ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ບຣູໄນ ຢ້ຽມຢາມພົບປະກັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 6 Jun, 2018 At 08:09 AM | Categorized As ຂ່າວສຳຄັນ | With 0 Comments

 

1

        ໃນຕອນບ່າຍ ເວລາ 13: 30 ນາທີ  ຂອງວັນທີ 4 ມິຖຸນາ  2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ນາງ ເຂັມມະນີ ພົນເສນາ  ລັດຖະມົນຕີ​ ກະ​ຊວງ​ ອຄ ໄດ້​ຕ້ອນຮັບ​​ການເຂົ້າພົບປະ​ ​  ຂອງ H.E. Mr. Dato Erywan Pehin Yusos, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ບຣູໄນ ພ້ອມດ້ວຍຄະນະ; ໃນການເດີນທາງ ແລະ ພົບປະຄັ້ງນີ້ ເພື່ອມາແຈ້ງເຂົ້າຮ່ວມກອງປະຊຸມ JC (ກອງປະຊຸມຄະນະກໍາມະທິການຮ່ວມມື ລາວ-ບຣູໄນ ຄັ້ງທີ II ) ທີ່ ແຂວງຫຼວງພະບາງ ລະຫວ່າງ ວັນທີ 5-7/6/2018  ລະຫວ່າງ ສປປ ລາວ – ບຣູໄນ ;​ ໂດຍມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 10 ກວ່າທ່ານ.

     ການ​ເຂົ້າຢ້ຽມ​ພົບປະໃນ​ຄັ້ງນີ້ ຍັງໄດ້ຍົກບັນຫາປຶກສາຫາລື ກ່ຽວກັບຂີດໝາຍອັນສໍາຄັນຂອງສອງຝ່າຍໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນໄລຍະຜ່ານມາ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ຂອງ ສປປ ລາວ ກັບ ບຣູໄນ ນອກຈາກນີ້ທັງສອງຝ່າຍຍັງໄດ້ຍົກໃຫ້ເຫັນ ການເສີມສ້າງສາຍພົວພັນທີ່ດີໃນໄລຍະຜ່ານມາ ສົ່ງເສີມການເພີ່ມຜະລິດຕະພາບ ໃນຂົງເຂດພາກລັດ ແລະ ພາກທຸລະກິດ  ລະຫວ່າງ ສປປ ລາວ-ບຣູໄນ ໃຫ້ມີສິນຄ້າການນໍາເຂົ້າ  ແລະ ສົ່ງອອກຫຼາຍຂຶ້ນ;

    ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີຕ້ອນຮັບ ແລະ ການໃຫ້ຄວາມຮ່ວມມືເປັນຢ່າງດີ ຂອງ H.E. Mr. Dato Erywan Pehin Yusos, ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ບຣູໄນ ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບທີ່ດີຕໍ່ກັນ.

                                                                                                                      ຂ່າວໂດຍ: ໄພຄໍາອີ ວິໄລຄໍາ