ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ
By theu vaenvongsod On 18 Jun, 2018 At 01:39 PM | Categorized As ຂ່າວສຳຄັນ | With 0 Comments

minister working at Luangprabang

  ໃນລະຫວ່າງ ວັນທີ 11 ຫາ 16 ມິຖຸນາ 2018 ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະ ໄປເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ການຜະລິດ ຢູ່ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳຂອງສອງແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ພາກສ່ວນ ທີ່ກ່ຽວຂ້ອງພາຍໃນແຂວງດັ່ງກ່າວ.

Minister with delegate in Lunagprabang
      ການໄປເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີ ໄດ້ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ເມືອງ ຂອງທັງສອງແຂວງ. ກ່ອນອື່ນ ແມ່ນໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າຂອງແຂວງ ຈາກການນຳຂອງ ພະແນກອຸດສາຫະກຳ ແລະ ການຄ້າ ທັງສອງແຂວງ ເຊິ່ງເຫັນວ່າ: ທັງສອງແຂວງ  ສາມາດຮັບປະກັນການປະຕິບັດໜ້າທີ່ທາງດ້ານວິຊາສະເພາະ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍ່ຄືຂອງແຂວງ ເຮັດໃຫ້ພາຍໃນແຂວງມີໃບໜ້າ-ໃບຕາອັນໃໝ່ຫຼາຍດ້ານ. ຫຼັງຈາກນັ້ນ, ທ່ານລັດຖະມົນຕີ ໄດ້ສະເໜີໃຫ້ບັນດາທ່ານຫົວໜ້າຫ້ອງການ ອຄ ເມືອງ ມີຄຳເຫັນ ຫຼື ຂໍ້ສະເໜີ ທີ່ຕ້ອງການໃຫ້ກະຊວງ ກໍ່ຄືບັນດາກົມ ແລະ ຈາກນັ້ນ ກໍ່ເປີດໂອກາດໃຫ້ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ກໍ່ຄື ຜູ້ຕາງໜ້າຈາກບັນດາກົມ ທີ່ເຂົ້າຮ່ວມຕິດຕາມການເຄື່ອນໄຫວໃນຄັ້ງນີ້ ມີຄຳເຫັນຕໍ່ວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ ເປັນຕົ້ນ ວຽກງານຫ້ອງການ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານແຜນການ, ວຽກງານນຳເຂົ້າ-ສົ່ງອອກ, ວຽກງານການຄ້າພາຍໃນ, ວຽກງານອຸດສາຫະກຳ-ຫັດຖະກຳ, ວຽກງານ SME, ວຽກງານສົ່ງເສີມການຄ້າ ແລະ ອື່ນໆ. 

Minister at border check point

     ໃນໂອກາດດຽວກັນ ທ່ານລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສາມາດສ້າງມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມທັງ ຍົກໃຫ້ເຫັນ ສະພາບການພັດທະນາທີ່ພົ້ນເດັ່ນຂອງປະເທດ, ມູນເຊື້ອອັນດີງາມ ແລະ ທ່າແຮງໃນການພັດທະນາ ຂອງທັງສອງແຂວງ. ເພື່ອເປັນທິດທາງໃຫ້ແກ່ການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ຂອງແຂວງ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ດີຂຶ້ນກວ່າເກົ່າ. ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ການນຳຫຼັກແຫຼ່ງຂອງພະແນກ ອຄ ແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ການອຳນວຍຄວາມສະດວກທາງດ້ານການຄ້າ ໂດຍມີມາດຕະການທີ່ເໝາະສົມ, ໂປ່ງໃສ, ທັນເວລາ; ເອົາໃຈໃສ່ກວດກາຄືນການແກ້ໄຂ ແລະ ຄຸ້ມຄອງ ວຽກງານການຈໍລະຈອນສິນຄ້າ ໃຫ້ມີການເຄື່ອນໄຫວຢ່າງຖືກຕ້ອງ ຕາມລະບຽບກົດໝາຍຢ່າງເຄັ່ງຄັດ; ປະຕິບັດຕາມເນຶ້ອໃນຈິດໃຈ ປະຢັດມັດທະຍັດ ພ້ອມກັນນັ້ນ ກໍ່ອຳນວຍຄວາມສະດວກ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫຼາຍຂຶ້ນເລື້ອຍໆ ໃນນັ້ນ ວຽກໃດມີເງື່ອນໄຂ ສາມາດຫັນໄປສູ່ທັນສະໄໝ ແລະ ມີຄວາມໂປ່ງໄສ ແມ່ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດ.

 minister visit odop

     ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສອງແຂວງ ໃນຄັ້ງນີ້, ຄະນະຂອງທ່ານລັດຖະມົນຕີ ຍັງໄດ້ໄປພົບປະໂອ້ລົມ ແລະ ຢ້ຽມຢາມພື້ນຖານການຜະລິດ ຂອງແຂວງຈຳນວນໜຶ່ງ ແລະ ໄປເບີ່ງສະພາບການນຳເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ດ່ານຊາຍແດນລາວ-ໄທ ຂອງເມືອງເງິນ ແລະ ເມືອງຄອບ ຂອງແຂວງໄຊຍະບູລີ. ທ່ານລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມບ້ານຈັດສັນ ແລະ ພົບປະພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຫົງສາ ຊຶ່ງປັດຈຸບັນ ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງ, ກໍ່ສ້າງເຮືອນໃຫ້ໃໝ່, ກໍ່ສ້າງລະບົບນ້ຳສະອາດ, ສຸຂະນາໄມ ແລະ ໄຟຟ້າ. ນອກນີ້, ທາງບໍລິສັດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກ, ການສົ່ງເສີມ ແລະ ຊ່ວຍເຫຼືອການສຶກສາ, ການປັບປຸງຊີວິດການເປັນຢູ່, ການຝຶກອົບຮົມດ້ານການປູກ-ການລ້ຽງ ແລະ ການຈັດສັນບ່ອນທຳມາຫາກິນ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ.

minister visit Hongsa power plant

ຂ່າວໂດຍ: ທ່ານ ຄຳສອນວັນ