ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສ. ໂບລີວາຮຽນ ເວເນຊູເອລາ ປະຈໍາ ສ ປປ ລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 21 May, 2018 At 10:17 AM | Categorized As ຂ່າວສຳຄັນ | With 0 Comments

1

    ຕອນເຊົ້າໃນເວລາ 10: 30 ນາທີ ຂອງວັນທີ 18 ພຶດສະພາ 2018 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ   ອຸດສາຫະກໍາ ແລະ ການຄ້າ ໄດ້ມີການພົບປະ ທ່ານ ນາງ ເຂັມມະນີ ພົນເສນາ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ Jorge Rondon Uzcategui ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສ. ໂບລີວາຮຽນ ເວເນຊູເອລາ ປະຈໍາ ສ ປປ ລາວ ຄົນໃໝ່ ເນື່ອງໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເອກອັກຄະລັດຖະທູດຄົນໃໝ່ ປະຈໍາ ສປປ ລາວ,  ຊຶ່ງມີສໍານັກງານ ສະຖານທູດຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ. ການເຂົ້າຢ້ຽມພົບປະຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 7 ​ທ່ານ.

    ໃນໂອກາດນີ້ ສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ດ້ານການຄ້າ, ການຮ່ວມມື, ການລົງທຶນ ແລະ ການຊ່ວຍເຫຼືອບັນດາໂຄງການອື່ນທີ່ຜ່ານມາ, ນອກນັ້ນຍັງໄດ້ປຶກສາຫາລືກັນ ໃນວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນຟື້ນຖານໂຄງລ່າງໃຫ້ແກ່ລາວ.

    ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍີນດີຕ້ອນຮັບ ແລະ ການໃຫ້ຄວາມຮ່ວມມືເປັນຢ່າງດີກັບ ທ່ານ ເອກອັກຄະລັດຖະທູດປະຈໍາ ສປປ ລາວ ຄົນໃໝ່ ແລະ ກໍ່ສະແດງຄວາມຂອບໃຈ ມາຍັງທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດ.

                                                                                                                      ຂ່າວໂດຍ: ໄພຄໍາອີ ວິໄລຄໍາ