ສະຖິຕິອຸດສາຫະກຳ ແລະ ຫັດຖະກຳ ກຳລັງໄດ້ຮັບການປັບປຸງ
By sonsathit rasavong On 30 May, 2018 At 03:09 PM | Categorized As ຂ່າວສຳຄັນ | With 0 Comments

            ໃນວັນທີ 28 ພຶດສະພາ 2018 ຢູ່ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ,  ທ່ານ ພັນທອງ ພິດທຸມມາ , ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ພົບປະກັບທ່ານ ນາງ ດົງໂກ ຮອງຫົວໜ້າພະແນກສະຖິຕິ ອົງການຢູນີໂດ, ພ້ອມດ້ວຍຊ່ຽວຊານປະຈໍາໂຄງການ ທ່ານ  ອິດທິໄຊ ຍົດຊິຣິ, ຮອງຫົວໜ້າສໍານັກງານສະຖິຕິເສດຖະກິດອຸດສາຫະກຳ, ກະຊວງອຸດສາຫະກຳ ຂອງປະເທດໄທ.

WhatsApp Image 2018-05-30 at 14.20.46

           ໃນວາລະພົບປະຄັ້ງນີ້ ຊ່ຽວຊານປະຈຳໂຄງການ ໄດ້ລາຍງານຜົນສໍາເລັດໃນການປັບປຸງລະບົບສະຖິຕິອຸດສາຫະ ກຳປຸງແຕ່ງ ແລະ ຫັດຖະກຳ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 3 ປີຜ່ານມາ ​ແລະ ທ່ານ ພັນທອງ ພິດທຸມມາ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການຢູນີໂດ ທີ່ມາຊ່ວຍໃນການປັບປຸງລະບົບສະຖິຕິອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຂອງ ສປປ ລາວ ​ແລະ ​ໄດ້ສະແດງການສະໜັບສະໜູນ ໃນການສືບຕໍ່ໂຄງການດັ່ງກ່າວ ໄລຍະທີ 2​.

ຂໍ້ມູນໂດຍ: ກົມອຸດສາຫະກໍາ ແລະ ຫັດຖະກໍາ.

ຮຽບຮຽງໂດຍ: ພູຄໍາ ຫລວງສຸພົນ