ ສປ ຈີນ, ສສ ຫວຽດນາມ ແລະ ສະຫະພາບເອີຣົບ. ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ໃນຮ່າງປຶ້ມຄູມືດັ່ງກ່າວ ເພື່ອຄວາມເປັນເອກະພາບ ແລະ ສົມບູນໃນການຈັດຕັ້ງປະຕິບັດ. ທັງນີ້ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ບໍ່ວ່າຈະເປັນບຸກຄະລາກອນ, ເງິນທຶນ, ສະຖານທີ່ອຸປະກອນຕະຫລອດຮອດວິທີການດຳເນີນງານ ເພື່ອຄວາມສຳເລັດຂອງທຸລະກິດ. ວຽກງານສົ່ງເສີມການຄ້າເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ແລະ ມີບົດບາດຕໍ່ການພັດທະນາເສດຖະກິດ – ສັງຄົມ ໂດຍສະເພາະແມ່ນການສົ່ງເສີມການຜະລິດເປັນສິນຄ້າ ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍໄດ້ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍ່ຄືການສ້າງປະຖົມປັດໄຈໃຫ້ແກ່ການຫັນອຸດສາຫະກຳ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ເຮັດໃຫ້ເສດຖະກິດຂອງປະເທດກໍ່ຄືຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະເພາະແຂວງຄຳມ່ວນໃນປີ 2017 ແມ່ນສາມາດສົ່ງເຂົ້າໄປ ສສ ຫວຽດນາມ :​ ໃນນີ້ປະເພດເຂົ້້າສານໜຽວ 3.925,87 ໂຕນ, ມູນຄ່າ 28.866,67 ໂດລາສະຫະລັດ,​ ເຂົ້າເປຶອກ 20.844,33 ໂຕນ, ມູນຄ່າ 53.157 ໂດລາສະຫະລັດ ແລະ ສົ່ງໄປສະຫະພາບເອີຣົບເຂົ້າສານ ໜຽວ 43 ໂຕນ, ມູນຄ່າ 8.600 ໂດລາສະຫະລັດ ແລະ ເຂົ້າສານຈ້າວ 63 ໂຕນ, ມູນຄ່າ 14.700 ໂດລາສະຫະລັດ. ສະເພາະ 3 ເດືອນຕົ້ນປີ 2018 : ສົ່ງໄປສະຫະພາບເອີຣົບເຂົ້າສານຈ້າວ ແລະ ເຂົ້າສານໜຽວ 42.5 ໂຕນ,​ ມູນຄ່າ 7.650 ໂດລາສະຫະລັດ.

[ຂ່າວ : ມະນີວັນ]

[ຮຽບ​ຮຽງ​ໂດຍ: ນ ຖື]